ໃນຕອນເຊົ້າຂອງ ວັນທີ 21 ມັງກອນ 2026, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການຈັດຕັ້ງສັບຊ້ອນຕໍາແໜ່ງບໍລິຫານຂັ້ນກົມ ແລະ ພະແນກ ຂອງກະຊວງການຕ່າງປະເທດ ແລະ ປະຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ຈໍານວນ 284 ທ່ານ, ຍິງ 114 ທ່ານ ເຂົ້າຮ່ວມ.

ໃນພິທີ ທ່ານ ຄຳໄພ ພັນທອງດີ, ຮອງຫົວໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມຜູ້ໃໝ່ ເພື່ອປ່ຽນແທນ ຫົວໜ້າກົມຜູ້ເກົ່າ ທີ່ໄດ້ຮັບການແຕ່ງຕັ້ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈຳ ຢູ່ຕ່າງປະເທດ ຈຳນວນ 04 ທ່ານ ຄື: 1. ທ່ານ ບຸນທະລາ ປັນຍາວິຈິດ ຫົວໜ້າກົມການຂ່າວ ໄດ້ສັບຊ້ອນໄປເປັນ ຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ; 2. ທ່ານ ສີສຸພັນ ແກ້ວບັນດາວົງ ຮອງຫົວໜ້າກົມຈັດຕັ້ງ ເປັນ ຫົວໜ້າກົມກວດກາ; 3. ທ່ານ ສົມຄິດ ວັນຄໍາ ຮອງຫົວໜ້າກົມການຂ່າວ ເປັນ ຫົວໜ້າກົມການຂ່າວ ແລະ 4. ທ່ານ ວັດຖຸນິຍົມ ດວງມາລາ, ຮອງຫົວໜ້າກົມເອີຣົບ ແລະ ອາເມລິກາ ເປັນ ຫົວໜ້າສະຖາບັນການຕ່າງປະເທດ. ພ້ອມດຽວກັນນີ້, ໄດ້ຜ່ານ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າກົມ ຈຳນວນ 04 ທ່ານ ແລະ ຫົວໜ້າພະແນກ ຈຳນວນ 04 ທ່ານ.

ໃນໂອກາດດັ່ງກ່າວ ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຕໍາແໜ່ງບໍລິຫານໃນຄັ້ງນີ້, ພ້ອມນີ້ກໍ່ໄດ້ຊີ້ນຳ ແລະ ມອບໝາຍໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບ, ເພື່ອເປັນການເພີ່ມກໍາລັງແຮງໃນການນຳພາ-ຊີ້ນຳວຽກງານການຕ່າງປະເທດ ທີ່ພັກ-ລັດ ມອບໝາຍໃຫ້ ໂດຍໄດ້ເນັ້ນໜັກໃຫ້ບັນດາທ່ານທີ່ໄດ້ຮັບຕໍາ ແໜ່ງບໍລິຫານ ແລະ ພະນັກງານ-ລັດຖະກອນ ທັງໝົດ ຂອງກະຊວງການຕ່າງປະເທດ ຈົ່ງໄດ້ເປັນເຈົ້າການຍົກສູງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີເປັນປຶກແຜ່ນ, ເດັດດ່ຽວສະກັດກັ້ນ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງນຳໜ້າຂອງພະນັກງານ-ລັດຖະກອນ ໃນການປະຕິບັດໜ້າທີ່ການເມືອງ ແລະ ການຕ່າງປະເທດ ຕາມທິດບຸກທະລຸການທູດປ້ອງກັນເຫດ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່, ໄປພ້ອມໆກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງຕັ້ງໜ້າ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນ ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ ເຂົ້າສູ່ລວງເລິກເພື່ອປະຕິບັດບັນດາແຜນງານ, ໂຄງການ ປີ 2026-2030 ແລະ ມະຕິກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV ໃຫ້ປະກົດຜົນເປັນຈິງ. ໃນພິທີດັ່ງກ່າວ, ເນື່ອງໃນໂອກາດ ວັນທີ 20 ມັງກອນ 2026 ຄະນະພັກກະຊວງການຕ່າງປະເທດ ໄດ້ຈັດປະຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ເຊິ່ງເປັນການຫວນຄືນເຖິງມູນເຊື້ອການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ທີ່ໄດ້ອຸທິດຕົນໃນພາລະກິດຕໍ່ສູ້ຄຽງບ່າຄຽງໄລ່ກັບປະຊາຊົນລາວບັນດາເຜົ່າຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງສົມກຽດ ແລະ ມີໄຊຕະຫຼອດ 77 ປີຜ່ານມາ ດ້ວຍຄວາມເອກອ້າງທະນົງໃຈຂອງທົ່ວພະນັກງານ-ລັດຖະກອນ ແລະ ທົ່ວປວງຊົນລາວທັງຊາດ.



