ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີປະກາດການຈັດຕັ້ງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ

Jun 19, 2025

ໃນຕອນເຊົ້າວັນທີ 18 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເປັນປະທານ ແລະ ໂອ້ລົມຕໍ່ພິທີປະກາດການຈັດຕັ້ງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີ ທ່ານ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ອະດີດລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ທ່ານ ລິນຄຳ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ອະດີດລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້), ທ່ານ ຜາຄໍາ ອິນແສງ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ມີບັນດາທ່ານຮອງລັດຖະມົນຕີ, ຄະນະພັກ, ຄະນະນໍາ ພ້ອມດ້ວຍສະມາຊິກພັກ, ພະນັກງານຫຼັກແຫຼ່ງທັງໝົດຂອງກະຊວງກ່ຽວຂ້ອງ ເຂົ້າຮ່ວມ.
ກ່ອນອື່ນ, ທ່ານ ລິນຄໍາ ດວງສະຫວັນ ໄດ້ລາຍງານໃຫ້ຊາບກ່ຽວກັບການກະກຽມ ແລະ ດຳເນີນການປັບປຸງກົງຈັກການຈັດຕັ້ງ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ໂດຍປະຕິບັດຕາມມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ການປັບປຸງກົງຈັກການຈັດຕັ້ງ ຂອງລັດຖະບານ ສະບັບເລກທີ 05/ສພຊ, ລົງວັນທີ 20 ມີນາ 2025 ເຊິ່ງໄດ້ໂຮມເອົາກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກຳ ແລະ ປ່າໄມ້ ເອີ້ນວ່າ ກະຊວງກະສິກຳ ແລະ ສິ່ງແວດລ້ອມ.
ຜ່ານການດໍາເນີນການຄົ້ນຄວ້າ ປັບປຸງກົງຈັກການຈັດຕັ້ງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ດ້ວຍຄວາມຮັບຜິດຊອບສູງ ພາຍໃຕ້ການນຳພາ-ຊີ້ນຳ ຢ່າງໃກ້ຊິດ ຂອງຄະນະຮັບຜິດຊອບ ປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ແລະ ການຕົກລົງເຫັນດີ ຂອງຄະນະພັກຂັ້ນເທິງ ໄດ້ຄົ້ນຄວ້າໂຮມ ແລະ ສັບຊ້ອນ ວຽກງານຈຳນວນໜຶ່ງຄືນໃໝ່ ຕາມທິດກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ, ໄດ້ດໍາເນີນຕາມຂັ້ນຕອນ ຂອງຄໍາແນະນໍາ ແລະ ນິຕິກໍາຕ່າງໆ ເປັນຕົ້ນ:
ແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງທັງສອງກະຊວງ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ບັນດາມະຕິ, ຄໍາແນະນໍາ, ແຈ້ງການ, ສຶກສາອົບຮົມການເມືອງແນວຄິດ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ປັບປຸງຮ່າງດໍາລັດວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ເກັບກໍາສັງລວມຂໍ້ມູນ, ສະຖິຕິບຸກຄະລາກອນ, ການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນ, ດໍາເນີນຊີວິດການເມືອງຂອງຄະນະບໍລິຫານງານພັກຂອງສອງກະຊວງ ເພື່ອສະຫຼຸບຕີລາຄາ ການນໍາພາຊີ້ນໍາຮອບດ້ານ;
ທັງສອງກະຊວງ ຍັງໄດ້ຈັດກອງປະຊຸມສະຫຼຸບວຽກງານຂອງຕົນໃນໄລຍະຜ່ານມາ ພ້ອມດຽວກັນນີ້ ພະນັກງານທີ່ໂຮມຈາກ 2 ກະຊວງ ມີທັງໝົດ 2,327 ຄົນ, ຍິງ 931 ຄົນ (ບໍ່ໄດ້ລວມເອົາພະນັກງານ-ລັດຖະກອນ ສັງກັດຢູ່ທ້ອງຖິ່ນ) ເຊິ່ງໃນນີ້ ໄດ້ໂຮມກົມຊ່ວຍໜູນຂອງສອງກະຊວງ ເຂົ້າກັນ; ໂຮມກົມວິຊາການ ແລະ ທຽບເທົ່າ ທີ່ມີໜ້າວຽກຄ້າຍຄືກັນ ເຂົ້າກັນ; ຊັບຊ້ອນວຽກງານຂອງກົມຈໍານວນໜຶ່ງຄືນໃໝ່ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງຄ່ອງຕົວ; ການປັບປຸງກົງຈັກການຈັດຕັ້ງຂອງກະ ຊວງ ແມ່ນໄດ້ສໍາເລັດຂັ້ນພື້ນຖານ ແລະ ໄດ້ກຳນົດໂຄງປະກອບກົງຈັກການຈັດຕັ້ງ ປະກອບມີ 18 ຫົວໜ່ວຍຂັ້ນກົມ ແລະ 9 ຫົວໜ່ວຍວິຊາການ ລະດັບສອງ.
ນອກຈາກນັ້ນ, ທ່ານ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຕາງໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ໄດ້ຂຶ້ນຜ່ານບັນດານິຕິກໍາຕ່າງໆທີ່ສໍາຄັນຈໍານວນໜຶ່ງ ເປັນຕົ້ນ:
ຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການຍົກຍ້າຍພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່; ລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍ ການຍົກຍ້າຍສະມາຊິກລັດຖະບານ; ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການແຕ່ງຕັ້ງເລຂາຄະນະບໍລິຫານງານພັກກະຊວງ; ລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍ ແຕ່ງຕັ້ງສະມາຊິກລັດຖະບານ; ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການແຕ່ງຕັ້ງອົງຄະນະພັກກະຊວງ; ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກກະຊວງ; ແລະ ຜ່ານແຈ້ງການຂອງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ກ່ຽວກັບການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຕີລາຄາສູງຕໍ່ຜົນສຳເລັດ ແລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ທັງສອງກະຊວງໃນໄລຍະຜ່ານມາ, ຕໍ່ກັບການປະກາດການຈັດຕັ້ງເທື່ອນີ້ ກໍແມ່ນໜຶ່ງໃນການປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນ ພາຍໃນພັກ-ລັດ, ພະນັກງານ ທີ່ມີຕຳແໜ່ງບໍລິຫານ ໃຫ້ຖືກຕ້ອງຕາມທິດນຳຂອງພັກທີ່ວ່າ: ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈຳການ ຕາມເງື່ອນໄຂຕົວຈິງ ພ້ອມທັງ ໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມ ຈົ່ງມີຄວາມອຸ່ນອ່ຽນທຸ່ນທ່ຽງ, ບໍ່ວ່າເວລາໃດ ກໍ່ບໍ່ໃຫ້ຫວັ່ນໄຫວຄອນແຄນ, ໃຫ້ເຊື່ອໝັ້ນຕົນເອງ ແລະ ການຈັດຕັ້ງ ຕັ້ງໜ້າປະກອບສ່ວນເຂົ້າໃນໜ້າທີ່ວຽກງານ ທີ່ພັກ-ລັດ ມອບໝາຍໃຫ້ເປັນປົກກະຕິ, ເຮັດວຽກຢູ່ບ່ອນໃດ ກໍແມ່ນເຮັດໜ້າທີ່ລວມໃຫ້ແກ່ພັກ-ລັດ ແລະ ຮັບໃຊ້ປະຊາຊົນຄືເກົ່າ ບໍ່ວ່າຈະໂຮມ, ໂອນວຽກ ຫຼື ກົງຈັກ.
ການປັບປຸງກົງຈັກການຈັດຕັ້ງ ແມ່ນຖືເປັນວຽກປົກກະຕິ, ແມ່ນໜ້າທີ່ຂອງໝົດທຸກຄົນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງໄດ້ສາມັກຄີ, ຮ່ວມມືກັນ, ເພື່ອເຮັດໃຫ້ພາຍຫຼັງການປັບປຸງຄັ້ງນີ້ ຮັບປະກັນໄດ້ຄວາມສະຫງົບ, ບໍ່ມີບັນຫາຫຍຸ້ງຍາກເກີດຂຶ້ນ ແລະ ໄປຕາມທິດທາງທີ່ພັກ ແລະ ຂັ້ນເທິງກຳນົດໄວ້, ຮັບປະກັນໄດ້ຄວາມສະຫງົບ, ສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຂະແໜງການຕົນ ບໍ່ໃຫ້ມີການຖົດຖອຍ.
ໃນໂອກາດດຽວກັນ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມີຄໍາເຫັນເນັ້ນໜັກ ຕື່ມບາງດ້ານ ເປັນຕົ້ນ:
1). ສືບຕໍ່ຕັ້ງໜ້າເສີມຂະຫຍາຍບົດບາດ ການນໍາພາຂອງຄະນະພັກ, ຄະນະນຳແຕ່ລະຂັ້ນ, ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ກຳແໜ້ນ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດ, ເປັນຕົ້ນແມ່ນ ວຽກງານກໍ່ສ້າງຄຸ້ມຄອງ ແລະ ນໍາໃຊ້ພະນັກງານໃຫ້ຖືກຕ້ອງ, ສ້າງພະນັກງານໃຫ້ທັນ ກັບການຂະຫຍາຍຕົວຂອງສະພາບການໃນປັດຈຸບັນ;
2). ຍົກສູງຄວາມຮັບຜິດຊອບໃນການຊຸກຍູ້ ແລະ ຕິດຕາມ ການປັບປຸງກົງຈັກການຈັດຕັ້ງ ໃນຂະແໜງການຕົນ ໃນທົ່ວລະບົບການເມືອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມທິດກົງຈັກກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ ແລະ ເຄື່ອນໄຫວມີປະສິດທິພາບ;
3). ຕ້ອງຍົກສູງຄວາມເປັນເຈົ້າການ ຫັນແນວທາງນະໂຍບາຍ ຂອງພັກ ມາເປັນໂຄງການ, ແຜນການ-ແຜນງານ ພ້ອມທັງ ສ້າງ ແລະ ປັບປຸງກົດໝາຍ, ລະບຽບການບໍລິຫານລັດ ໃຫ້ແທດເໝາະສອດຄ່ອງຕາມພາລະບົດບາດ, ໜ້າທີ່ ແລະ ການຈັດຕັ້ງ ຂອງຂະແໜງການໃໝ່;
4). ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ຄວາມເປັນເອກະພາບພາຍໃນຕ້ອງສູງ, ແບບແຜນວິທີເຮັດວຽກຕ້ອງລວມສູນ, ຄົບຖ້ວນຕາມຫຼັກການນໍາພາຂອງພັກ, ບໍ່ຫຼີກ ແລະ ບໍ່ໂຍນຄວາມຮັບຜິດຊອບ, ໜ້າວຽກທີ່ສໍາຄັນ ຕ້ອງເອກະພາບພາຍໃນໝູ່ຄະນະ ທັງຕິດຕາມກວດກາ ປະເມີນຜົນເປັນແຕ່ລະໄລຍະ ເພື່ອພ້ອມກັນແບກຫາບໜ້າທີ່ອັນໜັກໜ່ວງ ທີ່ພັກ-ລັດ ມອບໝາຍໃຫ້;
5). ສືບຕໍ່ເພີ່ມທະວີການຮ່ວມມືກັບຕ່າງປະເທດ ໂດຍສະເພາະ ບັນດາປະເທດເພື່ອນມິດຍຸດທະສາດ ເປັນຕົ້ນແມ່ນ ສສ ຫວຽດນາມ ແລະ ສປ ຈີນ; ການຮ່ວມມືອາຊຽນ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາອື່ນໆ ທີ່ຍັງສືບຕໍ່ໃຫ້ການສະໜັບສະໜູນ ບົນພື້ນຖານແນວທາງການຕ່າງປະເທດ ອັນຖືກຕ້ອງຂອງພັກ;
6) ເອົາໃຈໃສ່ກະກຽມ ແລະ ສຸມໃສ່ສ້າງຂະບວນການໃຫ້ເປັນຂະບວນຟົດຟື້ນ ຕິດພັນກັບການສະເຫຼີມສະຫຼອງ 03 ວັນປະຫວັດສາດຂອງພັກຂອງຊາດ, ກະກຽມດ້ານບຸກຄະລາກອນ ແລະ ດ້ານເນື້ອໃນໃຫ້ສໍາເລັດ ເພື່ອເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ຂອງພັກ ມີປະສິດທິພາບ ແລະ ປະສິດທິຜົນ.