ໃນວັນທີ 23 ກໍລະກົດ 2024 ທີ່ສວນກາເຟຂອງກຸ່ມບໍລິສັດດາວເຮືອງ ບ້ານຫ້ວຍໝາກຈັນ ເມືອງ ປາກຊ່ອງ ແຂວງຈຳປາສັກ, ສະມາຄົມກາເຟລາວ ໄດ້ຈັດພິທີປະກາດຜົນ ແລະ ມອບລາງວັນ ໃຫ້ແກ່ຜູ້ຊະນະການປະກວດກາເຟລາວໝາກຊ້ອມ ລາວ ປະຈຳປີ 2024. ພາຍຫຼັງທີໄດ້ສຳເລັດການປະກວດໃນວັນທີ 18 -22 ກໍລະກົດ ຜ່ານມາ. ເປັນກຽດເຂົ້າຮ່ວມພິທີມີ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານສະມາຄົມກາເຟລາວ, ທ່ານ ນາງ ເຫຼຼື້ອງ ລິດດັງ ປະທານກຸ່ມບໍລິສັດດາວເຮືອງ ຈຳກັດ,ທ່ານ ຄຳສອນ ສີສະຍຸດ ຜູ້ປະສານງານ ກາເຟພິເສດ ແລະ ຫົວໜ້າກຳມະການພາຍໃນ, ມີຜູ້ປະສານງານໂຄງການ, ຕາງໜ້າກົມ ປູກຝັງ ກະຊວງກະສິກຳ – ປ່າໄມ້, ຫົວໜ້າພະແນກການກ່ຽວຂ້ອງຂອງແຂວງ, ບັນດາຄະນະກຳມະການປະເມີນຄຸນນະພາບກາເຟພາຍໃນ ແລະ ຕ່າງປະເທດ. ຊາວສວນ, ນັກທຸລະກິດຜູ້ປະກອບການ ດ້ານກາເຟ, ອົງການຈັດຕັ້ງສາກົນ ທີ່ໃຫ້ທຶນສະໜັບສະໜູນການປະກວດ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານສະມາຄົມກາເຟລາວ ໄດ້ກ່າວວ່າ: ໃນນາມຕາງໜ້າໃຫ້ແກ່ສະມາຄົມກາເຟລາວ ກໍຄືຄະນະຈັດງານ ຮ່ວມກັບ ເຄືອຄ່າຍຄົນຮັກກາເຟລາວ (Lao Coffee Lover ) ແລະ ສະຖາບັນກາເຟຄຸນນະພາບ Coffee Quality Institute (CQI) ມີຄວາມພູມໃຈເປັນຢ່າງສູງ ທີ່ໄດ້ຈັດການປະກວດກາເຟໝາກຊ້ອມລາວ ປະຈໍາປີ 2024 (Lao Green Coffee Competition 2024) ແລະ ໄດ້ມີພິທີປະກາດຜົນ ແລະ ມອບລາງວັນໃນມື້ນີ້. ການປະກວດກາເຟໝາກຊ້ອມລາວ ປີ 2024 ແມ່ນຈັດຂຶ້ນເປັນປີທີ 4, ໂດຍການຮ່ວມມືຂອງສະມາຄົມກາເຟລາວ, ເຄືອຄ່າຍຄົນຮັກກາເຟລາວ Lao Coffee Lover, ໃນການຈັດການປະກວດຜ່ານມາ ເຫັນໄດ້ວ່າໄດ້ຮັບການຕອບຮັບ ເກີນລະດັບຄາດໝາຍ ຈາກທຸກພາກສ່ວນ ໂດຍສະເພາະ ຈາກຊາວສວນຜູ້ຜະລິດ, ບໍລິສັດ ໃນການຜະລິດກາເຟ ພິເສດ ເພື່ອຍົກສູງຄຸນະພາບຂອງກາເຟລາວ ໃຫ້ເປັນທີ່ຮູ້ຈັກຂອງຕະຫຼາດສາກົນ ແລະ ເປັນການຢັ້ງຢືນເຖິງຄຸນະພາບ ແລະ ລົດຊາດຂອງກາເຟລາວ. ງານໃນຄັ້ງນີ້ ແມ່ນມີຜູ້ສົ່ງຕົວຢ່າງກາເຟເຂົ້າປະກວດທັງໝົດ 25 ພາກສ່ວນ. ໃນນັ້ນ ກາເຟນ້ອຍ ARABICA 54 ຕົວຢ່າງ, ກາເຟກາງ ROBUSTA 17 ຕົວຢ່າງ, ກາເຟພິເສດ Liberica 01 ຕົວຢ່າງ. ສຳລັບຜົນການປະກວດປະເພດກາເຟນ້ອຍ ອາຣາບີກາ ຊະນະເລີດອັນດັບທີ: 1 ໄດ້ແກ່ ກາເຟຂອງ ໜອງຫຼຼວງກາເຟ, ອັນດັບທີ 2 ໄດ້ແກ່ກາເຟຂອງບໍລິສັດປາກຊ່ອງໄຮແລນ, ອັນດັບທີ 3 ໄດ້ແກ່ ຮ້ານສະໂລຄັອບຟີ. ປະເພດກາເຟກາງ ໂຣບັດຕາ ອັນດັບທີ 1 ໄດ້ແກ່ ຮ້ານ ອາບີເລ ກາເຟ, ອັນດັບ 2 ໄດ້ແກ່ກາເຟບ້ານໜອງຫຼວງ ກາເຟ, ອັນດັບທີ 3 ໄດ້ແກ່ກາເຟ ບີຣາໂກລາວ. ການປະກວດກາເຟໝາກຊ້ອມລາວ ປະຈຳປີ 2024 ຈັດຂຶ້ນຈຸດປະສົງເພື່ອປະເມີນຄຸນນະພາບກາເຟລາວ, ສົ່ງເສີມການຜະລິດກາເຟຄຸນນະພາບມາດຕະຖານສາກົນ ແລະ ຈະໄດ້ຄັດເລືອກເອົາກາເຟທີ່ໄດ້ອັນດັບທີ 01 ຫາ ອັນດັບທີ 10 ຂອງກາເຟນ້ອຍ ARABICA ແລະ ທີ 1 ຫາທີ 10 ຂອງກາເຟກາງ ROBUSTA ສົ່ງເຂົ້າຮ່ວມແຂ່ງຂັນຕໍ່ ໃນເວທີການແຂ່ງຂັນ ອາຊີອາຄະເນ Southeast Asia Green Coffee Competition ຄັ້ງທຳອິດ ທີ່ຈະໄດ້ຈັດຂື້ນທີ່ປະເທດໄທ ໃນເດືອນສິງຫາ 2024 ທີ່ຈະມາເຖີງນີ້ ເຊື່ອໝັ້ນວ່າການປະກວດກາເຟໝາກຊ້ອມລາວ ຈະໄດ້ສຶບຕໍ່ຮັບການສະໜັບສະໜູນຈາກພາກສ່ວນລັດຖະບານ, ອົງການຈັດຕັ້ງສາກົນ ພ້ອມທັງຜູ້ປະກອບການ ຈົນຮອດຊາວສວນຜູ້ຜະລິດ ຕໍ່ການຈັດງານໃນຄັ້ງຕໍ່ໆໄປ. ໂອກາດທີ່ມີຄວາມໝາຍຕາງໜ້າສະມາຄົມກາເຟລາວ ສະແດງຄວາມຂອບໃຈມາຍັງທຸກພາກສ່ວນ ທີ່ໃຫ້ການສະໜັບສະໜູນງານ ການປະກວດຄັ້ງນີ້ໃຫ້ເກີດຂຶ້ນ ແລະ ສຳເລັດຜົນເປັນຢ່າງດີ.
ໂອກາດນີ້ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານສະມາຄົມກາເຟລາວ, ບັນດາຄະນະຮັບຜິດຊອບການປະກວດ ກໍໄດ້ເປັນກຽດມອບລາງວັນຊະນະເລີດ ແລະ ລາງວັນຕ່າງໆ ອີກຕາມລຳດັບ.
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ







