ໃນວັນທີ 30 ມິຖຸນາ 2025, ບັນດາແຂວງ, ນະຄອນໃນທົ່ວປະເທດ ຫວຽດນາມ ໄດ້ພ້ອມກັນຈັດ “ ພິທີປະກາດມະຕິຂອງສະພາແຫ່ງຊາດວ່າດ້ວຍການທ້ອນໂຮມແຂວງ, ນະຄອນ ພ້ອມກັບບັນດາຂໍ້ຕົກລົງຂອງສູນກາງພັກ ວ່າດ້ວຍການສ້າງຕັ້ງອົງຄະນະພັກແຂວງ ແລະ ບຸກຄະລາກອນນໍາພາຂອງທ້ອງຖິ່ນ ”.
ທ່ານ ໂຕເລິມ ເລຂາທິການໃຫຍ່ ເຂົ້າຮ່ວມພິທີປະກາດຢູ່ ນະຄອນໂຮ່ຈິມິນ, ທ່ານ ເລືອງເກື່ອງ ປະທານປະເທດ ເຂົ້າຮ່ວມພິທີຢູ່ ນະຄອນຫລວງຮ່າໂນ້ຍ, ທ່ານ ຟ້າມມິງຈິ໋ງ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີຢູ່ ນະຄອນ ຫ້າຍຟ່ອງ, ປະທານສະພາແຫ່ງຊາດເຂົ້າຮ່ວມພິທີຢູ່ ນະຄອນ ເກິ່ເທີ; ຜູ້ປະຈໍາການຄະນະເລຂາທິການເຂົ້າຮ່ວມພິທີຢູ່ ນະຄອນ ດ່າໜັງ. ພອ້ມດ້ວຍການນໍາພັກ, ລັດຫຼາຍທ່ານກໍໄດ້ເຂົ້າຮ່ວມພິທີຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ.
ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ກ່າວຄໍາເຫັນໃນພິທີປະກາດ ຢູ່ນະຄອນ ໂຮ່ຈິມິນ,ວ່າ: ການປະຕິບັດຮູບແບບອົງການປົກຄອງສອງຂັ້ນ ສໍາລັບນະຄອນ ໂຮ່ຈິມິນ ເປີດກວ້າງ, ລວມມີ ນະຄອນໂຮ່ຈິມິນ, ແຂວງບິ່ງເຢືອງ ແລະ ແຂວງບ່າເຣ້ຍ – ຫວຸງເຕົ່າ, “ນີ້ບໍ່ພຽງແຕ່ເປັນເຫດການທາງດ້ານການບໍລິຫານ, ແຕ່ຍັງເປັນບາດ ກ້າວຫັນປ່ຽນຍຸດທະສາດ, ເປັນຄວາມຮຽກຮ້ອງຈໍາເປັນພາວະວິໄສຂອງປະຊາຊົນ ແລະ ປະເທດຊາດ ໃນເສັ້ນທາງການກໍ່ສ້າງບັນດາເຂດຂັບເຄື່ອນການພັດທະນາຂອງປະເທດ ແລະ ພາກພື້ນ, ເພື່ອໃຫ້ສົມກັບຄວາມຫວັງ “ ຫວຽດນາມເຂັ້ມ ແຂງແຮງກ້າໃນປີ 2045 ”.
ໂດຍຜ່ານຫຼາຍໄລຍະປະຫວັດສາດ, ນະຄອນ ໂຮ່ຈິມິນ, ບິ່ງເຢືອງ ແລະ ບ່າເຣ້ຍ – ຫວຸງເຕົ່າ ໄດ້ຢັ້ງຢືນວ່າ ເປັນສາມສົ້ນພັດທະນາທີ່ເຂັ້ມແຂງຂອງພາກໃຕ້ – ເປັນບ່ອນເຕົ້າໂຮມບັນດາຜົນງານທີ່ໂດດເດັ່ນທາງດ້ານອຸດສາຫະກໍາ, ການຄ້າ, ບໍລິການ, ທ່າກໍາປັ່ນ ແລະ ການເຊື່ອມໂຍງສາກົນ. ການລວມສາມທ້ອງຖິ່ນເຂົ້າກັນ ບໍ່ແມ່ນເປັນການເຕົ້າໂຮມກັນພຽງຢ່າງດຽວ ແຕ່ເປັນການລວມສູນສະຕິປັນຍາ ແລະ ຄວາມຕັ້ງໝັ້ນໃນການພັດທະນາລວມ, ເພື່ອສ້າງເປັນໜຶ່ງຕົວເມືອງໃຫຍ່ – ສູນກາງການເງິນ, ການຜະລິດ, ໂລຈິສຕິກ ແລະ ນະວັດຕະກໍາປະດິດສ້າງ ລະດັບພາກພື້ນ ແລະ ສາກົນ.
ການພັດທະນາໃໝ່ນີ້ ໂດຍອີງໃສ່ວິໄສທັດໄລຍະຍາວ, ຫັນໄປສູ່ການພັດທະນາຄົບຊຸດ, ຍືນຍົງ ແລະ ມີວິທະຍາສາດ. ນີ້ແມ່ນການສະແດງອອກທີ່ມີຊີວິດຊີວາທີ່ສຸດ ຂອງຈິນຕະນາການຍຸດທະສາດ, ປ່ຽນແປງໃໝ່ຮູບແບບການຈັດຕັ້ງອົງການປົກຄອງ, ເພື່ອຮັບໃຊ້ປະຊາຊົນໃຫ້ດີກວ່າເກົ່າ, ໃກ້ຊິດຕິດແທດກັບປະຊາຊົນ ແລະ ມີປະສິດທິຜົນຫຼາຍກວ່າເກົ່າ. ນີ້ແມ່ນບາດກ້າວປະຈັນບານ, ມີລັກສະນະບຸກທະລຸໃນການປະຕິຮູບການຈັດຕັ້ງກົງຈັກການປົກຄອງຕົວເມືອງ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາວ່ອງໄວ, ແຂງແຮງ, ມີປະສິດທິຜົນ ຂອງເຂດຫັນເປັນຕົວເມືອງສູງສຸດໃນປະເທດ.
ຮູບແບບນີ້ຈະຊ່ວຍເພີ່ມທະວີສິດເປັນເຈົ້າຕົນເອງ, ສະດວກໃນການບໍລິຫານ, ແລະເປັນກົດບັນຍັດຈະແຈ້ງ ເພື່ອໃຫ້ບັນດາຕົວເມືອງອັດສະລິຍະ, ບັນດາເຂດອຸສາຫະກໍາ – ໂລຈິສຕິກ – ບໍລິການທ່າກໍາປັ່ນເສີມຂະຫຍາຍຄວາມສາມາດບົ່ມຊ້ອນທັງໝົດ. ສໍາຄັນທີ່ສຸດ, ລັດ, ອົງການປົກຄອງຮັບໃຊ້ຈະບໍ່ເປັນພຽງຄໍາຂວັນ ແຕ່ກາຍເປັນການກະທໍາສະເພາະ, ແທດຈິງ, ໄປເຖິງປະຊາຊົນແລະວິສາຫະກິດ”.
ທ່ານ ໂຕເລິມ ເລຂາທິການໃຫຍ່ ເນັ້ນໜັກຕື່ມວ່າ: “ ນີ້ແມ່ນສິ່ງທົດສອບ, ແຕ່ກໍແມ່ນໂອກາດປະຫວັດສາດ. ຄວາມສໍາເລັດຂອງນະຄອນໃໝ່ບໍ່ພຽງແຕ່ມາຈາກເອກະສານ ຫຼື ມະຕິ, ແຕ່ຕ້ອງມາຈາກຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ຄວາມເດັດດ່ຽວໃນການນໍາພາ, ແລະ ຄວາມທຸ້ມເທໝົດຈິດໝົດໃຈໃນການຈັດຕັ້ງປະຕິບັດ ”.
ໃນໂອກາດນີ້ ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສົ່ງສານເຖິງປະຊາຊົນທົ່ວປະເທດ ທ່ານ ເນັ້ນໜັກວ່າ: “ກ່ອນເວລາອັນສັກສິດ ແລະ ສະຫງ່າລາສີຂອງຊາດ – ເມື່ອພວກເຮົາພ້ອມກັນບໍລິຫານກົງຈັກອົງການປົກຄອງທ້ອງຖິ່ນສອງຂັ້ນເປັນທາງການ ຢູ່ 34 ແຂວງ. ນະຄອນໃນທົ່ວປະເທດ – ກົງຈັກການບໍລິຫານໃໝ່ຂອງປະເທດ ສາທາລະນະລັດ ສັງ ຄົມນິຍົມ ຫວຽດນາມ, ຕາງໜ້າການນໍາພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວໂຮມປະເທດຊາດ ຫວຽດນາມ, ຂ້າພະເຈົ້າຂໍສົ່ງຄໍາອວຍພອນໄຊອັນປະເສີດມາຍັງບັນດສະຫາຍ, ປະຊາຊົນທຸກທົ່ວໜ້າ; ອວຍພອນໃຫ້ປະເທດຊາດຂອງພວກເຮົາສືບຕໍ່ປະສົບຜົນສໍາເລັດບົນເສັ້ນທາງປ່ຽນແປງໃໝ່ ແລະ ພັດທະນາ. ການຕັດສິນໃຈ “ສັບຊ້ອນປະເທດຊາດຄືນໃໝ່” ເປັນບາດກ້າວປະຫວັດສາດທີ່ມີຄວາມໝາຍຍຸດທະສາດ, ຂີດໝາຍໄລຍະການພັດທະນາໃໝ່ ໃນພາລະກິດສ້າງສໍາເລັດກົງຈັກບໍລິຫານລັດ ສໍາເລັດກົດບັນຍັດ ແລະ ການຈັດຕັ້ງ ຂອງລະບົບການເມືອງຄົບຊຸດ, ກະທັດຮັດ, ມີຜົນສັກສິດ, ປະສິດທິຜົນ, ມຸ່ງໄປສູ່ການສໍາເລັດພື້ນຖານການບໍລິຫານຄຸ້ມຄອງທີ່ທັນສະໄໝ, ໃກ້ຊິດຕິດແທດກັບປະຊາຊົນ, ເພື່ອຮັບໃຊ້ປະຊາຊົນ, ເພື່ອຜົນປະໂຫຍດທຸກຢ່າງເປັນຂອງປະຊາຊົນ ”.
ກ່ອນໜ້ານີ້, ວັນທີ 12 ເມສາ 2025 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ມະຕິ ເລກທີ 60-NQ/TW , ໃນນັ້ນເປັນເອກະພາບກ່ຽວກັບວິທີການທ້ອນໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ບໍ່ຈັດຕັ້ງຂັ້ນເມືອງ, ທ້ອນໂຮມຂັ້ນຕາແສງ, ກໍ່ສ້າງຮູບແບບຈັດຕັ້ງອົງການປົກຄອງທ້ອງຖິ່ນ 2 ຂັ້ນ.
ໃນວັນທີ 12 ມິຖຸນາ 2025 ມະຕິທີ່ສະພາແຫ່ງຊາດຫຽດນາມໄດ້ຮັບຮອງ ຈາກ 63 ແຂວງ,ນະຄອນຂຶ້ນກັບສູນກາງໃນ ທົ່ວປະເທດ ປັດຈຸບັນຍັງເຫຼືອພຽງແຕ່ 34 ຫົວໜ່ວຍບໍລິຫານຂັ້ນແຂວງ – ເຊິ່ງຕົວເລກທີ່ໜ້ອຍທີ່ສຸດນັບແຕ່ມື້ປະເທດຊາດໄດ້ຮັບການທ້ອນໂຮມ.






