ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີປະກາດສ້າງຕັ້ງຄະນະພັກຮາກຖານສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ

Nov 8, 2026

ວັນທີ 8 ພະຈິກ 2026, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຈັດພິທີປະກາດສ້າງຕັ້ງຄະນະພັກຮາກຖານ ສະຖານທູດລາວປະຈໍາ ສປ ຈີນ ຢ່າງເປັນທາງການ, ພາຍໃຕ້ການເປັນປະ ທານຂອງ ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍການເຂົ້າຮ່ວມຂອງຄະນະພັກຂັ້ນເທິງ, ຄະນະໜ່ວຍພັກສະຖານທູດ, ສະຖານກົງສຸນໃຫຍ່; ຄະນະກົມ ແລະ ຄະນະພະແນກຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກພັກສະຖານທູດ, ຕົວແທນບັນດາສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ສປ ຈີນ.
  May be an image of text
ໃນພິທີດັ່ງກ່າວ, ສະຫາຍ ວັນດີ ບຸດສະດີ, ກຳມະການປະຈໍາຄະນະພັກ, ຫົວຫນ້າກົມຈັດຕັ້ງ, ກະຊວງການຕ່າງປະເທດ ໄດ້ຂຶ້ນຜ່ານມະຕິຕົກລົງສ້າງຕັ້ງຄະນະພັກຮາກຖານ ແລະ ມະຕິຕົກລົງບົ່ງໂຕແຕ່ງຕັ້ງຄະນະພັກຮາກຖານ ສະຖານທູດລາວປະຈຳ ສປ ຈີນ ຂອງຄະນະພັກຂັ້ນເທິງ, ແຕ່ງຕັ້ງ ສະຫາຍ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສປ ຈີນ ເປັນເລຂາຄະນະພັກຮາກຖານ; ສະຫາຍ ພູວາ ຊາມູນຕີ, ຫົວ ຫນ້າຫ້ອງການສະຖານທູດ, ເປັນຮອງເລຂາຄະນະພັກຮາກຖານ; ສະຫາຍ ພັນເອກ ຄໍາຄ່ອງ ອິນທິລາດ, ທີ່ປຶກ ສາທູດປ້ອງກັນຊາດ, ເປັນກຳມະການຄະນະພັກຮາກຖານ.
ໃນໂອກາດດັ່ງກ່າວ, ສະຫາຍ ໄມທອງ ທໍາມະວົງສາ ໄດ້ໃຫ້ກຽດໂອ້ລົມ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານພັກ-ພະນັກງານຢູ່ ສປ ຈີນ, ທີ່ເປັນປະເທດເພື່ອນມິດຍຸດທະສາດທີ່ສຳຄັນ, ມີບັນດາໜ່ວຍພັກ, ສະມາຊິກພັກ, ພະນັກງານ-ນັກການທູດ ແລະ ນັກສຶກສາຈໍານວນຫຼາຍ; ຄະນະພັກຮາກຖານສະຖານທູດ ຈະກາຍເປັນເສນາທິການ ໃຫ້ແກ່ຄະນະກະຊວງ ລົງເລິກນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດກັບບັນດາໜ່ວຍພັກ, ຮາກຖານພັກ ແລະ ສະມາຊິກພັກ, ພ້ອມນັັ້ນ, ສະຫາຍ ຍັງໄດ້ໃຫ້ທິດຊີ້ນໍາທີ່ສຳຄັນເພື່ອໃຫ້ຄະນະພັກຮາກຖານ ແລະ ບັນດາໜ່ວຍພັກນໍາໄປຈັດຕັ້ງປະຕິບັດ.
May be an image of one or more people May be an image of text
ຫຼັງຈາກນັ້ນ, ສະຫາຍ ສົມພອນ ສີຈະເລີນ, ເລຂາຄະນະພັກຮາກຖານ ໄດ້ຕາງໜ້າຄະນະພັກຮາກຖານຂຶ້ນ ຮັບຄຳໂອວາດ ໂດຍໃຫ້ຄຳຫມັ້ນສັນຍາວ່າຈະນຳເອົາທິດຊີ້ນຳຂອງຄະນະພັກຂັ້ນເທິງໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ; ກໍ່ສ້າງຄະນະພັກຮາກຖານ, ໜ່ວຍພັກ, ຈຸພັກ ຢູ່ບັນດາສຳນັກງານການທູດ ແລະ ຖັນແຖວນັກສຶສາ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
ພາຍຫລັງສຳເລັດພິທີ ສະຫາຍ ໄມທອງ ທຳມະວົງສາ ຍັງໄດ້ສືບຕໍ່ເປັນປະທານ ກອງປະຊຸມແລກປ່ຽນ ລະຫວ່າງສໍານັກງານການທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ແລະ ບັນດາກົມພາຍໃນກະຊວງການຕ່າງປະເທດປະຈຳ ປີ 2026 ເຊິ່ງຈະດໍາເນີນໄປຮອດວັນທີ 9 ພະຈິກ 2026.