ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີປະກາດ-ຮັບຮອງ ບ້ານພົ້ນທຸກ ແລະ ບ້ານພັດທະນາ

May 30, 2025

ຕອນເຊົ້າວັນທີ 29 ພຶດສະພາ 2025 ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດຮັບຮອງບ້ານພົ້ນທຸກ ແລະ ປະກາດບ້ານພັດທະນາ ພິທີໄດ້ຈັດຂຶ້ນຢູ່ຫ້ອງປະຊຸມຊັ້ນ III ສຳນັກງານປົກຄອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທຳມະວົງເລຂາພັກເມືອງ, ທ່ານ ບຸນເພັງ ຈັນທະວົງສຸກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄໍາໄຊ, ນາຍບ້ານຈໍານວນ 7 ບ້ານທີ່ຖືກຮັບຮອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າກົມກອງ, ຫ້ອງການ ແລະ ບັນດາທ່ານແຂກທີ່ຖືກເຊີນຕະຫຼອດຮອດການຈັດຕັ້ງ ຂອງແຕ່ລະບ້ານພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ອາດ ພົມມະສານ ຫົວໜ້າຫ້ອງການກະສິກຳແລະ ປ່າໄມ້ເມືອງໄດ້ຂຶ້ນຜ່ານບົດລາຍງານຜົນການລົງກວດກາ, ການສ້າງບ້ານພົ້ນທຸກ 2 ບ້ານຄື: ບ້ານມີໄຊ ແລະ ບ້ານຜາບໍ່ ແລະບ້ານພັດທະນາ 5 ບ້ານຄື: ບ້ານທ່າແພ, ບ້ານວັງຫີນ, ບ້ານກົກຂາມ,​ ບ້ານໂພນເມືອງ ແລະ ບ້ານເມືອງມ່ວນ ຕາມດຳລັດ348/ນຍ, ຈາກນັ້ນນາຍບ້ານມີໄຊ ໄດ້ຕາງໜ້າໃຫ້ອໍານາດການປົກຄອງບ້ານ ມີໄຊ ແລະ ບ້ານ ຜາບໍ່ ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດປະເມີນບ້ານພົ້ນທຸກຕາມມາດຖານບ້ານພົ້ນທຸກ ພາຍໃນ 2 ບ້ານມີ 237 ຄອບຄົວ, ພົນລະເມືອງ 1,296 ຄົນ, ຍິງ 621 ຄົນ, ປະເມີນຜ່ານຕາມມາດຕະຖານໄດ້ 199 ຄອບຄົວ, ພ້ອມດຽວກັນນີ້ ນາຍບ້ານທ່າແພ ກໍ່ໄດ້ຕາງໜ້າໃຫ້ອຳນາດການປົກຄອງບ້ານ ທ່າແພ, ບ້ານວັງຫີນ, ບ້ານ ກົກຂາມ, ບ້ານໂພນເມືອງ ແລະ ບ້ານເມືອງມ່ວນ ຂຶ້ນຜ່ານບົດສະຫຼຸບການສ້າງບ້ານເປັນບ້ານພັດທະນາ ເຊິ່ງພາຍໃນ 5 ບ້ານ ມີ 876 ຄອບຄົວ, ພົນລະເມືອງ 5,126 ຄົນ, ຍິງ 2,461 ຄົນ ແລະ ໄດ້ປະເມີນຜ່ານ 801 ຄອບຄົວຕາມການປະເມີນຕົວຈິງຂອງຄະນະຮັບຜິດຊອບແມ່ນເຫັນວ່າ ຈຳນວນ 7 ບ້ານ ໄດ້ມີການປະຕິບັດໄດ້ຄົບຕາມ 19 ມາດຕະຖານຂອງບ້ານພັດທະນາ ແລະ 6 ມາດຕະຖານຂອງບ້ານພົ້ນທຸກຂອງກະຊວງກະສິກຳ ແລະ ປ່າໄມ້ທີກໍານົດໄວ້. ພິທີໄດ້ຜ່ານຂໍ້ຕົກລົງ ເລກທີ 223 /ຂບຊ ແລະ ເລກທີ 222 /ຂບຊ ວ່າດ້ວຍການຮັບຮອງຢັ້ງຢືນເອົາ ບ້ານ ມີໄຊ ແລະ ບ້ານ ຜາບໍ່ເປັນບ້ານພົ້ນທຸກ ແລະ ຮັບຮອງເອົາບ້ານ ທ່າແພ, ບ້ານວັງຫີນ, ບ້ານກົກຂາມ, ບ້ານໂພນເມືອງ ແລະ ບ້ານເມືອງມ່ວນ ເປັນບ້ານພັດທະນາ. ເພື່ອເປັນຫຼັກຖານ ແລະໄດ້ມອບໃບຍ້ອງຍໍສັນລະເສີນໃຫ້ບ້ານທີ່ມີຜົນງານດີເດັ່ນທັງ 7 ບ້ານ. ໃນພິທີທ່ານ ປະທານຍັງໄດ້ໃຫ້ກຽດໂອ້ລົມຕື່ມອີກ.​ຈາກນັ້ນຜູ້ເຂົ້າຮ່ວມພິທີຍັງໄດ້ພ້ອມກັນຮ່ວມຕັດແຖບຜ້າ, ເປີດປ້າຍ, ລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກໃນການຮັບຮອງເອົາ 2 ບ້ານພົ້ນທຸກ ແລະ ຮັບຮອງເອົາ 5 ບ້ານເປັນບ້ານພັດທະນາຢ່າງເປັນທາງການ.
ພາບ-ຂ່າວ: ທອງວັນດີ