ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີປະດັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ I) ໃຫ້ແກ່ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສ​ປ​ປ ລາວ.

Jul 7, 2025

ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮັບຫຼຽນກຽດຕິຄຸນອາທິດອຸໄທ (ຊັ້ນ I)
ທ່ານ ໂຄອິຊຶມິ ຊຶໂຕມຸ, ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສ.ປ.ປ.ລາວ, ໄດ້ມອບຫຼຽນກຽດຕິຍົດອັນສູງສົ່ງເຊິ່ງປະທານໂດຍສົມເດັດພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ, ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ເຮືອນພັກເອກອັກຄະຣາຊະທູດຍີ່ປຸ່ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 3 ກໍລະກົດ 2025.
ໃນພິທີມອບຫຼຽນ ແຂກຜູ້ມີກຽດຫຼາຍທ່ານ ລວມທັງຄອບຄົວຂອງ ພະນະທ່ານ ສອນໄຊ, ລັດຖະມົນຕີ ແລະ ການນຳຂັ້ນສູງ ກໍ່ໃຫ້ກຽດເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ທູດ ໂຄອິຊຶມິ ໄດ້ສະແດງຄວາມປິຕິຍິນດີມາຍັງ ພະນະທ່ານ ສອນໄຊ ແລະ ໄດ້ສະແດງຄວາມຂອບໃຈຕໍ່ກັບການປະກອບສ່ວນໃນການເພີ່ມທະວີຮັດແໜ້ນສາຍພົວພັນລະຫວ່າງ ຍີ່ປຸ່ນ ແລະ ລາວ.
ພະນະທ່ານ ສອນໄຊ ໄດ້ເຊື້ອເຊີນບໍລິສັດຍີ່ປຸ່ນຢ່າງຫ້າວຫັນ ໃຫ້ມາລົງທຶນໃນປະເທດລາວ ແລະ ປັບປຸງສະພາບແວດລ້ອມການລົງທຶນຢ່າງສຸດຄວາມສາມາດ.
ໃນເດືອນມັງກອນທີ່ຜ່ານມາ ພະນະທ່ານ ສອນໄຊ ໄດ້ເດີນທາງໄປຢ້ຽມຢາມເຮັດວຽກທີ່ປະເທດຍີ່ປຸ່ນໃນວາລະສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຍີ່ປຸ່ນ-ລາວ, ແລະ ໃນໂອການດັ່ງກ່າວ ພະນະທ່ານ ສອນໄຊ ກໍ່ໄດ້ເຫັນດີຮ່ວມກັບ ພະນະທ່ານ ອິຊິບະ ຊິເງະຣຸ, ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ໃນການຍົກລະດັບສາຍພົວພັນຂອງສອງປະເທດມາເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ”.
ພາຍຫຼັງໄດ້ຮັບຫຼຽນກຽດຕິຄຸນອາທິດອຸໄທ (ຊັ້ນ I) ແລ້ວ, ພະນະທ່ານ ສອນໄຊ ກໍ່ໄດ້ສະແດງຄວາມປຶ້ມປິຕິຍິນດີ ແລະ ໃຫ້ຄໍາໝັ້ນສັນຍາທີ່ຈະສືບຕໍ່ພະຍາຍາມສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ ແລະ ຍີ່ປຸ່ນ.