ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ 1975-2022 ແລະ ວັນຄ້າຍເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ 1920 -2022, ຄະນະພັກ-ອົງການປົກຄອງ ເມືອງ ທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີປະຖະກະຖາເລົ່າຄືນມູນເຊຶ້ອປະຫວັດຄວາມເປັນມາຂອງ 2 ວັນປະຫວັດສາດສໍາຄັນດັ່ງກ່າວຂຶ້ນ, ໃນ ວັນທີ 01 ທັນວາ 2022, ໄດ້ມີການວາງກະຕ່າດອກໄມ້ຢູ່ຕໍ່ໜ້າ ອະນຸສອນສະຖານປະທານໄກສອນ ພົມວິຫານ, ໂດຍການເຂົ້າຮ່ວມ ແລະ ນໍາພາຄະນະ ຂອງ ສະຫາຍ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງທຸລະຄົມ; ຈາກນັ້ນ ໄດ້ເຂົ້າສູ່ພິທີປາຖະກະຖາຢູ່ສະໂມສອນຂອງຫ້ອງວ່າການເມືອງ, ໂດຍມີຄະນະ ພັກ-ຄະນະນໍາຂອງເມືອງ ມາຈາກຫ້ອງ ການ, ກົມກອງ, ອົງການ, ບັນ ດາກຸ່ມບ້ານ, ອົງການຈັດຕັ້ງບ້ານ ພ້ອມດ້ວຍບັນດາພະນັກງານເຂົ້າຮ່ວມຢ່າງພ້ອມພຽງດ້ວຍບັນຍາການຟົດຟຶ້ນ,
ໂອກາດນີ້ ສະຫາຍ ນາງ ວົງເດືອນ ວັດຕະໂສ ໄດ້ເປັນກຽດປາຖະກະຖາເລົ່າຄືນມູນເຊຶ້ອ ເລີ່ມຈາກຄວາມເປັນມາວັນຊາດທີ 2 ທັນວາ ຊຶ່ງໃນປີ 2022 ພໍດີຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດ ປະທານໄກ ສອນ ພົມວິຫານ ຄົບຮອບ 102 ປີ, ມີເນື້ອໃນສໍາຄັນບາງຕອນວ່າ: ການຈັດພິທີປາຖະກະຖາ 2 ວັນປະຫວັດສາດຂອງພັກ,ຂອງຊາດຂຶ້ນໃນເທຶ່ອນີ້ ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ກົງກັບໄລຍະທີ່ອົງຄະນະພັກໃນແຕ່ລະຂັ້ນ ກໍາລັງສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ແລະ ບັນດາແຜນການ 5 ປີ ຂອງຕົນ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ, ປະກອບສ່ວນບູລະນະຟຶ້ນຟູເສດຖະກິດແຫ່ງຊາດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ເຂົ້າຮ່ວມວຽກງານສໍາຄັນອື່ນໆຂອງຂັ້ນເທິງວາງອອກ. ສໍາລັບເມືອງທຸລະຄົມ ກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກ ງານຮອບດ້ານຕາມມະຕິກອງປະຊຸມໃຫຍ່ໄດ້ຮັບ ຮອງ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີ ແລະ ໄປພ້ອມກັບວຽກງານຂອງຄະນະພັກຂັ້ນເທິງວາງອອກແຕ່ລະໄລຍະເຊັ່ນດຽວກັນ;
ເມື່ອຫວນຄືນເຖິງວັນຊາດທີ 2 ທັນວາ ຫຼື ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ ຮອບ 47 ປີ ເປັນວັນທີ່ປວງຊົນລາວທັງຊາດມີຄວາມເອກອ້າງທະນົງໃຈ, ປື້ມປິຕິຍິນດີ ແລະ ດີອົກດີໃຈ ຫາອັນປຽບປານບໍ່ໄດ້. ຄືດັ່ງພວກເຮົາຮັບຮູ້ແລ້ວວ່າ ກ່ອນປີ 1975 ປະເທດລາວ ກໍ່ຄືອານາຈັກລາວລ້ານຊ້າງໃນເມື່ອກ່ອນ ອັນຮຸ່ງເຮືອງ ມີເນື້ອທີ່ກວ້າງໃຫຍ່ໄພສານ, ມີອະທິປະໄຕຢ່າງຄົບຖ້ວນບໍ່ນ້ອຍໜ້າກວ່າຊາດອື່ນ, ເປັນປະເທດໜຶ່ງໃນແຜນທີ່ໂລກທີ່ມີຊື່ສຽງ ແລະ ເປັນທີ່ຮັບຮູ້ໃນເວທີສາກົນ-ພາກພື້ນ, ແຕ່ພາຍຫລັງອານາຈັກລາວລ້ານຊ້າງຕົກເປັນຫົວເມືອງຂຶ້ນຂອງສັກດີນາຕ່າງດ້າວ, ຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ເຮັດໃຫ້ປະເທດລາວເຮົາຊຸດໂຊມເສົ້າໜວງ, ບໍ່ໄດ້ຮັບການພັດທະນາ ແລະ ຖຶກມ້າງເພທໍາລາຍຢ່າງໜັກໜ່ວງທີ່ສຸດ, ປະຊາຊົນຖືກກົດຂີ່ຂູດຮີດ, ບັງຄັບອອກແຮງງານ, ຖືກຈໍາກັດສິດປະຊາທິປະໄຕ, ວັດຖຸບູຮານ, ເຄື່ອງຄໍ້າຂອງຄຸນອັນມີຄ່າຂອງບັນພະບູລຸດປົກປັກຮັກສາໄວ້ ລວມທັງຊັບໃນດິນສິນໃນນໍ້າຖືກພວກສັດຕູຂຸດຄົ້ນ-ລັກເອົາໄປຢ່າງໜ້າສຸດເສຍດາຍ ແລະ ໜ້າເວດທະນາ; ແຕ່ດ້ວຍມູນເຊຶ້ອອາດຫານຂອງປະຊາຊົນພາຍໃນຊາດ, ນໍ້າໃຈຄຽດແຄ້ນບໍ່ຍອມຈໍານົນ ແລະ ຈິດໃຈຮັກເຊຶ້ອເພງຊາດ ຈຶ່ງໄດ້ສາມັກຄີກັນລຸກຮຶ້ຂື້ນຕໍ່ສູ້, ໂດຍສະເພາະຂະບວນຂອງຜູ້ມີບຸນບັນດາເຜົ່າຢູ່ແຕ່ລະພາກ, ແຕ່ລະເຂດຫຼາຍຄັ້ງເລື້ອຍມາ; ແຕ່ຍ້ອນຂາດການນໍາພາຂອງພັກ, ຂາດທິດສະດີປະຕິວັດ ເຮັດໃຫ້ການຕໍ່ສູ້ບໍ່ປະສົບຜົນສໍາເລັດ ແລະ ບໍ່ຢືນຍົງ, ພາຍຫຼັງຄະນະພັກແຄວ້ນລາວກໍາເນີດຂຶ້ນ ພາຍໃຕ້ການນໍາພາຂອງພັກກອມມຸນິດອິນດູຈີນ, ການຕໍ່ສູ້ຈຶ່ງເກີດມີໜໍ່ແໜ່ງເປັນຮູບປະທໍາ ແລະ ຄ່ອຍໆໄດ້ຮັບໄຊຊະນະໃນລະດັບພື້ນ ຖານ ກາຍເປັນເງື່ອນໄຂໃຫ້ກໍາເນີດສ້າງຕັ້ງງພັກປະຊາຊົນລາວໃນວັນທີ 22 ມີນາ 1955, ໂດຍການນໍາພາໂດຍກົງຂອງ ປະທານ ໄກສອນ ພົມວິ ຫານ ແລະ ອາດີດຜູ້ນໍາຮຸ່ນບຸກເບີກຂອງພັກ, ຂອງແນວລາວຮັກຊາດ, ເປັນຕົ້ນ ປະທານສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ ແລະ ຜູ້ອື່ນໆ, ຈາກນັ້ນໄດ້ນໍາພາເຕົ້າໂຮມກໍ່ສ້າງປັບປຸງຂະຫຍາຍພັກ, ການປະຕິວັດນັບວັນກວ້າງຂວາງ, ປະຊາຊົນ 3 ຊາດອິນດູຈີນ, ເປັນຕົ້ນ ສສ ຫວຽດນາມ, ສປ ຈີນ, ກໍາປູເຈຍ ແລະ ບັນດາປະເທດຮ່ວມອຸດົມການສັງຄົມນິຍົມ ທີ່ມີລັດທິມາກ-ເລນີນເປັນພື້ນຖານແນວຄິດ ແລະ ເປັນທິດສະດີປະຕິວັດຈົນກາຍເປັນກະແສຟອງປະຕິວັດທີ່ເຂັ້ມແຂງ; ເປີດກວ້າງວຽກງານແນວໂຮມເອກະພາບແຫ່ງຊາດ ສົມທົບແໜ້ນກໍາລັງມະຫາຊົນ, ເອົາການຕໍ່ສູ້ການ ເມືອງໄປຄູ່ກັບການທະຫານໜູບໜີບ ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ, ປະກາດລົບລ້າງລະບອບສັກດີນາທີ່ຫລ້າຫລັງພົ້ນສະໄໝ ແລະ ປະກາດສ້າງຕັ້ງລະບອບສາທາລະນະລັດປະຊາທິປະໄຕປະຊາຊົນລາວຂຶ້ນຢ່າງເປັນທາງການໃນວັນທີ 2 ທັນວາ 1975;
ສະຫາຍ ນາງ ວົງເດືອນ ວັດຕະໂສ ຍັງໄດ້ເຜີຍແຜ່ຜົນງານ 47 ປີ ຕິດພັນກັບຜົນງານພົ້ນເດັ່ນຂອງແຂວງວຽງຈັນ, ຂອງເມືອງທຸລະຄົມໂດຍສັງເຂບ ແລະ ສຶບຕໍ່ປາຖະກະຖາວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານຄົບ ຮອບ 102 ປີ ຕາມບົດແນະນໍາຂອງຄະນະຮັບຜິດຊອບກໍານົດໄວ້, ໂດຍຍົກໃຫ້ເຫັນຖິ່ນຖານກໍາເນີດ, ຊີວິດໃນໄວຮຽນ, ແຮງຈູງໃຈໃຫ້ທ່ານຕັດສິນໃຈເດີນຕາມເສັ້ນທາງປະຕິວັດປົດປ່ອຍປະເທດຊາດ, ບັນດາຜົນງານຄຸນງາມຄວາມດີ, ຄວາມເປັນແບບເປັນຢ່າງ, ຄວາມເສຍສະຫລະອັນສູງສູງ ແລະ ອຸທິດຕົນເພື່ອຊາດ ເພື່ອປະຊາຊົນ; ປະທານ ໄກສອນ ພົມວິຫານ ເປັນວິລະບູລຸດຂອງຊາດ, ຂອງການປະຕິວັດ, ເປັນຜູ້ນໍາພາສ້າງຕັ້ງພັກ, ນໍາພາການປະຕິວັດຊາດ, ນໍາພາຕໍ່ສູ້ປົດປ່ອຍປະເທດຊາດ, ເປັນຜູ້ ນໍາທີ່ມີວິໄສທັດມອງກວ້າງເຫັນໄກ, ມີອຸດົມການອັນຖືກຕ້ອງ, ເປັນມິດທີ່ດີກັບເພື່ອນມິດສາກົນ, ນໍາພາປ່ຽນແປງໃໝ່ຮອບດ້ານມີຫລັກການ, ນໍາພາການປະຕິວັດຢ່າງສຸດກົກສຸດປາຍ ແລະ ເປັນລູກຮັກຫລານແພງຂອງທົ່ວປວງຊົນທັງຊາດ; ສະຫາຍເລຂາພັກເມືອງ, ເຈົ້າເມືອງ ເນັ້ນໜັກ ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ທະຫານຕໍາຫລວດ ແລະ ພະນັກງານໃນທຸກສາຂາອາຊີບ ຈົ່ງຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ ແລະ ຈົດຈໍາບຸນຄຸນຂອງປະທານໄກສອນ ພົມ ວິຫານ, ເຊີດຊູຄວາມເປັນແບບເປັນຢ່າງນໍາໜ້າໃຫ້ມະຫາຊົນ, ປະຊາຊົນບັນດາເຜົ່າຊາວເມືອງ, ເອົາໃຈໃສ່ຄົ້ນຄວ້າປະຫວັດ ກໍຄືຊີວິດ ແລະ ຜົນງານຂອງທ່ານໃຫ້ເລິກເຊິ່ງ ເພື່ອໝູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບຢ່າງມີຜົນສໍາເລັດ, ພ້ອມທັງປຸກລະດົມຜູ້ເຂົ້າຮ່ວມຮັບຟັງ ຢຶດໝັ້ນເດີນຕາມການຊີ້ນໍາ-ນໍາພາຂອງພັກ, ອອກແຮງຕັ້ງໜ້າປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເສີມຂະຫຍາຍສິດປະ ຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນ, ຮັກປະ ຊາຊົນ, ຮັກບ້ານເກີດເມືອງນອນສູງສົ່ງ, ແຂ່ງຂັນກັນປັບປຸງປົວແປງພັດທະນາຄອບຄົວ, ບ້ານຂອງຕົນໃຫ້ມີການພັດທະນາ, ສະອາດ, ສະຫວ່າງສະໄຫວ, ສີຂຽວ, ສວຍສົດງົດງາມ ແລະ ເປັນມິດກັບທໍາມະຊາດສະພາບແວດລ້ອມ.
ພາບ-ຂ່າວ: ຫລ້າທໍ່-ບ່າວທົ່ງ.