ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີປາຖະກະຖາມູນເຊື້ອ 70 ປີ ວຽກງານຈັດຕັ້ງຂອງພັກປະຊາຊົນປະຕິວັດລາວ ແລະ ວັນສ້າງຕັ້ງສູນກາງພັກ ຄົບຮອບ 70 ປີ (25 ມີນາ 1955 – 25 ມີນາ 2025)

May 20, 2025

ໃນວັນທີ 16 ພຶດສະພາ 2025, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີ ປາຖະກະຖາມູນເຊື້ອ 70 ປີ ວຽກງານຈັດຕັ້ງຂອງພັກປະຊາຊົນປະຕິວັດລາວ ແລະ ວັນສ້າງຕັ້ງສູນກາງພັກ ຄົບຮອບ 70 ປີ (25 ມີນາ 1955 – 25 ມີນາ 2025) ຂຶ້ນ. ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ປອ. ລິນຄໍາ ດວງສະຫວັນກໍາມະການສໍາຮອງສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຊຶ່ງມີ ສະຫາຍ ກິແກ້ວ ສິງນາວົງ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້; ສະຫາຍ ປອ. ນາງ ຈັນທະຄອນ ບົວລະພັນ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້; ບັນດາສະຫາຍຄະນະພັກກະຊວງ; ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ທຽບເທົ່າ; ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ແລະ ຄະນະນໍາບັນດາ 03 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງ; ພະນັກງານຫຼັກແຫຼ່ງທີ່ເຮັດວຽກຈັດຕັ້ງ, ພັກ-ພະ ນັກງານ.
ໃນພິທີໄດ້ຮັບຟັງ ການເຜີຍແຜ່ເອກະສານປາຖະກະຖາມູນເຊື້ອ 70 ປີ ວຽກງານຈັດຕັ້ງ ຂອງພັກປະຊາຊົນປະຕິວັດລາວ; ບົດສູນທອນພົດ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ພິທີສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ; ບົດລາຍງານການກໍາເນີດ ແລະ ການເຄື່ອນໄຫວແຕ່ລະໄລຍະ ຂອງຄະນະຈັດຕັ້ງສູນກາງພັກ ຕະຫຼອດໄລຍະ 70 ປີ. ຫຼັງຈາກນັ້ນ, ກໍ່ໄດ້ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ພະນັກງານຫຼັກແຫຼ່ງທີ່ເຮັດວຽກງານຈັດຕັ້ງ, ພັກ-ພະນັກງານ ອີກດ້ວຍ.