ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີປິດງານບຸນມະໂຫລານຊາວໜຸ່ມ – ເຍົາວະຊົນ ປະຈໍາປີ 2025

Jun 30, 2025

ໃນວັນທີ 29 ມີຖຸນາ 2025, ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ຈັດພິທີປິດງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: ຫົວຂໍ້ “ຊາວໜຸ່ມ-ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດປະຈັນບານ ເຂົ້າໃນການປະດິດສ້າງຫັນເປັນດິຈິຕອນ” ຢູ່ທີ່ສູນການຄ້າລາວ-ໄອເຕັກ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍີງລາວ, ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ; ມີຄະນະບໍລິຫານງານຊາວໜຸ່ມ, ກະຊວງ, ອົງການ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ທອງລີ ສີສຸລິດ ໄດ້ຂຶ້ນກ່າວວ່າ: ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປີ 2025 ພາຍໃຕ້ຫົວຂໍ້: “ຊາວໜຸ່ມ, ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດປະຈັນບານ ເຂົ້າໃນການປະດິດສ້າງຫັນເປັນດີຈີຕ່ອນ” ໄດ້ດຳເນີນເປັນເວລາ 5 ວັນ ເລີ່ມແຕ່ວັນທີ 25 ຫາ 29 ມີຖຸນາ 2025 ເຊິ່ງພາຍໃນງານໄດ້ມີການຈັດກິດຈະກໍາຫຼາຍຫຼາກ ລວມມີທັງໝົດ 26 ກິດຈະກໍາ. ນອກຈາກນີ້, ຍັງມີບູດມູນເຊື້ອຊາວໜຸ່ມຂອງບັນດາ ກະຊວງ, ອົງການ, ຄະນະບໍລິຫານງານຊາວໜຸ່ມແຂວງ-ນະຄອນຫຼວງ, ບູດສົງເສີມຄວາມຮູ້, ຊ່ວຍເຫຼືອສັງຄົມ, ບໍລິຈາກເລືອດ, ຂາຍສິນຄ້າຫັດຖະກຳ ແລະ ອາຫານຕ່າງໆ ຈາກແຂວງ, ກະຊວງ, ອົງການ ແລະ ບັນດາກົມອ້ອມຂ້າງ ສູນກາງຊາວໜຸ່ມ ລວມທັງໝົດ 230 ບູດ, ເຊິ່ງບັນຍາກາດພາຍໃນງານ ເຕັມໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ, ມີເນື້ອໃນ ແລະ ມີຄວາມໝາຍອັນເລິກເຊິ່ງ, ເປັນການເປີດໂອກາດໃຫ້ຊາວໜຸ່ມ-ເຍົາວະຊົນ ສົນທະນາ, ພົບປະແລກບົດຮຽນຖ່າຍທອດຄວາມຮູ້ເຊິ່ງກັນ ແລະ ກັນ ເປັນຕົ້ນ ກ່ຽວກັບ ເອໄອ, ຮຽນໄປນໍາເຮັດໄປນໍາ, ເສດຖະກິດເອກະລາດເປັນເຈົ້າຕົນເອງ, ການສົ່ງ ເສີມການປົກປັກຮັກສາສິ່ງແວດລ້ອມ ແລະ ການບໍລິຫານຄວາມຫຼາກຫຼາຍທາງດ້ານຊິວະນາໆພັນ, ບົດບາດຂອງສັງຄົມຕໍ່ການດໍາເນີນທຸລະກິດທີ່ເປັນມິດກັບສິ່ງແວດລ້ອມ, ການມີສ່ວນຮ່ວມຂອງສັງຄົມ ແລະ ຊຸມຊົນ ໃນການປົກປັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ການພັດທະນາແບບຍືນຍົງ ແລະ ການຈ້າງງານສີຂຽວ.
ນອກຈາກນີ້, ຍັງມີເວທີການແຂ່ງຂັນຂອງຊາວໜຸ່ມ, ເຍົາວະຊົນ ແລະ ມີການຈັດວາງສະແດງສິນຄ້າ, ຜະລິດຕະພັນຂອງຜູ້ປະກອບການໜຸ່ມ ທີ່ມາຈາກຄະນະຊາວໜຸ່ມບັນດາ ກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຈໍານວນໜື່ງ, ເຊິ່ງປັນການຢັ້ງຢືນເຖິງຜົນງານ ແລະ ຜົນສໍາເລັດ ໃນການນໍາພາຊີ້ນໍາຂອງຄະນະພັກ, ຄະນະຊາວໜຸ່ມແຕ່ລະຂັ້ນ ທີ່ໄດ້ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງພັກ-ລັດມອບໝາຍໃຫ້ໄດ້ເປັນຢ່າງດີ.