ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະພາປະຊາຊົນແຂວງ ຊຸດທີ 5 ຢູ່ຈຸດເລືອກຕັ້ງທີ 11 ບ້ານໂພນໄຊ ເມືອງ ຫຼວງນໍ້າທາ ແຂວງຫຼວງນໍ້າທາ

Feb 22, 2026

ພິທີປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະພາປະຊາຊົນແຂວງ ຊຸດທີ 5 ຢູ່ຈຸດເລືອກຕັ້ງທີ 11 ບ້ານໂພນໄຊ ເມືອງ ຫຼວງນໍ້າທາ ແຂວງຫຼວງນໍ້າທາ ເລີ່ມຂຶ້ນຢ່າງເປັນທາງການ ພ້ອມໆກັບໜ່ວຍປ່ອນບັດອື່ນໆໃນຂອບເຂດທົ່ວປະເທດ ໃນວັນທີ 22 ກຸມພາ 2026 ໂດຍມີ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການປະຈໍາສະພາແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ທັງເປັນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍາທາ ພ້ອມດ້ວຍການນໍາແຂວງ ຕະຫຼອດຮອດປະຊາຊົນພາຍໃນເມືອງເຂົ້າຮ່ວມ.
May be an image of dais and text May be an image of text
ໃນພິທີ ທ່ານ ສີຈັນ ລໍຄໍາໂຫລຍ ຮອງປະທານຄະນະກໍາມະການປົກຄອງເມືອງ ຫົວໜ້າຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ເມືອງຫຼວງນໍ້າທາ ໄດ້ລາຍງານສະພາບການກຽມການເລືອກຕັ້ງ ແລະ ຄວາມໝາຍສໍາຄັນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 5 ຊື່ງແມ່ນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍ ຄັ້ງທີ 12 ຂອງພັກ ໃນການເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນເຂົ້າໃນການຄຸ້ມຄອງບໍລິຫານລັດດ້ວຍການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນລາວບັນດາເຜົ່າໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນຕາມທີ່ກຳນົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເພື່ອເລືອກເອົາຜູ້ແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ. ເມືອງຫຼວງນໍ້າທາມີຈຸດປ່ອນບັດເລືອກຕັ້ງທັງໝົດ 97 ຈຸດ ໃນນີ້ມີໜ່ວຍປ່ອນບັດເຄື່ອນທີ່ 26 ໜ່ວຍ ມີຜູ້ມີສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະພາປະຊາຊົນແຂວງ ຊຸດທີ 5 ທັງໝົດ 41.544 ຄົນ.
May be an image of text May be an image of dais and text
ເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ, ມີຜູ້ຮັບສະໝັກເປັນສະມາຊິກສະພາແຫ່ງຊາດ 10 ທ່ານ, ຍິງ 3 ທ່ານ, ເລືອກເອົາ 7 ທ່ານ, ສໍາລັບຜູ້ສະໝັກເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ມີ 35 ທ່ານ, ຍິງ 13 ທ່ານ, ເລືອກ 25 ທ່ານ, ທົ່ວແຂວງມີຜູ້ມີສິປ່ອນບັດເລືອກຕັ້ງທັງໝົດ 136.346 ຄົນ, ຍິງ 66.770 ຄົນ, ມີໜ່ວຍປ່ອນບັດ 322 ໜ່ວຍ ໃນນີ້ໜ່ວຍປ່ອນບັດເຄື່ອນທີ່ 109 ໜ່ວຍ.
May be an image of dais and text May be an image of lighting, dais and text