ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີມອບລາງວັນ WORLD MADAM ອາຊີ ປະຈຳປີ 2025

Dec 16, 2025

ພິທີມອບລາງວັນ WORLD MADAM ອາຊີ ປະຈຳປີ 2025 ຫລື WORLD MADAM 2025 ASIA ANNUAL AWARDS CEREMONY ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-29 ພະຈິກ 2025 ທີ່ປະເທດ ສາທາລະນະລັດປະຊາຊົນຈີນ ພາຍໃຕ້ຄໍາຂວັນ “One small step for Madams, One giant leap for the World” ເຊິ່ງທ່ານນາງ ອາດີນາ ມະຫາວົງ ເປັນແມ່ຍິງລາວຄົນໜຶ່ງທີ່ສາມາດ ຄວ້າລາງວັນ The World Madam 2025 ຢ່າງສົມກຽດ
May be an image of text
ທ່ານນາງ ອາດີນາ ມະຫາວົງ ໄດ້ໃຫ້ສໍາພາດໃນວັນທີ 13 ທັນວາ 2025 ທີ່ໂຮງແຮມ ອາມາຣີ ວຽງຈັນນະຄອນຫຼວງວຽງຈັນ ວ່າ: ການປະກວດ World Madam ເປັນການປະກວດລະດັບນານາຊາດ ທີ່ຈັດຂຶ້ນເປັນປະຈໍາທຸກປີ ເພື່ອສົ່ງເສີມບົດບາດ ແລະ ສັກກະຍະພາບຂອງແມ່ຍິງ ທີ່ມີຄວາມພ້ອມ ທັງດ້ານບຸກຄະລິກກະພາບ, ຄວາມຮູ້, ຄວາມສາມາດ, ມີຄຸນນະທຳ ແລະ ຈິດໃຈໃນການຮັບໃຊ້ສັງຄົມ ໂດຍການສ້າງໃຫ້ເພດຍິງມີຄວາມເປັນຜູ້ນໍາ.
May be an image of one or more people and text May be an image of text
ສໍາລັບປີນີ້ ນັບເປັນຄັ້ງທໍາອິດທີ່ ສປປ ລາວ ໄດ້ເຂົ້າຮ່ວມການປະກວດ The World Madam ASIA 2025 ໂດຍທ່ານນາງ ອາດີນາ ມະຫາວົງ ເປັນຕົວແທນຂອງແມ່ຍິງລາວ ເຂົ້າຮ່ວມໃນການປະກວດຄັ້ງນີ້ ຊຶ່ງມີຫຼາຍພາກສ່ວນເຂົ້າຮ່ວມຫຼາຍກວ່າ 20 ປະເທດທົ່ວໂລກ.
May be an image of ‎text that says '‎日. ل า eso‎'‎ May be an image of text
ການເຂົ້າຮ່ວມຄັ້ງນີ້ ທ່ານໄດ້ນໍາເອົາຜ້າໄໝມ້ອນລາວ ຫຼື ຜ້າຕຸ້ມທີ່ມີລວດລາຍທີ່ເປັນເອກະລັກວັດທະນະທໍາຂອງລາວ, ນອກຈາກນັ້ນ ທ່ານຍັງໄດ້ນໍາສະເໜີ ແລະ ສະແດງການຟ້ອນບົດເພງຈໍາປາເມືອງລາວ ໃນຊຸດຜ້າໄໝລາວ ທີ່ມີການປັກດິ້ງລວດລາຍຂອງແຂວງຫຼວງພະບາງ ເຊິ່ງເປັນການສະທ້ອນເອກະລັກ ແລະ ວັດທະນະທໍາອັນງົດງາມຂອງຊາດລາວ ພ້ອມທັງ ການເຕັ້ນບາສະຫຼົບ ເພື່ອສະແດງໃຫ້ເຫັນເຖິງຄວາມແຂງແຮງ ແລະ ຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າຕື່ມອີກ.
May be an image of text that says 'A รที 고는문 FINALS Dr. ADENA MAHAVONG MASIA LAO WORLD MADAM WORLDMADAM2025ASIA 2025 ASIA OVERALL OVERALLCHAMPION ALL CHAMPION 世界夫人2025亚洲总冠军'
ສໍາລັບລາງວັນ The World Madam ASIA 2025 ເປັນລາງວັນລະດັບນານາຊາດຄັ້ງທໍາອິດຂອງ ສປປ ລາວ ໃນສາຍການປະກວດນີ້. ເຊິ່ງທ່ານ ນາງ ອາດີນາ ມະຫາວົງ ໄດ້ສະແດງຄວາມພາກພູມໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ທັງໄດ້ຊີ້ໃຫ້ເຫັນວ່າ ມົງກຸດ World Madam ບໍ່ແມ່ນມົງກຸດນາງງາມ ແຕ່ເປັນສັນຍາລັກແຫ່ງຄຸນຄ່າ ແລະ ຄຸນລະສະຕີຂອງແມ່ຍິງໃນການອຸທິດຕົນເຮັດວຽກເພື່ອສັງຄົມ, ການເຜີຍແຜ່ວັດທະນະທໍາ ແລະ ການເຊື່ອມໂຍງທາງທຸລະກິດ. ໂອກາດນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ພາກລັດ, ພາກເອກະຊົນ ແລະ ທຸກພາກສ່ວນ ທີ່ໄດ້ຊຸກຍູ້ ແລະ ສະໜັບສະໜູນຈົນສາມາດນໍາຊື່ສຽງ ແລະ ຄວາມພາກພູມໃຈມາສູ່ປະເທດຊາດໄດ້ໃນຄັ້ງນີ້.