ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີມອບຮັບໂຄງການຕົວແບບ ແລະ ປັບປຸງພື້ນຖານໂຄງລ່າງດ້ານນ້ຳ ແລະ ສຸຂະພິບານ ຢູ່ໃນສາມເມືອງຂອງແຂວງຫົວພັນ

Feb 28, 2025

ວັນທີ 25-27 ກຸມພາ 2025 ນີ້, ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ໄດ້ຈັດພິທີມອບ-ຮັບໂຄງການຕົວແບບ ແລະ ປັບປຸງຟື້ນຖານໂຄງລ່າງດ້ານນ້ຳ ແລະ ສຸຂະພິບານຢູ່ເມືອງວຽງໄຊ, ເມືອງຊຳເໜຶອ ແລະ ເມືອງຫົວເມືອງ ແຂວງຫົວພັນ ຢູ່ທີ່ຫ້ອງວ່າການຂອງສາມເມືອງດັ່ງກ່າວ.
ໂຄງການຕົວແບບ ແລະ ການປັບປຸງຟື້ນຖານໂຄງລ່າງດ້ານນ້ຳ ແລະ ສຸຂະພິບານ ຢູ່ເມືອງວຽງໄຊ, ເມືອງຊຳເໜຶອ ແລະ ເມືອງຫົວເມືອງມີ 3 ກິດຈະກຳໃຫຍ່ໃນນີ້ ເມືອງວຽງໄຊ ປັບປຸງລະບົບສຸຂະພິບານຂອງໂຮງຮຽນກິນນອນຊົນເຜົ່າ, ປັບປຸງທາງເຂົ້າສະໜາມຂີ້ເຫຍຶ້ອຂອງເມືອງວຽງໄຊເຊິ່ງມີຄວາມກວ້າງ 4 ແມັດເຄິ່ງ ຍາວ 430 ແມັດ, ກໍ່ສ້າງຮ່ອງລະບາຍນ້ຳ ແລະ ທໍ່ຫຼອດທາງ ລວມມູນຄ່າ ເກືອບສອງຕື້ກີບ, ໂດຍແມ່ນບໍລິສັດສິງຄຳກໍ່ສ້າງເປັນຜູ້ຮັບເໝົາ, ເມືອງຊຳເໜຶອແມ່ນ ກໍ່ສ້າງອ່າງເກັບຂີ້ເຫຍຶ້ອ ຈຳນວນ 1 ອ່າງມີເນື້ອທີທັງໝົດ 5,626 ແມັດ2, ໜອງບໍາບັດສິ່ງເສດເຫຼືອ 2 ອ່າງ ແລະ ສ້ອມແປງທາງເຂົ້າ-ອອກ ສະໜາມຂີ້ເຫຍຶ້ອ ລວມມູນຄ່າ 1 ຕື້ 200 ລ້ານກວ່າກີບ ໂດຍແມ່ນບໍລິສັດຄຳໄຊກໍ່ສ້າງເປັນຜູ້ຮັບເໝົາ ແລະ ເມືອງຫົວເມືອງ ກໍ່ສ້າງອ່າງຖິ້ມຂີ້ເຫຍຶ້ອ ແລະ ປັບປຸງທາງເຂົ້າສະໜາມຂີ້ເຫຍຶ້ອ, ກໍ່ສ້າງອ່າງຕອງຊາຍ ແລະ ອ່າງເກັບນ້ຳສະອາດ ລວມມູນຄ່າ 1 ຕື້ກວ່າກີບ ໂດຍແມ່ນ ບໍລິສັດໄຊຍະພອນກໍ່ສ້າງ ຊຶ່ງໄດ້ເລີ່ມລົງມືກໍ່ສ້າງ ແຕ່ວັນທີ 30 ຕຸລາ ເຖິງວັນທີ 31 ທັນວາ 2024 ຈຶ່ງສຳເລັດ 100%, ລວມມູນຄ່າກໍ່ສ້າງທັງໝົດ 4 ຕື້ກວ່າກີບ ໂດຍແມ່ນທຶນສະໜັບສະໜູນຈາກກະຊວງເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນທະລັດເຢຍລະມັນ, ຜ່ານການກວດກາຕົວຈິງຂອງຄະນະຮັບຜິດຊອບໂຄງການ ເຫັນວ່າການກໍ່ສ້າງໄດ້ດຳເນີນຖືກຕ້ອງຕາມເຕັກນິກທີ່ລະບຸໄວ້ໃນສັນຍາ, ຮ່ວມລົງນາມເຊັນບົດບັນທຶກມອບ-ຮັບຝ່າຍເຈົ້າຂອງໂຄງການໂດຍແມ່ນທ່ານ ບຸນຈັນ ຄຳພິໄລວົງ ຫົວໜ້າຫ້ອງການບໍດາລາວ ຮ່ວມກັບ ບໍລິສັດສິງຄຳກໍ່ສ້າງ, ບໍລິສັດຄຳໄຊກໍ່ສ້າງ ແລະ ບໍລິສັດໄຊຍະພອນກໍ່ສ້າງ, ມີທ່ານ ພອນວັນ ຮອງຫົວໜ້າພະແນກ ຍທຂ ແຂວງ, ຄະນະຮັບຜິດຊອບໂຄງການພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງເຂົ້າຮວ່ມເປັນສັກຂີພິຍານນຳ. ຈຸດປະສົງໃນການກໍ່ສ້າງໃນຄັ້ງນີ້ກໍ່ເພຶ່ອປັບປຸງຄຸນນະພາບຊີວິດການເປັນຢູ່ ແລະ ສ້າງຄວາມເຂັ້ມແຂງທາງດ້ານສຸຂະພິບານຂອງຕົວເມືອງນ້ອຍ.
ຂ່າວ-ພາບ: ອຸທິດາ