ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດສຸກເສີນປະເພດເຄື່ອງໃຊ້ໃນຄົວເຮືອນຈາກລັດຖະບານອົດສະຕຣາລີໃຫ້ລັດຖະບານລາວ

Nov 11, 2025

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດສຸກເສີນປະເພດເຄື່ອງໃຊ້ໃນຄົວເຮືອນຈາກລັດຖະບານອົດສະຕຣາລີ ໃຫ້ລັດຖະບານລາວ ພາຍໃຕ້ກິດຈະກຳຮ່ວມມືດ້ານວຽກງານການປ້ອງກັນຊາດ ປີ 2025 ເພື່ອສະໜັບສະໜູນລາວ ກຽມພ້ອມຮັບມືກັບໄພພິບັດ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ ຈັດຂຶ້ນໃນຕອນເຊົ້າວັນທີ 11 ພະຈິກ 2025 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ມີ ທ່ານນາງ ເມ ແກນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີປະຈຳລາວ, ພ້ອມດ້ວຍ ພົນຈັດຕະວາ ເຈນ ເຮລີສ, ຜູ້ບັນຊາການ ໂຄງການອິນໂດ-ປາຊີຟິກຂອງກອງທັບອົດສະຕຣາລີ ແລະ ພັນໂທ ນິກ ເບີມາ, ທີ່ເປິກສາທູດປ້ອງກັນຊາດອົດສະຕຣາລີ ໄດ້ມອບເຄື່ອງຊ່ວຍເຫຼືອຢ່າງເປັນທາງການໃຫ້ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງແຮງງານ ແລະສະຫວັດດີການສັງຄົມ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
May be an image of aircraft and text May be an image of aircraft and text
ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້, ແມ່ນສ່ວນໜຶ່ງຂອງກິດຈະກຳຮ່ວມມືພາກພື້ນດ້ານວຽກງານປ້ອງກັນຊາດ ຫຼື ໂຄງການອິນໂດ-ປາຊີຟິກ ຈັດຕັ້ງນໍາພາໂດຍກອງທັບປ້ອງກັນຊາດຂອງອົດສະຕຣາລີ ເພື່ອເສີມສ້າງການຮ່ວມມື ແລະ ຄວາມເຂັ້ມແຂງໃນທົ່ວພາກພື້ນອິນໂດ-ປາຊີຟິກ.
ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳ ມີມູນຄ່າ 98,000 ໂດລາອົດສະຕຣາລີ ຫຼື ປະມານ 1 ຕື້ 300 ລ້ານກີບ ປະກອບມີ: ເຄື່ອງສຸຂະອະນາໄມ 360 ຊຸດ, ເຄື່ອງໃຊ້ໃນຄົວເຮືອນ 360 ຊຸດ, ຜ້າຫົ່ມ 2.200 ຜືນ, ມຸ້ງ 2.8000 ດາງ ແລະ ສາດ 1.8000 ຜືນ ເຄື່ອງເຫຼົ່ານີ້,ຈະສະມາດຊ່ວຍເຫຼືອປະຊາຊົນໄດ້ຫຼາຍກວ່າ 1.800 ຄົນ.
ທ່ານນາງ ເມແກນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີປະຈຳລາວ ກ່າວວ່າ: ອົດສະຕຣາລີ ມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານລາວ ກະກຽມຄວາມພ້ອມ ແລະ ຕອບໂຕ້ໄພພິບັດທາງທຳມະຊາດ ແລະ ເຫດການສຸກເສີນດ້ານມະນຸດສະທຳ, ພວກເຮົາຍິນດີ ແລະ ດີໃຈທີ່ໄດ້ຮູ້ວ່າ ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳທີ່ສົ່ງມອບໃຫ້ໄລຍະ 3 ປີ ຜ່ານມາ ໄດ້ຊ່ວຍເຫຼືອຫຼາຍຄອບຄົວທີ່ໄດ້ຮັບຜົນກະທົບຈາກ ໄພນໍ້າຖ້ວມຢູ່ຫຼາຍແຂວງຂອງລາວ.
May be an image of aircraft and text May be an image of aircraft and text
ທ່ານ ໂພໄຊ ໄຊຍະສອນ ກ່າວສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງຂອງລັດຖະບານອົດສະຕຣາລີ ໃນການສ້າງຄວາມເຂັ້ມແຂງເພື່ອກຽມພ້ອມຮັບມືກັບໄພພິບັດ ແລະ ການຕອບໂຕ້ພາວະສຸກເສີນລາວ, ເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດນີ້ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນ ພ້ອມທັງໄດ້ຖືກມອບໃຫ້ທັນເວລາ, ຈະຊ່ວຍໃຫ້ພວກເຮົາສາມາດແຈກຢາຍ ແລະ ຕອບສະໜອງຄວາມຕ້ອງການຂອງຄອບຄົວທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດໃນທົ່ວປະເທດໄດ້ຢ່າງວ່ອງໄວ ແລະ ມີປະສິດຕິພາບ ໂດຍສະເພາະຜູ້ປະສົບໄພໃນໄລຍະລະດູຝົນຜ່ານມາ.