ພິທີມອບ-ຮັບເຄື່ອງໃຫ້ທະຫານແຂວງບໍ່ແກ້ວ

ວັນທີ 12 ພຶດສະພາຜ່ານມາ, ສະພາແຫ່ງຊາດ ພ້ອມດ້ວຍຄະນະກອງທຶນຊ່ວຍເຫຼືອສັງຄົມ ຂອງສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ກອງບັນຊາການທະຫານແຂວງບໍ່ແກ້ວ ລວມມູນຄ່າທັງໝົດ 135 ລ້ານກີບ, ຕາງໜ້າມອບໂດຍທ່ານ ດຣ. ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມ ແລະ ຕາງໜ້າຮັບໂດຍທ່ານ ພົຈວ. ຂາວມະນິ ສີພອນ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ເຊິ່ງມີທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ນາງ ກຸກກິກ ບຸດດາໄຊ


