ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີມອບ-ຮັບໂຮງຮຽນ ມັດທະຍົມສຶກສາສົມບູນບ້ານເລົ່າຄຳ, ເມືອງເຟືອງ

Mar 30, 2026

ພິທີມອບ-ຮັບໂຮງຮຽນມັດທະຍົມສົມບູນ ບ້ານເລົ່າຄຳ, ເມືອງເຟືອງ, ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 28 ມີນາ 2026 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ເລຂາພັກແຂວງວຽງຈັນ, ບັນດາທ່ານ ຮອງລັດຖະມົນຕີ, ທ່ານ ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ພ້ອມດ້ວຍການນຳເມືອງເຟືອງ, ບັນດາພະແນກການຂອງແຂວງ, ປະທານ ບໍລິສັັດນິກສັນພັດທະນາບໍ່ແຮ່ ຈຳກັດ ແລະ ການຈັດຕັ້ງບ້ານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
May be an image of dais and text May be an image of dais and text
ໂຮງຮຽນດັ່ງກ່າວ ໄດ້ເລີ່ມກໍ່ສ້າງໃນເດືອນພະຈິກ 2025, ເປັນຕຶກອາຄານ 2 ຊັ້ນ, ກວ້າງ 9 ແມັດ, ຍາວ 35 ແມັດ, ມີ 6 ຫ້ອງຮຽນ, 1 ຫ້ອງການຄູອາຈານ ແລະ ໄດ້ເພີ່ມທຶນສ້ອມແປງ ອາຄານເກົ່າ 2 ຫຼັງ ໂດຍແມ່ນບໍລິສັດ ເຄຊີ ສໍາຫຼວດ, ອອກແບບ, ກໍ່ສ້າງ ແລະ ຕົບແຕ່ງ ຈຳກັດ ເປັນຜູ້ສໍາຫຼວດອອກແບບ ແລະ ຮັບເໝົາກໍ່ສ້າງສ້ອມແປງຈົນສໍາເລັດສົມບູນ ລວມມູນຄ່າທັງໝົດ 6.35 ຕື້ກີບ, ສາມາດຮອງຮັບນັກຮຽນໄດ້ 200-300 ຄົນ, ຈາກ 14 ບ້ານ ໃນເຂດເທດສະບານເມືອງເຟືອງ. ໂຮງຮຽນດັ່ງກ່າວ ເປັນຂອງຂວັນຈາກທ່ານ ນາຍົກລັດຖະມົນຕີ ມອບໃຫ້ແກ່ອົງການປົກຄອງແຂວງວຽງຈັນ ກໍ່ຄືທ້ອງຖິ່ນທີ່ກ່ຽວຂ້ອງ, ໂດຍການປະກອບທຶນກໍ່ສ້າງ ຂອງກຸ່ມບໍລິສັດ ນິກສັນພັດທະນາບໍ່ແຮ່ ຈຳກັດ, ຊຶ່ງຜົນສໍາເລັດດັ່ງກ່າວ ຈະປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາປະເທດຊາດ ໂດຍສະເພາະ ວຽກງານການສຶກສາ ກໍ່ຄືການຮຽນ-ການສອນ ໃຫ້ມີຄຸນນະພາບສູງຂຶ້ນ ທາງດ້ານຄວາມຮູ້ຄວາມສາມາດ, ທັກສະ ແລະ ລະບຽບວິໄນ, ສ້າງໂອກາດ ໃຫ້ເດັກນ້ອຍໃນເກນອາຍຸ ໄດ້ເຂົ້າເຖິງການສຶກສາ ຢ່າງທົ່ວເຖິງ ແລະ ເທົ່າທຽມ, ພັດທະນາຊັບພະຍາກອນມະນຸດ ໃຫ້ກາຍເປັນພົນລະມືອງ ທີ່ມີຄຸນນະພາບ, ສາມາດສືບຕໍ່ປະຕິບັດພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງຕໍ່ເນື່ອງ ແລະ ຍືນຍົງ.
No photo description available. May be an image of text
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍການນຳທີ່ເຂົ້າຮ່ວມ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ ເພື່ອເປີດນຳໃຊ້ອາຄານໂຮງຮຽນ ຢ່າງເປັນທາງການ, ພ້ອມກັນນີ້ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບຄອມພິວເຕີ ແລະ ອຸປະກອນໄອທີຈຳນວນໜຶ່ງ ໃຫ້ແກ່ໂຮງຮຽນດັ່ງກ່າວ. ອັນສຳຄັນ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດປະດັບຫຼຽນໄຊພັດທະນາຊັ້ນ I ໃຫ້ແກ່ປະທານ ກຸ່ມບໍລິສັດ ນິກສັນ ພັດທະນາ ບໍ່ແຮ່ ຈໍາກັດ ທີ່ມີຜົນງານປະກອບທຶນກໍ່ສ້າງໂຮງຮຽນດັ່ງກ່າວ.
May be an image of dais and text that says 'พิทิ ហិ ปะดับทารมไอพัดทะมา อั้ม I ใช้แว่ ท่าม มิงสัม พิมมะอีจิด ปะทามภุ่มขำลิสัด มิภสัม พัดทะมาบแร่ จำภัด แ2องอรงจัม, อัมทา 28 มิมา 2026 EPSON Bbs L2250 TE EPSON 결증로 IPSON B 日' May be an image of dais and text