ພິທີມອບ-ຮັບ ແລະ ເປີດນຳໃຊ້ເສັ້ນທາງ ຈາກເທດສະບານເມືອງໄຊຈໍາພອນ ຫາດ່ານປະເພນີນໍ້າອອນ (ຊາຍແດນລາວ-ຫວຽດນາມ) ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 12 ມີນາ 2026 ທີ່ເທດສະບານເມືອງໄຊຈໍາພອນ, ແຂວງບໍລິຄໍາໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ເລຂາພັກແຂວງບໍລິຄຳໄຊ; ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ບັນດາທ່ານ ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ; ທ່ານ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍການນຳແຂວງບໍລິຄຳໄຊ, ແຂວງຮ່າຕິ່ງ-ແຂວງເຫງະອານ ສສ ຫວຽດນາມ ຕະຫຼອດຮອດການນຳເມືອງໄຊຈຳພອນ ແລະ ບໍລິສັດ ທີ່ໃຫ້ການຊ່ວຍເຫຼືອທຶນກໍ່ສ້າງເສັ້ນທາງດັ່ງກ່າວ ເຂົ້າຮ່ວມ.

ເສັ້ນທາງດັ່ງກ່າວ ເປັນເສັ້ນທາງປູຢາງອັດສະຟານ, ມີຄວາມຍາວ 35 ກິໂລແມັດ, ໃນນັ້ນ ເສັ້ນທາງເຂດເທດສະບານເມືອງ ຍາວ 2 ກິໂລແມັດ ມີ 4 ຊ່ອງຈະລາຈອນ (ທາງຂຶ້ນ 2 ຊ່ອງ, ທາງລ່ອງ 2 ຊ່ອງ), ແຕ່ລະຊ່ອງ ມີຄວາມກວ້າງ 3.5 ແມັດ, ຄວາມກວ້າງຄູກາງ 2 ແມັດ, ຄວາມກວ້າງຂອງຄອງລະບາຍ ເບື້ອງລະ 0.7 ແມັດ, ຊຶ່ງລວມຄວາມກວ້າງຂອງໜ້າທາງແມ່ນ 14 ແມັດ ແລະ ລວມຄວາມກວ້າງຂອງພື້ນທາງ 17.4 ແມັດ. ສຳລັບເສັ້ນທາງເຂດນອກເທດບານເມືອງ ມີຄວາມຍາວ 33 ກິໂລແມັດ ມີຂະໜາດໜ້າທາງກວ້າງ 5.5 ແມັດ ແບ່ງເປັນ 2 ຊ່ອງຈະລາຈອນ (ຂຶ້ນ ແລະ ລ່ອງ), ຄວາມກວ້າງບ່າທາງ ເບື້ອງລະ 1 ແມັດ, ລວມຄວາມກວ້າງຂອງພື້ນທາງ 7.5 ແມັດ. ຕະຫຼອດໄລຍະຄວາມຍາວ 35 ກິໂລແມັດນັ້ນ ໄດ້ມີການກໍ່ສ້າງຂົວເບຕົງເສີມເຫຼັກ ທີ່ມີຄວາມກວ້າງ 9.4 ແມັດ ຈໍານວນ 2 ແຫ່ງ ລວມຄວາມຍາວ 154.8 ແມັດ ແລະ ທໍ່ລະບາຍນໍ້າ 1 ແຫ່ງ ຊຶ່ງລວມມູນຄ່າໂຄງການທັງໝົດ 260 ຕື້ກີບ ໂດຍແມ່ນທຶນຊ່ວຍເຫຼືອລ້າ ຈາກບໍລິສັດ ຫຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດນາມ-ລາວ ກໍ່ຄືຜູ້ລົງທຶນໃນກຸ່ມໂຄງການໄຟຟ້າພະລັງງານລົມ ເຈືອງເຊີນ ຢູ່ແຂວງບໍລິຄຳໄຊ ໂດຍມີໄລຍະເວລາໃນການກໍ່ສ້າງແມ່ນ 6 ເດືອນ (ທ້າຍປີ 2025), ພາຍຫຼັງມອບ-ຮັບ ແລະ ເປີດນຳໃຊ້ຢ່າງເປັນທາງການ, ບໍລິສັດຜູ້ໃຫ້ທຶນ ແລະ ຮັບເໝົາກໍ່ສ້າງ ຈະສືບຕໍ່ໃຫ້ການບຳລຸງຮັກສາເສັ້ນທາງດັ່ງກ່າວຕື່ມອີກ ເປັນໄລຍະເວລາ 5 ປີ.

ການຊ່ວຍເຫຼືອກໍ່ສ້າງເສັ້ນທາງດັ່ງກ່າວ ເປັນການປະກອບສ່ວນອັນໃຫຍ່ຫຼວງຂອງບໍລິສັດ ຫຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດນາມ-ລາວ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍ່ຄືການພັດທະນາພື້ນຖານໂຄງລ່າງເມືອງໄຊຈຳພອນ ທີ່ຍັງເປັນເມືອງທຸກຍາກຂອງແຂວງ, ຊຶ່ງຕັດຂາດການເດີນທາງເຂົ້າ-ອອກບາງໄລຍະໃນລະດູຝົນ (ກ່ອນກໍ່ສ້າງເສັ້ນທາງ), ກາຍເປັນເມືອງທີ່ສາມາດທຽວໄປມາໄດ້ສະດວກທັງສອງລະດູ, ເຮັດໃຫ້ການເດີນທາງສູ່ບັນດາເມືອງອ້ອມຂ້າງ ໃຊ້ເວລາສັ້ນກວ່າເກົ່າຫຼາຍຊົ່ວໂມງ, ປະກອບສ່ວນເຮັດໃຫ້ປະຊາຊົນທ້ອງຖິ່ນ ມີເງື່ອນໄຂສະດວກ ໃນການພັດທະນາຊີວິດການເປັນຢູ່ ໃຫ້ດີຂຶ້ນ. ສະນັ້ນ, ຜົນສຳເລັດດັ່ງກ່າວ ຈຶ່ງຖືເປັນບາດກ້າວສຳຄັນ ທີ່ເອື້ອອຳນວຍ ແລະ ກະຕຸກຊຸກຍູ້ ເມືອງໄຊຈຳພອນ ເປີດປະຕູສູ່ບັນດາເມືອງໄກ້ຄຽງ ຂອງ ສປປ ລາວ ແລະ ສສ ຫວຽດນາມ ຫຼາຍຂຶ້ນ ໂດຍສະເພາະ ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາເສດຖະກິດ ເຂດຊາຍແດນ ແລະ ອື່ນໆ, ຊຶ່ງຈະຊ່ວຍເຮັດໃຫ້ ເສດຖະກິດ-ສັງຄົມ ຂອງເມືອງໄຊຈຳພອນ ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ຈະໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນ ເປັນກ້າວໆ.



