ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ

Dec 5, 2025

ໃນຕອນເຊົ້າວັນທີ 04 ທັນວາ 2025 ທີ່ເມືອງຊໍາເໜືອ, ແຂວງຫົວພັນ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ- ສັງຄົມ ແລະ ສະຫາຍ ຫງວຽນ ຈີ ຢຸ່ງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ມີສະຫາຍ ເຈົ້າແຂວງໆຫົວພັນ, ສະຫາຍ ປະທານຄະນະກຳມະການປົກຄອງແຂວງແທັງຮວ່າ ສສ ຫວຽດນາມ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງລັດຖະມົນຕີ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ພ້ອມດ້ວຍການນຳ ແຂວງຫົວພັນ, ແຂວງແທັງຮວ່າ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
May be an image of text
ໃນໂອກາດນີ້, ສະຫາຍ ຫງວຽນ ຮວາຍ ແອັງ, ປະທານຄະນະກຳມະການປົກຄອງແຂວງແທັງຮວ່າ ສສ ຫວຽດນາມ, ໃນນາມຄະນະຄຸ້ມຄອງໂຄງການຝ່າຍຫວຽດນາມ ໄດ້ລາຍງານຕໍ່ພິທີວ່າ: ໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ ໄດ້ເລີ່ມກໍ່ສ້າງ ໃນເດືອນມິຖຸນາ ປີ 2017 ແລະ ສໍາເລັດ ໃນເດືອນຕຸລາ 2025 ມີມູນຄ່າກໍ່ສ້າງທັງໝົດຈໍານວນ 518.5 ຕື້ດົງ (ສະກຸນເງິນຫວຽດນາມ), ໃນນັ້ນ ເປັນທຶນຊ່ວຍເຫຼືອລ້າຂອງລັດຖະບານ ສສ ຫວຽດນາມ 515 ຕື້ດົງ ແລະ ທຶນສົມທົບຂອງລັດຖະບານລາວ 3.5 ຕື້ດົງ, ຊຶ່ງມີການລົງທຶນ ໃນ 3 ດ້ານ ຄື: (1) ດ້ານໂຄງສ້າງເປັນອາຄານ 9 ຊັ້ນ, ມີທັງໝົດຈໍານວນ 200 ຕຽງ; (2) ດ້ານອຸປະກອນເຮັດວຽກ ແລະ ອຸປະກອນການແພດ; ແລະ (3) ດ້ານຍົກລະດັບຄວາມຮູ້ຄວາມສາມາດ ແລະ ຖ່າຍທອດເຕັກໂນໂລຊີ.
May be an image of dais and text May be an image of text
ໃນໂອກາດດຽວກັນ, ສະຫາຍ ຄຳແພງ ໄຊສົມແພງ, ເຈົ້າແຂວງໆຫົວພັນ ກໍ່ໄດ້ມີຄໍາເຫັນ ບາງຕອນວ່າ: ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດ ແຫ່ງນີ້ ແມ່ນສ້າງຂຶ້ນບົນໃຈສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເພື່ອບໍລິການໃຫ້ຄຳປຶກສາ, ເບິ່ງແຍງປິ່ນປົວສຸຂະພາບ ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມືທັນສະໄໝ, ມີຄວາມສະດວກ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງເປັນສັນຍາລັກແຫ່ງການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເປັນຂົວຕໍ່ແຫ່ງການເຊື່ອມໂຍງດ້ານຄວາມສາມັກຄີແບບພິເສດ ລະຫວ່າງ ຫົວພັນ-ແທັງຮ່ວາ ໃຫ້ຍືນຍົງຊົ່ວກາລະນານ, ກາຍເປັນມໍລະດົກຕົກທອດທາງດ້ານວັດຖຸ ແລະ ຈິດໃຈສືບຕໍ່ໄປໃນພາຍໜ້າ ເພື່ອຄົນລຸ້ນຫຼັງ ໄດ້ນໍາໃຊ້ ແລະ ຈົດຈໍາ. ພ້ອມກັນນັ້ນ ກໍ່ໃຫ້ຄວາມເຊື່ອໝັ້ນວ່າ ອົງການປົກຄອງແຂວງ ກໍ່ຄືພາກສ່ວນທີ່ກ່ຽວຂ້ອງຂອງແຂວງຫົວພັນ ຈະພ້ອມກັນເອົາໃຈໃສ່ຄຸ້ມຄອງ ແລະ ນຳໃຊ້ໂຮງໝໍແຫ່ງນີ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສອດຄ່ອງກັບຄວາມມຸ່ງຫວັງ ຂອງການນຳພັກ-ລັດ ແລະ ປະຊາຊົນ ຢ່າງແທ້ຈິງ, ທັງໃຫ້ສາມາດນຳໃຊ້ໄດ້ຍາວນານ.
May be an image of dais and text May be an image of dais
ຫຼັງຈາກນັ້ນ, ສະຫາຍ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກໍ່ໄດ້ມີຄຳເຫັນ ຕໍ່ພິທີວ່າ: ການຊ່ວຍເຫຼືອທຶນຮອນ ຂອງລັດຖະບານຫວຽດນາມ ເຂົ້າໃນການກໍ່ສ້າງໂຮງໝໍມິດຕະພາບ ລາວ-ຫວຽດ ແຂວງຫົວພັນ ໃນຄັ້ງນີ້ ແມ່ນການບິແບ່ງໝາກຜົນ ທີ່ຍາດມາໄດ້ ໃນໄລຍະທີ່ຜ່ານມາ ໃຫ້ແກ່ອ້າຍນ້ອງ ທີ່ເຄີຍຮ່ວມສຸກຮ່ວມທຸກນຳກັນ ເພື່ອສ້າງສາຍພົວພັນທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ ແລະ ຈົງຮັກພັກດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ບັນລຸຄາດໝາຍໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ ເພື່ອປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ຂອງສອງປະເທດພວກເຮົາ ໃຫ້ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມ ຂະຫຍາຍຕົວຢ່າງ ໜັກແໜ້ນ-ເຂັ້ມແຂງ, ປະເທດຊາດ ຈະເລີນກ້າວໜ້າບໍ່ຢຸດຢັ້ງ.
May be an image of one or more people and dais
ໃນພິທີທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ມີຄຳເຫັນບາງຕອນວ່າ: ໂຄງການນີ້ ມີຄວາມໝາຍຄວາມສໍາຄັນຫຼາຍ, ເປັນສັນຍາລັກໜຶ່ງ ຂອງສາຍພົວພັນມິດຕະພາບລາວ – ຫວຽດນາມ, ຫວຽດນາມ-ລາວ, ເປັນໂຮງໝໍທີ່ມີຄວາມສວຍງາມ ແລະ ທັນສະໄໝ ໂດຍນຳໃຊ້ທຶນຊ່ວຍເຫຼືອລ້າ ຈາກລັດຖະບານ ແຫ່ງ ສສ ຫວຽດນາມ, ມາຮອດປັດຈຸບັນ ເຫັນວ່າ ການກໍ່ໄດ້ສ້າງສຳເລັດໂດຍພື້ນຖານແລ້ວ. ຕໍ່ຜົນສໍາເລັດດັ່ງກ່າວ, ທ່ານ ໄດ້ສະແດງຄວາມຊົມເຊີຍ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຂອງສອງປະເທດ ໂດຍສະເພາະ ອົງການປົກຄອງ ແຂວງຫົວພັນ, ແຂວງແທັງຮວາ ແລະ ບໍລິສັດທີ່ຮັບຜິດຊອບການກໍ່ສ້າງ ທີ່ໄດ້ຮ່ວມແຮງຮ່ວມໃຈກັນເຮັດໃຫ້ໂຄງໄດ້ຮັບການຈັດຕັ້ງປະຕິບັດສຳເລັດຕາມລະດັບຄາດໝາຍ ທີ່ກຳນົດໄວ້, ພ້ອມທັງ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ ເວົ້າລວມ, ເວົ້າສະເພາະ ແມ່ນໄດ້ໃຫ້ການຊ່ວຍເຫຼືອສ້າງພື້ນຖານໂຄງລ່າງຮັບໃຊ້ວຽກງານ ສາທາລະນະສຸກ ໃນຄັ້ງນີ້ ເປັນການຊ່ວຍເຫຼືອທີ່ລໍ້າຄ່າ ບົນຈິດໃຈສະຫາຍອ້າຍນ້ອງ ທີ່ວ່າ: “ເຂົ້າເມັດຫັກ ຜັກເສັ້ນດຽວ ກໍ່ແບ່ງກັນ”. ຫຼັງຈາກນັ້ນ ກໍ່ໄດ້ກ່າວຮັບ ແລະ ຕັດແຖບຜ້າ ເພື່ອເປີດນຳໃຊ້ໂຄງການກໍ່ສ້າງ “ໂຮງໝໍມິດຕະພາບລາວ-ຫວຽດນາມ, ແຂວງຫົວພັນ” ຢ່າງເປັນທາງການ, ພ້ອມທັງ ມອບຕໍ່ໃຫ້ແກ່ອົງການປົກຄອງແຂວງຫົວພັນ ເປັນຜູ້ຄຸ້ມຄອງ, ປົກປັກຮັກສາ, ບູລະນະ ແລະ ບໍລິການຮັບປະຊາຊົນບັນດາເຜົ່າ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຍາວນານ.