ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີລົງນາມພັດທະນາໂຄງການສາຍສົ່ງໄຟຟ້າແຮງສູງ 115 ກິໂລໂວນ ໃນທົ່ວປະເທດ

Oct 9, 2024

ໃນວັນທີ 08 ຕຸລາ 2024, ຢູ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ ໂຄງການປັບປຸງ ກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 115 ກິໂລໂວນ ໃນຂອບເຂດທົ່ວປະເທດ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບໍລິສັດ UNION RESOURCES & ENGINEERING CO.,LTD (UREC) ຂຶ້ນ ໂດຍການລົງນາມຂອງ ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອໍານວຍການໃຫຍ່ ຟຟລ, ທ່ານ ຊິນ ອິນທະວົງ ຮອງຜູ້ອໍານວຍການໃຫຍ່ ຟຟລ ແລະ Mr Guan Yukun (ກວນ ຫຍູຄຸນ) ປະທານບໍລິສັດ UNION RESOURCES & ENGINEERING CO.,LTD, Mr. Liu Mengyong (ຫຼິວ ເມິ້ງຢົງ) Project Representative ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ທັງເປັນປະທານສະພາບໍລິຫານ ຟຟລ ແລະ ມີຜູ້ບໍລິຫານສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ MOU ກໍ່ເພື່ອສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ເພື່ອນໍາມາພັດທະນາລະບົບໄຟຟ້າໃຫ້ມີຄວາມໝັ້ນຄົງ ເປັນຕົ້ນ: ສະຖານີໄຟຟ້າ, ສາຍສົ່ງໄຟຟ້າ ແລະ ລະບົບໄຟຟ້າທີ່ກ່ຽວຂ້ອງໃຫ້ເປັນລະບົບທີ່ມີມາດຕະຖານສາກົນ ຄຽງຄູ່ກັບການພັດທະນາລະບົບໄຟຟ້າທີ່ ຟຟລ ຄຸ້ມຄອງໃນແຕ່ລະໄລຍະ ເນື່ອງຈາກໃນປັດຈຸບັນ, ຄວາມຕ້ອງການຊົມໃຊ້ໄຟຟ້າພາຍໃນປະເທດ ແມ່ນມີທ່າອ່ຽງເພີ່ມຂຶ້ນທຸກໆປີ ໂດຍສະເພາະ ເຂດນິຄົມອຸດສາຫະກຳ, ເຂດເສດຖະກິດພິເສດ ແລະ ພາກອຸດສາຫະກຳຂະໜາດໃຫຍ່ ແມ່ນມີຄວາມຕ້ອງການຊົມໃຊ້ໄຟຟ້າເພີ່ມຂຶ້ນຈໍານວນຫຼາຍໃນແຕ່ລະປີ.
ທີ່ມາ: ລັດວິສາຫະກິດໄຟຟ້າລາວ