ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີລົງນາມຮ່ວມມື ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ PSG Corporation public company limited.

May 22, 2025

ໃນວັນທີ 20 ພຶດສະພາ 2025 ຢູ່ທີ່ ລັດວິສາຫະກິດໄຟຟ້າລາວ(ຟຟລ) ສໍານັກງານໃຫຍ່ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈສຶກສາຄວາມເປັນໄປໄດ້ໃນການພັດທະນາພະລັງງານໄຟຟ້າ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ PSG Corporation public company limited (PSGC) ໂດຍການລົງນາມຂອງ ທ່ານ ປອ ອາຄົມເດດ ວົງໄຊ ຜູ້ອໍານວຍການໃຫຍ່ ຟຟລ ແລະ ທ່ານ ເດວິດ ແວນດາວ ຜູ້ອໍານວຍການໃຫຍ່ ບໍລິສັດ PSGC ມີຄະນະຜູ້ບໍລິຫານທັງສອງຝ່າຍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຈຸດປະສົງ ການເຊັນ MOU ໃນຄັ້ງນີ້ ກໍ່ເພື່ອຫຼຸດຜ່ອນການນໍາເຂົ້າພະລັງງານໄຟຟ້າຈາກຕ່າງປະເທດ ແລະ ຈະເປັນການຫຼຸດລາຄາພະລັງງານໄຟຟ້າພາຍໃນປະເທດໃຫ້ຖືກລົງ ເຊິ່ງສອງຝ່າຍຈະໄດ້ຮ່ວມມືກັນເພື່ອດໍາເນີນການສຶກສາຄວາມເປັນໄປໄດ້ ໂຄງການ Pumped Storage Hydropower-PSH ໂດຍການນໍາໃຊ້ພື້ນຖານໂຄງລ່າງຂອງ ຟຟລ ເປັນຕົ້ນ ບັນດາເຂື່ອນໄຟຟ້ານໍ້າຕົກທີ່ມີຢູ່ແລ້ວຂອງ ຟຟລ ແລະ ຜ-ຟຟລ ໂດຍການນໍາໃຊ້ເຕັກໂນໂລຊີ PSH ລວມເຖິງພະລັງງານທົດແທນຄື: ພະລັງງານແສງຕາເວັນ, ພະລັງງານລົມ ເພື່ອເພີ່ມ
ຄວາມໝັ້ນຄົງດ້ານພະລັງງານໃນອານາຄົດ ໜ້າວຽກຫຼັກປະກອບດ້ວຍ: ປະເມີນຄວາມເປັນໄປໄດ້ທາງດ້ານເຕັກນິກ ແລະ ການເງິນຂອງເຂື່ອນໄຟຟ້ານໍ້າຕົກ ທີ່ມີຢູ່ແລ້ວຂອງ ຟຟລ ໂດຍນໍາໃຊ້ເຕັກໂນໂລຊີ PSH, ການກໍານົດຈຸດ ແລະ ຄັດເລືອກສະຖານທີ່ໃນການປັບປຸງໂດຍອີງໃສ່ເງື່ອນໄຂການຄັດເລືອກທີ່ໄດ້ຕົກລົງຮ່ວມກັນ, ສຶກສາຄວາມເປັນໄປໄດ້ໃນການເຊື່ອມໂຍງແຫຼ່ງພະລັງງານແສງຕາເວັນ, ພະລັງງານລົມ ແລະ ແຫຼ່ງພະລັງງານທົດແທນອື່ນໆ ເຂົ້າໃນລະບົບສາຍສົ່ງໄຟຟ້າຂອງ ຟຟລ, ເສີມສ້າງຄວາມສົມດຸນດ້ານພະລັງງານໄຟຟ້າໃນລະດູຝົນ ແລະ ລະດູແລ້ງ, ສ້າງຍຸດທະສາດລະບົບສາຍສົ່ງໄຟຟ້າເພື່ອຄວາມໝັ້ນຄົງທາງດ້ານພະລັງງານ ການຮ່ວມມືໂດຍຈະນໍາໃຊ້ທ່າແຮງຂອງສອງຝ່າຍເພື່ອປະກອບສ່ວນໃນການພັດທະນາປະເທດຊາດເວົ້າລວມ ໂດຍສະເພາະ ດ້ານພະລັງງານໄຟຟ້າໃຫ້ມີຄວາມໝັ້ນຄົງ ເຊິ່ງໄລຍະເວລາຂອງການສຶກສາຄວາມເປັນໄປໄດ້ ທັງໝົດ 24 ເດືອນ ນັບຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
May be an image of 11 people and text