ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສຕສ (IICT), ສຖຕ (TPTC) ແລະ ມະຫາວິທະຍາໄລ ຂອນແກ່ນ (KKU) ຣາຊາອານາຈັກໄທ

Jan 13, 2025

ໃນວັນທີ 10 ມັງກອນ ຜ່ານມາ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (ເອັມໂອຢູ) ລະຫວ່າງ ສຕສ (IICT), ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ສຖຕ) (TPTC) ແລະ ມະຫາວິທະຍາໄລຂອນແກ່ນ (KKU) ຣາຊະອານາຈັກໄທ ໂດຍການເຂົ້າຮ່ວມ ຂອງ ທ່ານ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາແຂກທີ່ຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ແມ່ນໄດ້ສຸມໃສ່ ການພັດທະນາທາງດ້ານວິຊາການແລະ ການສຶກສາ ໂດຍເນັ້ນໃສ່ການຍົກລະດັບ ແລະ ແລກປ່ຽນບົດຮຽນແບບແຜນວິທີການບໍລິຫານການສຶກສາ, ກິດຈະກໍາຂອງນັກສຶກສາ, ພະນັກງານຄູ-ອາຈານ ແລະ ພະນັກງານບໍລິຫານ, ການຄົ້ນຄວ້າວິທະຍາສາດ ທາງດ້ານ ICT, AI, ການຂັບເຄື່ອນດ້ານບຸກຄະລາກອນໃນຍຸກການຫັນເປັນດີຈີຕອນ ຕ້ອງມີຄວາມພ້ອມຮອບດ້ານໃນການປະກອບສ່ວນເຂົ້າໃນວຽກງານຕົວຈິງຮ່ວມກັນ ແລະ ເພື່ອເສີມສ້າງທັກສະທາງດ້ານ AI ລະຫວ່າງ ສຕສ (IICT), ສຖຕ (TPTC) ແລະ ມະຫາວິທະຍາໄລ ຂອນແກ່ນ (KKU) ຣາຊະອານາຈັກໄທ, ນອກຈາກນັ້ນ ຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານສະໄໝທີ 3 ແລະ ສະເຫຼີມສະຫຼອງວັນດີຈີຕອນ ແຫ່ງຊາດ ປະຈໍາປີ 2025.
ການຮ່ວມລົງນາມກັນໃນຄັ້ງນີ້ ທ່ານ ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານ ຊານໄຊ ພານທອງວິລະກຸນ ອະທິການບໍດີ ມະຫາວິທະຍາໄລຂອນແກ່ນ, ໂດຍໃຫ້ກຽດເປັນສັກຂີພິຍານຂອງ ທ່ານ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະນຳທັງສອງຝ່າຍ.
ໃນຕອນທ້າຍຂອງພິທີ, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ກ່າວມີຄຳເຫັນຕໍ່ພິທີດັ່ງກ່າວ ຊຶ່ງເປັນງານທີ່ມີຄວາມໝາຍຄວາມສຳຄັນ ເປັນນິມິດໝາຍທີ່ດີ ແລະ ສໍາຄັນເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນ ຮ່ວມມືມິດຕະພາບທັງສອງຝ່າຍປະເທດເພື່ອນບ້ານ ແລະ ຊົມເຊີຍເປັນຢ່າງຍິ່ງ ການຮ່ວມມືໃນຄັ້ງນີ້ແມ່ນສຸມໃສ່ໃນການພັດທະນາບຸກຄະກອນຮ່ວມກັນ ຊຶ່ງເຫັນວ່າສອດຄ່ອງກັບວິໄສທັດການພັດທະນາ ເສດຖະກິດ ດີຈີຕອນ ແຫ່ງຊາດ ໃນໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດ ດີຈີຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດ ດີຈີຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025).
ຂ່າວ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ