ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີວາງສີລາລຶກ ແລະ ເປີດໂຄງການ ຫາຍວານ ເຄມປີນສະກີ

Dec 10, 2025

ພິທີວາງສີລາລຶກ ແລະ ເປີດໂຄງການ ຫາຍວານ ເຄມປີນສະກີ(kempinski)ອາພາດເມັ້ນ ແລະ ໂຮງແຮມ ຢ່າງເປັນທາງການ ຈັດຂຶ້ນໃນຕອນເຊົ້າວັນທີ 08 ທັນວາ 2025 ທີ່ບ້ານໜອງດ້ວງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ YUE ZHONG YAO ຜູ້ອໍານວຍການບໍລິສັດຫາຍວານ ອະສັງຫາລິມະຊັບ ຈໍາກັດຝ່າຍຈີນ, ທ່ານ ນາງ ນິນວັນນາ ວິຈິດວົງສາ ຜູ້ອຳນວຍການບໍລິສັດຫາຍວານ ອະສັງຫາລິ ມະຊັບ ຈໍາກັດຝ່າຍລາວ ພ້ອມດ້ວຍແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງ.
May be an image of dais and text May be an image of text
ທ່ານ ນາງ ນິນວັນນາ ວິຈິດວົງສາ ມີຄໍາເຫັນໃນພິທີວ່າ: ບໍລິສັດ ໄດ້ເລັງເຫັນທ່າແຮງ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດຂອງນະຄອນຫຼວງວຽງຈັນ, ຈຶ່ງໄດ້ດຳເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການມາແຕ່ປີ 2023 ແລະ ໄດ້ເຊັນສັນຍາ ໃນວັນທີ 24 ທັນວາ 2024, ໂຄງການນີ້ເປັນການລົງທຶນຮ່ວມລະຫວ່າງ ອົງການປົກຄອງນະຄອນຫວຼງວຽງຈັນ ແລະ ບໍລິສັດຫາຍວານ ມີເນື້ອທີ່ທັງໜົດ 10.288 ຕາແມັດ, ການລົງທຶນແມ່ນແບ່ງອອກເປັນ 3 ເຂດຄື: ໂຮງແຮມ,ອາພາດເມັ້ນ ແລະ ສູນການຄ້າຄົບວົງຈອນ ລົງທຶນໂດຍບໍລິສັດຫາຍວານ ອະສັງຫາລິມະຊັບຈຳກັດ, ການລົງທຶນໃນໄລຍະທີ 1 ສ້າງອາພາດເມັ້ນ 13 ຊັ້ນ ມູນຄ່າ 23 ລ້ານໂດລາ ໃນເນື້ອທີ່ 40.888 ແມັດກາເລ, ມີຫ້ອງພັກທັງໜົດ 540 ຫ້ອງ, ຂະໜາດ 35 ແມັດກາເລ ຫາ 120 ແມັດກາເລ ຕໍ່ຫ້ອງ,ຄາດວ່າຈະໃຫ້ສຳເລັດ ໃນເດືອນມີຖຸນາ ປີ 2026, ສຳເລັດການຕົບແຕ່ງໃນເດືອນ ທັນວາ ປີ 2026 ແລະ ສາມາດເຂົ້າຢູ່ໄດ້ໃນເດືອນ ມີນາ ປີ 2027. ສ່ວນໂຄງການກໍ່ສ້າງໄລຍະທີ 2 ສ້າງໂຮງແຮມ 160 ຫ້ອງ, ອາພາດເມັ້ນ 200 ຫ້ອງ ,ສູນການຄ້າຄົບວົງຈອນ ມູນຄ່າການລົງທຶນ 25 ລ້ານໂດລາ ກວມເນື້ອທີ 38.888 ແມັດກາເລ ຈະເລີ່ມລົງມືກໍ່ສ້າງໃນເດືອນພຶດສະພາ ປີ 2027 ຄາດວ່າຈະໃຫ້ສຳເລັດການກໍ່ສ້າງໃນເດືອນ ມີນາ ປີ2028 ແລະ ພ້ອມເປີດໃຫ້ບໍລິການໃນເດືອນກຸມພາ ປີ2029, ພາຍຫຼັງໂຄງການຈັດຕັ້ງປະຕິບັດສຳເລັດ ຄາດວ່າຈະສາມາດດຶງດູດການທ່ອງທ່ຽວ,ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ນະຄອນຫຼວງວຽງຈັນໄດ້ຢ່າງຫຼວງຫຼາຍ.
May be an image of one or more people and text No photo description available.
No photo description available. May be an image of map, television, newsroom and text