ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ ຫວຽດນາມ ຄົບຮອບ 50 ປີ.

Apr 30, 2025

ພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ ຫວຽດນາມ ຄົບຮອບ 50 ປີ.
ວັນທີ 30 ເມສາ 2025 ສສ ຫວຽດນາມ ໄດ້ຈັດພິທີສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ຢູ່ນະຄອນໂຮຈິມິນ ຢ່າງຍິ່ງໃຫຍ່ ໂດຍມີການນຳຂັ້ນສູງພັກ-ລັດ ຂອງ ສສ ຫວຽດນາມ ແລະ ມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ.
ໃນພິທີ, ສະຫາຍເລຂາທິການໃຫຍ່ ໂຕ ເລີມ ເນັ້ນໜັກເຖິງ “ຄວາມໝາຍປະຫວັດສາດຂອງໄຊຊະນະໃນວັນທີ 30 ເມສາ 1975 ເປັນໄຊຊະນະແຫ່ງນ້ຳໃຈຮັກຊາດ, ວິລະຊົນປະຕິວັດ, ຄວາມສາມັກຄີຂອງຊາດ, ປະກອບສ່ວນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ຢືນຢັນຄວາມໝັ້ນຄົງຂອງປະເທດຊາດຢ່າງບໍ່ຢຸດຢັ້ງໃນການປົກປັກຮັກສາບັນດາຜົນງານທີ່ບັນລຸໄດ້, ຊຸກຍູ້ການປະດິດສ້າງ ແລະ ພັດທະນາ, ກໍ່ສ້າງຫວຽດນາມໃຫ້ເຂັ້ມແຂງ, ຮັ່ງມີເຂັ້ມແຂງ ແລະ ມີຄວາມສຸກ.”
ເລີ່ມແຕ່ເວລາ 6 ໂມງ 25 ນາທີ, ລາຍການສິລະປະດຳເນີນດ້ວຍການສະແດງຕີກອງ, ຟ້ອນປືນປະສານດົນຕີດຸລິຍາງ ແລະ ລາຍການສະແດງສິລະປະ, ຕໍ່ມາເວລາ 7 ໂມງແມ່ນການສະເຫຼີມສະຫຼອງຢ່າງເປັນທາງການ ພິທີເລີ່ມຕົ້ນດ້ວຍການເຄົາລົບທຸງຊາດ. ໃນຂະນະນັ້ນ, ຢູ່ທ່າກຳປັ່ນ ແບກດັ່ງ, ກໍຍິງປືນໃຫຍ່ 21 ນັດໃນທ່າງກາງການບັນເລັງເພງຊາດ.
ຮອດເວລາ 8 ໂມງ, ການເດີນຂະບວນສວນສະໜາມໄດ້ເລີ່ມຂຶ້ນຢ່າງເປັນທາງການດ້ວຍລາຍການສະແດງຂອງກອງຍົນຮົບກອງທັບອາກາດປະຊາຊົນຫວຽດນາມ, ການເດີນຂະບວນ ສວນສະໜາມຄັ້ງນີ້ ມີຜູ້ເຂົ້າຮ່ວມປະມານ 13.000 ຄົນ, ແບ່ງອອກເປັນ 23 ກ້ອນກຳລັງກອງທັບ, 3 ກ້ອນກຳລັງທະຫານລາດປ້ອງກັນຕົວ, 12 ກ້ອນກຳລັງຕຳຫຼວດ , 12 ກ້ອນກຳລັງມະຫາຊົນ ແລະ 3 ກ້ອນກຳລັງຂອງກອງທັບ ສປ ຈີນ, ລາວ ແລະ ກຳປູເຈຍ. ບັນດາກ້ອນກຳລັງໄດ້ເລີ່ມເຄື່ອນຈາກຖະໜົນເລຢວນ, ຜ່ານເວທີໃຫຍ່ຕໍ່ໜ້າຫໍປະຊຸມທົງເຍິດ(ເມືອງ 1, ນະຄອນໂຮ່ຈິມິນ), ແລ້ວເດີນໄປຕາມຖະໜົນຫົນທາງສາຍຕ່າງໆທີ່ນະຄອນໂຮ່ຈິມິນ
ຂໍ້ມູນ: ຂ່າວສານຫວຽດນາມ