ຕອນເຊົ້າວັນທີ 27 ພະຈິກ 2025, ທີ່ນະຄອນຫຼວງ ຮ່າໂນ້ຍ ໄດ້ມີພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (02/12/1975-02/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ໂດຍແມ່ນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສສ ຫວຽດນາມ, ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ນະຄອນຫຼວງຮ່າໂນ້ຍ ຈັດຂຶ້ນຢ່າງສົມກຽດ.

ເຂົ້າຮ່ວມໃນພິທີ ຝ່າຍຫວຽດນາມມີ ສະຫາຍເລືອງ ເກື່ອງ, ປະທານປະເທດຫວຽດນາມ; ສະຫາຍ ນົງ ດຶກແມັງ, ອະດີດເລຂາທິການໃຫຍ່; ສະຫາຍນາງ ບຸ່ຍ ທິ ມິງ ຮວ່າຍ, ເລຂາທິການສູນກາງພັກ, ປະທານສູນກາງແນວໂຮມປະເທດຊາດຫວຽດນາມ; ສະຫາຍ ພົນເອກ ຟານ ວັນ ຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍ ຫງວຽນ ຢຸຍ ຫງອກ, ເລຂາພັກຄະຄອນຫຼວງ ຮ່າໂນ້ຍ; ສະຫາຍ ຈິ້ງ ວັນ ກວຽດ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍສູນກາງ; ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ຫງວຽນ ຈິງ ຢຸງ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳອົງການ, ກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູງກາງ; ຕາງໜ້າກຳລັງປະກອບອາວຸດ, ນັກຮົບເກົ່າ, ນັກຮຽນຮູ້, ປັນຍາຊົນ, ແມ່ຍິງ, ຊາວໜຸ່ມ-ເຍົາວະຊົນ, ກຳມະກອນ ແລະ ປະຊາຊົນຊາວນະຄອນຫຼວງຮ່າໂນ້ຍ ເຂົ້າຮ່ວມ.
ຝ່າຍລາວມີ ສະຫາຍນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ຜູ້ຕາງໜ້າຄອບຄົວປະທານ ໄກສອນ ພົມວິຫານ; ພະນັກງານສະຖານທູດ ແລະ ນັກສຶກສາລາວທີ່ກຳລັງອາໄສ, ເຮັດວຽກ ແລະ ຮ່ຳຮຽນຢູ່ຫວຽດນາມ ເຂົ້າຮ່ວມ.

ໃນການກ່າວປາໄສຕໍ່ພິທີ, ປະທານປະເທດຫວຽດນາມ ໄດ້ຍົກໃຫ້ເຫັນຂີດໝາຍປະຫວັດສາດສຳຄັນຂອງການປະຕິວັດລາວ, ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ, ພິລະອາດຫານ ແລະ ຍາດໄດ້ໄຊຊະນະຢ່າງສະຫງ່າຜ່າເຜີຍ. ວັນທີ 12 ຕຸລາ 1945, ລັດຖະບານລາວອິດສະຫຼະໄດ້ສ້າງຕັ້ງຂຶ້ນ ແລະ ວັນທີ 2 ທັນວາ 1975, ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ກຳເນີດເກີດຂຶ້ນ. ນັບວ່າເປັນເຫດການທີ່ຍິ່ງໃຫຍ່, ເປີດສັງກາດໃໝ່ແຫ່ງເອກະລາດ, ອິດສະຫຼະພາບຂອງປະຊາຊົນລາວ. ພັກປະຊາຊົນປະຕິວັດລາວ ໄດ້ກາຍເປັນພັກກຳອຳນາດ, ກຳນົດແນວທາງອັນຖືກຕ້ອງ, ຈະແຈ້ງ ແລະ ວາງເປົ້າໝາຍ, ໜ້າທີ່, ທິດທາງການພັດທະນາປະເທດຊາດໃນໄລຍະໃໝ່. 50 ປີຜ່ານມາແມ່ນບາດລ້ຽວປະຫວັດສາດທີ່ສະຫງ່າອົງອາດ ແລະ ຮຸ່ງເຮືອງຂອງປະຊາຊົນລາວ, ເປັນການເດີນທາງທີ່ກ້າຫານ, ເຕັມໄປດ້ວຍຄວາມເຊື່ອໝັ້ນ ແລະ ຄວາມອົດທົນໃນເສັ້ນທາງທີ່ເລືອກໄວ້, ເຊື່ອໝັ້ນໃນອະນາຄົດອັນສົດໃສຂອງປະເທດຊາດ. ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະເທດລາວໄດ້ຫັນປ່ຽນໄປຢ່າງແຂງແຮງ, ສາມັກຄີ, ຄວາມເດັດດ່ຽວຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ສາມາດບັນລຸຜົນສຳເລັດອັນໃຫຍ່ຫຼວງ ແລະ ໂດດເດັ່ນໃນທຸກຂົງເຂດ; ມີສະຖຽນລະພາບທາງດ້ານການເມືອງ-ສັງຄົມ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມສະຫງົບປອດໄພ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ເພີ່ມຂຶ້ນເກືອບ 20 ເທົ່າໃນ 40 ປີຜ່ານມາ. ການພົວພັນຕ່າງປະເທດໄດ້ຮັບການຂະຫຍາຍຕົວນັບມື້ກວ້າງຂວາງ, ຄວາມເຊື່ອໝັ້ນ ແລະ ຖານະບົດບາດຂອງ ສປປ ລາວໄດ້ຖືກຍົກຂຶ້ນໃນເວທີສາກົນ. ພ້ອມນີ້, ສະຫາຍປະທານປະເທດ ສສ ຫວຽດນາມ ຍັງໄດ້ສະແດງຄວາມເຄົາລົບນັບຖື ແລະ ຄວາມກະຕັນຍູຢ່າງສູງຕໍ່ປະທານ ໄກສອນ ພົມວິຫານ – ຜູ້ສ້າງຕັ້ງພັກປະຊາຊົນປະຕິວັດລາວ, ເພື່ອນມິດທີ່ໃກ້ຊິດ ແລະ ຈົງຮັກພັກດີ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ສະຫາຍໄດ້ເນັ້ນໜັກວ່າ: ຊີວິດຂອງປະທານ ໄກສອນ ພົມວິຫານ ແມ່ນເປັນສັນຍະລັກອັນສະຫງ່າລາສີຂອງຄວາມຮັກຊາດ, ສະຕິປັນຍາຫຼັກແຫຼມ ແລະ ຄວາມເສຍສະຫຼະເພື່ອປະຊາຊົນ. ເຖິງທ່ານຈະຈາກໄປ, ແຕ່ແນວຄິດ, ວິໄສທັດ ແລະ ແນວທາງທີ່ຖືກຕ້ອງຂອງປະທານ ໄກສອນ ພົມວິຫານ ຍັງຄົງເປັນມໍລະດົກອັນລ້ຳຄ່າ, ເປັນເຂັມຊີ້ທິດໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດລາວໃນຍຸກໃໝ່. ສຳລັບສາຍພົວພັນລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ, ສະຫາຍໄດ້ກ່າວວ່າ ສາຍພົວພັນລະຫວ່າງສອງປະເທດ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນຈາກຜູ້ນຳທີ່ຍິ່ງໃຫຍ່ຄື ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ; ບັນດາການນຳຮຸ້ນຕ່າງໆ ແລະ ປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງ, ຖະນຸຖະໜອມດ້ວຍເຫື່ອແຮງ, ສະຕິປັນຍາ ແລະ ເລືອດເນື້ອ, ມັນໄດ້ກາຍເປັນຊັບສິນທີ່ລ້ຳຄ່າ, ເປັນ “ສາຍພົວພັນທີ່ມີໜຶ່ງບໍ່ມີສອງໃນປະຫວັດສາດໂລກ”, ເປັນພື້ນຖານທີ່ແຂງແກ່ນໃຫ້ແກ່ຄົນຮຸ້ນປະຈຸບັນ ແລະ ອະນາຄົດ ເພື່ອສານຕໍ່ເລື່ອງລາວທີ່ດີງາມກ່ຽວກັບມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ໃນໂອກາດດຽວກັນນີ້, ສະຫາຍນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ນ້ຳໃຈຢ່າງເລິກເຊິ່ງ ຊຶ່ງຜູ້ນຳພັກ, ລັດ ແລະ ປະຊາຊົນຫວຽດນາມມີຕໍ່ພັກ, ລັດ ແລະ ປະຊາຊົນລາວ, ກໍຄືປະທານ ໄກສອນ ພົມວິຫານ ແລະ ສາຍພົວພັນພິເສດ ລາວ-ຫວຽດນາມ, ສະແດງໃຫ້ເຫັນເຖິງຄວາມຊື່ສັດບໍລິສຸດ, ຄຽງບ່າຄຽງໄຫຼ່ລະຫວ່າງສອງຊາດຕະຫຼອດໄລຍະການຕໍ່ສູ້ຍາດເອົາເອກະລາດ ກໍຄືການສ້າງສາພັດທະນາປະເທດລາວ ຕະຫຼອດ 50 ປີຜ່ານມາ. ພ້ອມນີ້, ສະຫາຍທູດຍັງໄດ້ກ່າວທົບທວນຄືນເຖິງເຫດການປະຫວັດສາດທີ່ສຳຄັນແຫ່ງການກຳເນີດປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ການສ້າງຕັ້ງພັກກອມມູນິດອິນດູຈີນໃນປີ 1930 ແລະ ການສ້າງຕັ້ງຄະນະພັກແຄວ້ນລາວໃນປີ 1934 ໄດ້ເປັນພື້ນຖານໃຫ້ແກ່ຂະບວນການປະຕິວັດລາວ. ນັບຕັ້ງແຕ່ໄຊຊະນະ ປີ 1945, ຮອດສັນຍາເຊີແນວ ປີ 1954 ແລະ ການກຳເນີດຂອງພັກປະຊາຊົນປະຕິວັດລາວໃນປີ 1955, ປະຊາຊົນລາວໄດ້ຮັບເອກະລາດ, ອະທິປະໄຕ ແລະ ສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975 ໄດ້ເປີດສັງກາດໃໝ່, ຢືນຢັນເຖິງໄຊຊະນະຢ່າງສົມບູນຂອງການປະຕິວັດຊາດປະຊາທິປະໄຕ. ສະຫາຍທູດຍັງໄດ້ເນັ້ນໜັກວ່າ, ຜົນສຳເລັດທີ່ຍາດມາໄດ້ຢ່າງຕໍ່ເນື່ອງໃນຕະຫຼອດ 50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ ໂດຍສະເພາະ ໃນໄລຍະ 40 ປີຂອງການປ່ຽນແປງໃໝ່ ເຮັດໃຫ້ ສປປ ລາວ ມີຜົນສຳເລັດໃຫຍ່ຫຼວງຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜ່ົາ ໄດ້ຮັບການປັບປຸງ ແລະ ດີຂຶ້ນຢ່າງຈະແຈ້ງ; ບົດບາດການນຳພາຂອງພັກ ຍັງສືບຕໍ່ໄດ້ຮັບການເສີມສ້າງ; ວຽກງານລະດົມກຳລັງມະຫາຊົນໄດ້ດຳເນີນໄປຢ່າງກວ້າງຂວາງ ແລະ ຕິດພັນກັບຂະບວນການເຄື່ອນໄຫວເພື່ອຫຼຸດຜ່ອນຄວາມທຸກຍາກ, ສ້າງຄອບຄົວຕົວແບບ, ພັດທະນາຊົນນະບົດ, ປະກອບສ່ວນເຂົ້າໃນການເສີມສ້າງມະຫາສາມັກຄີແຫ່ງຊາດ; ບັນດາອົງການອຳນາດລັດໄດ້ຮັບການປັບປຸງ, ຍົກລະດັບຄຸນນະພາບຄຽງຄູ່ກັບການສ້າງ, ປັບປຸງກົດໝາຍ ແລະ ບັນດານິຕິກໍາໃຫ້ເປັນລະບົບ ຮັດກຸມກວ່າເກ່ົາ; ການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ສາກົນໄດ້ຮັບການຂະຫຍາຍ, ການພົວພັນກັບເພື່ອນມິດຍຸດທະສາດໄດ້ບັນລຸສູ່ລະດັບໃໝ່. ໃນນັ້ນ, ສາຍພົວພັນ ມິດຕະພາບທີ່ຍ່ິງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ສືບຕ່ໍຂະຫຍາຍຕົວສູ່ລວງເລິກ ແລະ ມີປະສິດທິຜົນກວ່າເກ່ົາ; ການພົວພັນອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດ ລາວ-ຈີນ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຊະຕາກໍາ, ການພົວພັນໃນຫຼາຍດ້ານກັບ ສະຫະພັນລັດເຊຍ ໄດ້ຮັບການເພ່ີມທະວີຢ່າງບ່ໍຢຸດຢັ້ງ.
ຄຽງຄູ່ກັບພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະຖານທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດງານວາງສະແດງຮູບພາບກ່ຽວກັບ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ອີກດ້ວຍ.
ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ.


