ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ ແລະ ວັນຊາດ ສະຫະລັດ ອາເມຣິກາ ຄົບຮອບ 249 ປີ ທີ່ ນະຄອນຫຼວງວຽງຈັນ.

Jul 4, 2025

ພິທີສະເຫຼີມສະຫຼອງ ເນື່ອງໃນໂອກາດວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ອາເມຣິກາ ແລະ ວັນຄົບຮອບ 249 ປີ ແຫ່ງການປະກາດເອກະລາດຂອງ ສ. ອາເມຣິກາ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 02 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ອາເມຣິກາ ແມ່ນ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variava), ເອກອັກຄະລັດຖະທູດ ແຫ່ງ ສ. ອາເມຣິກາ ປະຈໍາ ສປປ ລາວ, ພ້ອມທັງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
May be an image of 16 people, dais and text
ໃນພິທີດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ເອກອັກຄະລັດຖະທູດ ນາງ ແຮັດເຕີ ວາເຣຍອາວາ ໄດ້ຜັດປ່ຽນກັນຂຶ້ນກ່າວຄໍາເຫັນ ໂດຍສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ອາເມຣິກາ ຕະຫຼອດໄລຍະ 70 ປີຜ່ານມາ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 10 ສິງຫາ 1955. ເຖິງແມ່ນວ່າ ສປປ ລາວ ແລະ ສ. ອາເມຣິກາ ຈະປະເຊີນກັບຊ່ວງເວລາທີ່ຫຍຸ້ງຍາກໃນອະດີດກໍ່ຕາມ, ແຕ່ສອງຝ່າຍກໍ່ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຮັກສາ ແລະ ສົ່ງເສີມສາຍພັນທີ່ດີຮ່ວມກັນ ຈົນນໍາໄປສູ່ການຍົກລະດັບສາຍພົວພັນສອງຝ່າຍ ຂຶ້ນເປັນ ຄູ່ຮ່ວມມືແບບກວມລວມ ໃນໄລຍະການເດີນທາງຢ້ຽມຢາມລັດຖະກິດຄັ້ງປະຫວັດສາດ ຢູ່ ສປປ ລາວ ຂອງ ທ່ານ ປະທານາທິບໍດີ ບາຣັກ ໂອບາມາ ໃນປີ 2016. ນັບແຕ່ນັ້ນມາ, ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ພົວພັນເຊິ່ງກັນ ແລະ ກັນໃນຫຼາຍລະດັບ ເພື່ອຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ບົນພື້ນຖານຄວາມເຄົາລົບ, ຄວາມເຂົ້າໃຈ, ສະໜັບສະໜູນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ພ້ອມທັງໄດ້ມີການສະໜັບສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍ່ຄື ການສ້າງສັນຕິພາບ ແລະ ການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.
May be an image of 3 people, speaker, dais and text
ສປປ ລາວ ແລະ ສ. ອາເມຣິກາ ໄດ້ມີການພົວພັນຮ່ວມມືກັນໃນຫຼາຍຂົງເຂດ ເຊັ່ນ: ການສຶກສາ, ສາທາລະນະສຸກ, ການຄ້າ, ການລົງທຶນ, ການບັງຄັບໃຊ້ກົດໝາຍ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ການຄົ້ນຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມ ແລະ ອື່ນໆ. ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານມະນຸດສະທໍາໃຫ້ແກ່ ອາເມຣິກາ, ຊຶ່ງມາຮອດປັດຈຸບັນ ສອງຝ່າຍສາມາດຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມແລ້ວ ຈໍານວນ 294 ກໍລະນີ ໃນຈໍານວນທັງໝົດ 576 ກໍລະນີ. ນອກຈາກການຮ່ວມມືສອງຝ່າຍແລ້ວ, ລາວ ແລະ ອາເມຣິກາ ຍັງໄດ້ເຮັດວຽກຮ່ວມກັນ ເພື່ອສົ່ງເສີມການຮ່ວມມືພາກພື້ນ ແລະ ສາກົນ ໂດຍຜ່ານຫຼາຍຂອບການຮ່ວມມື ເຊັ່ນ: ອົງການສະຫະປະຊາຊາດ, ອາຊຽນ ແລະ ຂອບການຮ່ວມມື ແມ່ຂອງ-ອາເມຣິກາ ອີກດ້ວຍ.
May be an image of 10 people and text that says '10 HAPPY INDEPENDENCE DA'