ພິທີສາຍຮູບເງົາຮອບປະຖົມມະເລີກເທດສະການຮູບເງົາດີເດັ່ນລາວ-ຈີນ.

ວິທະຍຸໂທລະພາບສູນກາງຈີນ ຫຼື CMG ປະຈຳລາວຮ່ວມກັບກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ ແລະ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນຈໍາກັດ ຈັດພິທີສາຍຮູບເງົາຮອບປະຖົມມະເລີກຂອງເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ເລື່ອງ “ສິງໜຸ່ມໄວໄຟ” ທີ່ແປ ແລະ ພາກເປັນພາສາລາວ ໃນຕອນຄໍ່າວັນທີ 5 ພະຈິກ 2024 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູດ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຟ່າງຮົງ ເອກອັກຄະລັດຖະທູດຈີນປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ, ທະບວງກົມຂອງລາວ, ບຸກຄົນໃນວົງການຕ່າງໆຂອງລາວ, ຜູ້ຕາງໜ້າຂອງບໍລິສັດຈີນປະຈຳລາວ ແລະ ຊາວເຊື້ອສາຍຈີນທັງໝົດ 800 ກວ່າຄົນ.
ທ່ານ ນາງ ຟ່າງຮົງ ໄດ້ຕີລາຄາສູງຕໍ່ເທດສະການຮູບເງົາດີເດັ່ນລາວ-ຈີນທີ່ໄດ້ປະກອບສ່ວນເຂົ້າໃນການແລກປ່ຽນວັດທະນະທຳຈີນ-ລາວໃນຫຼາຍປີຜ່ານມາ ທ່ານກ່າວວ່າ: ຮູບເງົາແມ່ນສິລະປະແຫ່ງແສງ ແລະ ເງົາ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນ ແລະ ໄດ້ເສີມຂະຫຍາຍບົດບາດທີ່ສຳຄັນເຂົ້າໃນການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງອະລິຍະທຳທີ່ແຕກຕ່າງກັນ ການແລກປ່ຽນດ້ານຮູບເງົາຄັ້ງນີ້ເປັນພາກສ່ວນໜຶ່ງຂອງການເພີ່ມທະວີການແລກປ່ຽນດ້ານວັດທະນະທຳລະຫວ່າງ ຈີນ-ລາວ. ເປັນກິດຈະກຳແລກປ່ຽນດ້ານວັດທະນະທຳທີ່ມີ “ເທດສະການຮູບເງົາດີເດັ່ນ” ໃນການເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນໃນດ້ານວັດທະນະທຳ ພ້ອມທັງສ້າງບັນຍາກາດດ້ານວັດທະນະທຳທີ່ດີໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ອີກດ້ວຍ.
ທ່ານ ວັນສີ ກົ່ວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ ກ່າວວ່າ: ເທດສະການຄັ້ງນີ້ ເປັນຂີດໝາຍອັນສໍາຄັນຂອງສາຍພົວພັນມິດຕະພາບ ລາວ-ຈີນ ທີ່ມີການຮ່ວມມື ແລະ ຊ່ວຍເຫຼືອກັນມາຍາວນານ ແລະ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ. ຜ່ານການຮ່ວມມືອັນດີລະຫວ່າງ ວິທະຍຸໂທລະພາບສູນກາງຈີນ (CMG) ແລະ ກົມຮູບເງົາ ລາວ ຕະຫຼອດ 7 ປີທີ່ຜ່ານມາ, ເຊິ່ງພວກເຮົາໄດ້ນໍາເອົາຮູບເງົາດີເດັ່ນຂອງຈີນຫຼາກຫຼາຍປະເພດ ທັງເລື່ອງຕະຫຼົກ, ກັງຟູ, ກາຕູນ ແລະ ສາລະຄະດີໄປສູ່ປະຊາຊົນລາວໃນທົ່ວທຸກພາກຂອງປະເທດ.
ນັບແຕ່ວັນທີ 6 ພະຈິກເປັນຕົ້ນໄປ, ເທດສະການຮູບເງົາດີເດັ່ນລາວ-ຈີນຈະໄດ້ນໍາເອົາຮູບເງົາຈີນເລື່ອງເດັ່ນເລື່ອງດັງຫຼາກຫຼາຍສີສັນທີ່ພາກສຽງເປັນພາສາລາວໄປສາຍຢູ່ໃນທົ່ວປະເທດ, ເຊິ່ງຈະເຮັດໃຫ້ປະຊາຊົນລາວສາມາດສຳຜັດໄດ້ກັບມົນສະເໜ່ຂອງຮູບເງົາ ນອກຈາກສາຍຮູບເງົາແລ້ວ, ຍັງຈະຈັດກິດຈະກຳຕ່າງໆເພື່ອສ້າງຄວາມເບີກບານມ່ວນຊື່ນໃຫ້ກັບປະຊາຊົນທ້ອງຖິ່ນ ພິເສດ, ຜູ້ອາສາສະໝັກຈີນທີ່ຊ່ວຍເຫຼືອລາວຈະໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມດ້ານການແພດຕື່ມອີກໂດຍໃຫ້ຄຳເປິກສາດ້ານສຸຂະພາບ ແລະ ກວດສຸຂະພາບໃຫ້ປະຊາຊົນໂດຍບໍ່ເສຍຄ່າ.






