ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີສາທິດການຫວ່ານແນວພັນເຂົ້າ 3 ລະດູ ແບບນໍາໃຊ້ໂດຣນທີ່ທັນສະໄໝ

Nov 8, 2024

ພິທີສາທິດການຫວ່ານແນວພັນເຂົ້າ 3 ລະດູ ແບບນໍາໃຊ້ໂດຣນທີ່ທັນສະໄໝ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ບ້ານໂພນງາມ-ນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຈົ່ງກົ໋ວຟູ່ ຮອງອຳນວຍການການ ບໍລິສັດອາຊີ-ໂປຕາສ ລົງທຶນສາກົນ ຈໍາກັດ, ທ່ານ ຄໍາພາດ ສຸລິນພູມີ ອຳນວຍການ ບໍລິສັດ ຈະເລີນສະຫວັນ ຈໍາກັດຜູ້ດຽວ, ທ່ານ ຄອນສະຫວັນ ສີອັກຄະສອນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງວຽງຈັນ, ມີພາກສ່ວນກ່ຽວຂ້ອງຈາກເມືອງໄຊທະນີ, ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ, ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ມິກຸ່ມຜະລິດເຂົ້າ, ພໍ່ແມ່ປະຊາຊົນພາຍໃນບ້ານອ້ອມຂ້າງເຂົ້າຮ່ວມ.
ໃນພິທີ, ຄະນະວິຊາການ ໄດ້ສາທິດ, ແນະນໍາວິທິການ, ຂັ້ນຕອນໃນການຈັດຕັ້ງປະຕິບັດ ແລະ ອະທິບາຍລາຍລະອຽດຕ່າງໆ ກ່ຽວກັບການຫວ່ານແນວພັນເຂົ້າ 3 ລະດູ ແບບນໍາໃຊ້ໂດຣນທີ່ທັນສະໄໝ ໃຫ້ຜູ້ເຂົ້າຮ່ວມຮັບຮູ້ເຂົ້າໃຈ
ແນວພັນເຂົ້າດັ່ງກ່າວ ເປັນແນວພັນຂອງ ບໍລິສັດ ອາຊີ-ໂປຕາສ ລົງທຶນ ສາກົນ ຈໍາກັດ ແລະ ບໍລິສັດ ຈະເລີນສະຫວັນ ຈໍາກັດຜູ້ດຽວ, ເປັນແນວພັນປັບປຸງຈາກ ສປ ຈີນ ສາມາດປູກໄດ້ 3 ລະດູຕໍ່ປີ, ໂດຍໃຊ້ເວລາປູກພຽງ 2 ເດືອນ ກໍ່ສາມາດເກັບກ່ຽວໄດ້. ການນໍາໃຊ້ໂດຣນຫວ່ານເຂົ້າ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຜະລິດເຂົ້າ, ຂະຫຍາຍກໍາລັງການຜະລິດ, ແມ່ນວິທະຍາສາດຮູບແບບທັນສະໄໝ ທີ່ສອດຄ່ອງກັບນະໂຍບາຍຂອງພັກ-ລັດ ເພື່ອຫຍໍ້ເວລາ, ຂັ້ນຕອນການປູກເຂົ້າແບບນໍາໃຊ້ເວລາສັ້ນແຕ່ມີຄຸນນະພາບ, ຫັນໄປສູ່ຂະບວນການຜະລິດເຂົ້າທີ່ທັນສະໄໝເທື່ອລະກ້າວ, ຮັບປະກັນການຜະລິດເຂົ້າໄດ້ຫຼາຍລະດູ ແລະ ເພຶ່ອປະຢັດເວລາ. ແນວພັນເຂົ້າ 30 ກິໂລກຼາມ ສາມາດຫວ່ານໄດ້ 1 ເຮັກຕາ, ຊຶ່ງໄດ້ປູກທົດລອງມາແລ້ວຢູ່ ແຂວງບໍລິຄໍາໄຊ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ແມ່ນໄດ້ຮັບຜົນດີ. ສໍາລັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຢູ່ເມືອງທຸລະຄົມ ຈະໄດ້ເຮັດທົດລອງຢູ່ໃນເນື້ອທີ່ນາຂອງປະຊາຊົນ ທີ່ນໍາໃຊ້ນໍ້າຢູ່ໃນເຂດຊົນລະປະທານຂອງເຂື່ອນໄຟຟ້ານໍ້າມັງ 3 ເປັນແຫ່ງທໍາອິດ, ການນໍາໃຊ້ໂດຣນ ຍັງສາມາດໃຊ້ຫວ່ານປຸຍ, ສິດຢາປາບສັດຕູພືດ ຢ່າງສະດວກສະບາຍ ແລະ ສາມາດຫຼຸດຕົ້ນທຶນໃນການຜະລິດ 3 ເທົ່າ, ຫຼຸດແຮງງານລົງ ແຕ່ມີປະສິດທິພາບເພີ່ມຂຶ້ນ.
ຂ່າວ: ເມືອງທຸລະຄົມ