ພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຂັ້ມເເຂງໃຫ້ອົງການກາແດງລາວ ເພື່ອເພີ່ມທະວີຄວາມພ້ອມໃຫ້ການຊ່ວຍເຫຼືອໃນພາວະສຸກເສີນ ແລະ ສົ່ງເສີມສຸຂະພາບຊຸມຊົນ ຢູ່ 3 ເເຂວງທາງພາກເໜືອຄື: ອຸດົມໄຊ, ຫຼວງພະບາງ ເເລະ ໄຊຍະບູລີ; ໂຄງການສ້າງຄວາມເຂັ້ມເເຂງດ້ານການກຽມຄວາມພ້ອມຕອບໂຕ້ເຫດສຸກເສີນໃຫ້ເເກ່ໂຮງຮຽນ ແລະ ຊຸມຊົນຢູ່ 4 ເເຂວງ ຄື: ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ລະຫວ່າງອົງການກາເເດງແຫ່ງຊາດລາວ ເເລະ ອົງການກາເເດງປະເທດສະວິດສ໌ ປະຈໍາລາວ ຈັດຂຶ້ນໃນວັນທີ 20 ມັງກອນ 2026 ທີ່ໂຮງເເຮມຄາວພາຊາ ນະຄອນຫຼວງວຽງຈັນ, ມີທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາເເດງແຫ່ງຊາດລາວ, ທ່ານ ນາງ ບຮດີຕ້າ ໂປເດວ ຜູ້ຕາງໜ້າອົງການກາເເດງປະເທດສະວີດສ໌ ປະຈໍາລາວ ພ້ອມດ້ວຍຕາງໜ້າພາກສ່ວນກ່ຽວຂ້ອງຈາກສູນກາງ ເເລະ 7 ເເຂວງທົ່ວປະເທດເຂົ້າຮ່ວມ

ທ່ານ ນາງ ໄອ່ຄໍາ ສໍອິນໄຊ ຮອງຫົວໜ້າຫ້ອງການຂົນຂວາຍເເຫຼ່ງທຶນ ເເລະ ຊ່ວຍເຫຼືອບັນເທົາທຸກອົງການກາເເດງເເຫ່ງຊາດລາວ ໃຫ້ຮູ້ວ່າ: ຈຸດປະສົງຂອງພິທີຄັ້ງນີ້, ເພື່ອເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກອົງການກາເເດງ ປະເທດສະວີດສ໌ ໃຫ້ເເກ່ອົງການກາເເດງເເຫ່ງຊາດລາວຈໍານວນ 2 ໂຄງການຄື: ໂຄງການສ້າງຄວາມເຂັ້ມເເຂງໃຫ້ແກ່ອົງການກາເເດງແຫ່ງຊາດລາວ, ເພື່ອເພີ່ມທະວີຄວາມພ້ອມໃຫ້ການຊ່ວຍເຫຼືອໃນພາວະສຸກເສີນ ເເລະ ສົ່ງເສີມສຸຂະພາບຊຸມຊົນທີ່ຈະຈັດຕັ້ງປະຕິບັດຢູ່ 3 ເເຂວງຄື: ອຸດົມໄຊ, ຫຼວງພະບາງ ເເລະ ໄຊຍະບູລີ. ໂຄງການທີ 2 ເເມ່ນໂຄງການສ້າງຄວາມເຂັ້ມເເຂງດ້ານການກຽມຄວາມພ້ອມຕອບໂຕ້ເຫດສຸກເສີນໃຫ້ເເກ່ໂຮງຮຽນ ແລະ ຊຸມຊົນ ຈະຈັດຕັ້ງປະຕິບັດຢູ່ 4 ເເຂວງ ຄື: ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ພາຍໃຕ້ການສະໜັບສະໜູນຈາກອົງການກາເເດງປະເທດສະວິດສ໌, ໂຄງການສ້າງຄວາມເຂັ້ມແຂງດ້ານການກຽມຄວາມພ້ອມຕອບໂຕ້ເຫດສຸກເສີນ ໃຫ້ແກ່ໂຮງຮຽນ ແລະ ຊຸມຊົນໃນຄັ້ງນີ້ ມີໄລຍະເວລາ 4 ປີ ນັບເເຕ່ 2025-2029
ທ່ານ ນາງ ໄອ່ຄໍາ ສໍອິນໄຊ ໃຫ້ຮູ້ຕື່ມວ່າ: ອົງການກາແດງຂັ້ນແຂວງ ແລະ ເມືອງ ມີຄວາມສາມາດໃນການຕອບໂຕ້ໄພພິບັດ ແລະ ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ຕາມພາລະບົດບາດຂອງຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ຊຸມຊົນໄດ້ຮັບການສົ່ງເສີມດ້ານການດຳລົງຊີວິດທີ່ດີຕໍ່ສຸຂະພາບ ແລະ ການຫຼຸດຜ່ອນຄວາມສ່ຽງທາງດ້ານສຸຂະພາບ. ອົງການກາແດງຂັ້ນແຂວງ ແລະ ເມືອງ ເປັນອົງການຊ່ວຍເຫຼືອດ້ານວຽກງານມະນຸດສະທໍາ ທີ່ມີຄວາມເຂັ້ມເເຂງ, ຢືນຍົງ ແລະ ສາມາດເຄື່ອນໄຫວວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດຢູ່ 50 ບ້ານ ແລະ 50 ໂຮງຮຽນ, ໃນ 5 ເມືອງ ຂອງ 3 ແຂວງ ເຊັ່ນ: ຫຼວງພະບາງມີ 3 ເມືອງຄື: ເມືອງພູຄູນ, ເມືອງນ້ຳບາກ ແລະ ເມືອງໂພນທອງ, ໄຊຍະບູລີມີ 1 ເມືອງຄື: ເມືອງຫົງສາ ແລະ ອຸດົມໄຊມີ 1 ເມືອງຄື: ເມືອງຮຸນ; ສໍາລັບ ຄໍາມ່ວນ ມີເມືອງຄູນຄໍາ ແລະ ເມືອງນາກາຍ, ບໍລິຄໍາໄຊ ມີເມືອງຄໍາເກີດ ແລະ ເມືອງວຽງທອງ,
ສະຫວັນນະເຂດ ມີເມືອງເຊໂປນ ແລະ ຊຽງຂວາງ ມີເມືອງຄໍາ. ໂຄງການດັ່ງກ່າວແມ່ນເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ໄດ້ຮັບອະນຸມັດໂຄງການຈົນເຖິງວັນທີ 30 ມິຖຸນາ 2029.
ຂ່າວ-ພາບ: ບຸນຍັງ ພຸດສະຫວັດ


