ພິທີເຊັນບົດບັນທຶກສັນຍາ ລະຫວ່າງ ສະຖາບັນພັດທະນາສີມືແຮງງານ ແລະ ສະມາຄົມທຸລະກິດບໍລິການຈັດຫາງານລາວ ວ່າດ້ວຍການຮ່ວມມືໃນການພັດທະນາສີມືແຮງງານ ແລະ ກຽມຄວາມພ້ອມໃຫ້ແຮງງານກ່ອນການຈັດສົ່ງ-ມອບເຂົ້າສູ່ຕະຫລາດແຮງງານທັງພາຍໃນ ແລະ ຕ່າງປະເທດ.

ພິທີດັ່ງກ່າວຈັດຂື້ນທີ່ຫ້ອງປະຊຸມສະຖາບັນພັດທະນາສີມືແຮງງານ, ໃນວັນທີ 07 ກໍລະກົດ 2025. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ໃຫ້ກຽດລົງນາມສັນຍາຮ່ວມມືໂດຍ ທ່ານ ປອ ບຸນມາ ສິດທິໂສມ ຫົວຫນ້າສະຖາບັນພັດທະນາສີມືແຮງງານ ແລະ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດບໍລິການຈັດຫາງານ
ເພື່ອເປັນການສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍໃນການດຶງດູດໄວໜຸ່ມລາວບັນດາເຜົ່າໃນຂອບເຂດ ທົ່ວປະເທດ ໃຫ້ເຂົ້າມາຮັບການຝຶກອົບຮົມ ແລະ ພັດທະນາສີມືແຮງງານ ເພື່ອໃຫ້ເຂົາເຈົ້າກາຍເປັນກຳລັງແຮງງານທີ່ມີສືມື ມີທັດສະນະຄະຕິອຸດສາຫະກຳ ແລະ ມີໂອກາດໃນການມີວຽກເຮັດງານທຳ ມີລາຍໄດ້ດີ ແລະ ມີສະຫວັດດີການທີ່ດີ ການນຳຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງໄດ້ຊຸກຍູ້ໃຫ້ສະມາຄົມທຸລະກິດບໍລິການຈັດຫາງານລາວ ແລະ ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັນສ້າງສິ່ງອຳນວຍຄວາມສະດວກໃນການໃຫ້ຄຳແນະນຳດ້ານການພັດທະນາສີມືແຮງງານ ແລະ ການເຂົ້າຫາຕຳແໜ່ງງານ ໂດຍໂຄງການຮ່ວມມືດັ່ງກ່າວນີ້ຈະມີຈຸດບໍລິການໃຫ້ຄຳປຶກສາ-ແນະແນວໃຫ້ແກ່ໄວໜຸ່ມ ແບບບໍ່ເສຍຄ່າ ເນື່ອງຈາກເຫັນວ່າໄວໜຸ່ມຈຳນວນຫຼາຍຍັງຂາດຂໍ້ມູນກ່ຽວກັບການຮຽນຕໍ່-ການຝຶກອົບຮົມ, ໄວໜຸ່ມຈາກເຂດຫ່າງໃກບາງຄົນກໍ່ບໍ່ເຄີຍເດີນທາງເຂົ້າມານະຄອນຫຼວງວຽງຈັນ ຈຶ່ງມີຄວາມກັງວົນທີ່ຈະເດີນທາງເຂົ້າມາຫາໂອກາດການຝຶກອົບຮົມ ແລະ ຊອກວຽກເຮັດງານທຳ ດັ່ງນັ້ນ, ໂຄງການຂອງພວກເຮົາຈຶ່ງຈັດໃຫ້ມີການຊ່ວຍເຫຼືອແຮງງານທີ່ເດີນທາງມາຈາກຕ່າງແຂວງເພື່ອມາຝຶກອົບຮົມ ຫຼື ມາຊອກວຽກ ດ້ວຍການຈັດລົດຮັບ-ສົ່ງເຖິງທີ່ພັກ ພ້ອມທັງຈັດທີ່ພັກໃຫ້ຊົ່ວຄາວໃຫ້ລ້າໆ ເຊິ່ງພໍ່ແມ່ຜູ້ປົກຄອງ ຫຼື ຜູ້ທີ່ເປັນໄວໜຸ່ມ ສາມາດເຂົ້າມາປຶກສາຫາລື ຫຼື ໂທສອບຖາມໄດ້ ທີ່ເບີ 1505 ທຸກຢ່າງແມ່ນບໍ່ໄດ້ເສຍເງິນ.
ຂ່າວສານ : ສພງ




