ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເຊັນບົດບັນທຶກຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນເຂດ1 ແຂວງອັດຕະປື ແລະ ຫ້ອງການຍຸຕິທຳ 5 ຕົວເມືອງ.

Apr 26, 2024

ໃນຕອນບ່າຍຂອງວັນທີ 25 ເມສາ 2024 ອົງການໄອຍະການປະຊາຊົນເຂດ 1 ແຂວງອັດຕະປື ຈັດພິທີເຊັນບົດບັນທຶກຮ່ວມລະຫວ່າງອົງການໄອຍະການປະຊາຊົນເຂດ 1 ແຂວງອັຕະປື ແລະ ຫ້ອງການຍຸຕິທຳ 5 ຕົວເມືອງ ວ່າດ້ວຍການກຳນົດກົນໄກການປະສານງານໃນການປະຕິບັດຄຳຕັດສິນຂອງສານ. ຂື້ນທີ່ຫ້ອງປະຊຸມອົງການໄອຍະການ. ເປັນກຽດເຂົ້າຮ່ວມຂອງ ທ່ານ ທະນູໄຊ ອິນທິລາດ ຫົວໜ້າອົງການໄອຍະການປະຊາຊົນເຂດ1 ແຂວງອັດຕະປື. ມີຫົວໜ້າຫ້ອງການຍຸຕິທຳ 5 ຕົວເມືອງ. ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ບຸນປະເສີດ. ສີຊານົນ ຄະນະພັກ ຫົວໜ້າໜ່ວຍງານຕິດຕາມກວດກາ ການດຳເນີນຄະດີອາຍາ ໄດ້ຜ່ານຄຳສັ່ງຂອງຫົວໜ້າອົງການໄອຍະການແຂວງ ສະບັບເລກທີ 54/ອຍກ, ລົງວັນທີ 20 ກຸມພາ 2024 ແລະ ຄຳສັັ່ງຂອງຫົວໜ້າອົງການໄອຍະການສູງສຸດ ສະບັບເລກທີ 030/ອອປສ ລົງວັນທີ 9 ພະຈິກ 2023 ວ່າດ້ວຍເພີ່ມທະວີການຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານຢູ່ອົງການໄອຍະກາານປະຊາຊົນ, ຈາກນັ້ນ ທ່ານ ບຸນສະຫວັນ ໂພທາລິນ ຮອງຫົວໜ້າໜ່ວຍງານຕິດຕາມກວດກາທົ່ວໄປ ແລະ ຄ້າຍຂຸມຂັງດັດສ້າງ ກໍ່ໄດ້ຜ່ານບົດບັນທຶກຮ່ວມລະຫວ່າງອົງງການໄອຍະກາານເຂດ1 ແລະຫ້ອງການຍຸຕິທຳ 5 ຕົວເມືອງ.
ຈຸດປະສົງກໍ່ແມ່ນເພື່ອຮັບປະກັນການປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນ ໃຫ້ຖືກຕ້ອງ ສອດຄ່ອງຕາມກົດໝາຍແນໃສ່ເຮັດໃຫ້ການປະຕິບັດຄຳຕັດສິນຂອງສານ ແລະ ການຕິດຕາມກວດກາ ຂອງອົງການໄອຍະການປະຊາຊົນ ໄດ້ຮັບການປະຕິບັດຢ່າງຖືກຕ້ອງ, ວ່ອງໄວ, ເຂັ້ມງວດ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ.
ໂອກາດເຂົ້າຮ່ວມພິທີໃນຄັ້ງນີ້ ທ່ານ ທະນູໄຊ ອິນທິລາດ ຫົວໜ້າອົງການໄອຍະການປະຊາຊົນເຂດ1 ແຂວງອັດຕະປື ກໍ່ໄດ້ມີຄຳເຫັນ ໂອ້ລົມຕໍ່ກອງປະຊຸມ ທ່ານໃດ້ຍົກໃຫ້ເຫັນເປັນຕົ້ນແມ່ນມາດຕະການໃນການຕັດສິນ, ບັນຫາຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ແລະ ອອກຄຳສັ່ງຕ່າງໆ. ຄວາມໝາຍສຳຄັນໃນການສ້າງກົນໄກອັນໃຫມ່ໃຫ້ມີປະສິດທິພາບສູງ ມີຄວາມໜັກແໜ້ນກ່ວາເກົ່າ ເພື່ອເຮັດໃຫ້ວຽກງານໃນຂົງເຂດອົງການໄອຍະການໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດຕາມລະດັບຄາດໝາຍວາງໄວ້.