ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເຊັນສັນຍາການຮ່ວມມື ໂຄງການສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ໄມ້ອຸດສາຫະກໍາ ແລະ ຜະລິດຕະພັນກະສິກຳ ແລະ ປ່າໄມ້ ຕິດພັນກັບທຸລະກິດປິ່ນອ້ອມ

May 7, 2025

ໃນຕອນບ່າຍຂອງວັນທີ 5 ພຶດສະພາ 2025 ທີ່ໂຮງແຮມ ລາວ ພລາຊາ ໄດ້ມີພິທີເຊັນສັນຍາການຮ່ວມມື ໂຄງການສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ໄມ້ອຸດສາຫະກໍາ ແລະ ຜະລິດຕະພັນກະສິກຳ ແລະ ປ່າໄມ້ ຕິດພັນກັບທຸລະກິດປິ່ນອ້ອມ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າເຊັນໂດຍ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບ ບໍລິສັດອິນດັດສ໌ເທັກຈຳກັດ, ຕາງໜ້າເຊັນໂດຍ ທ່ານ ພອນສະຫວັນ ໄຊປັນຍາ ຜູ້ອໍານວຍການບໍລິສັດອິນດັດສ໌ເທັກ ຈຳກັດ ແລະ ຮວ່ມເຊັນເປັນພະຍານໂດຍ ທ່ານ ປອ ບຸນເດດ ສຸດທະວິໄລ, ຫົວໜ້າ ກົມແຜນການ ແລະ ການຮວ່ມມື, ກະຊວງ ກະສິກຳ ແລະ ປ່າໄມ້, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ມີ ທ່ານ ຫົວໜ້າ/ຮອງຫ້ອງການກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າ/ຮອງກົມ, ສະຖາບັນ ອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້ ແລະ ທາງບໍລິສັດອິນດັດສ໌ເທັກ ຈຳກັດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ປັດຈຸບັນການຜະລິດ ແລະ ຈໍາໜ່າຍສິນຄ້າກະສິກໍາ ເປັນພາລະກິດອັນໜຶ່ງທີ່ລັດຖະບານລາວ ຍາມໃດກໍໄດ້ຖືເອົາເປັນວຽກບູລິມະສິດ ແລະ ຊຸກຍູ້ສົ່ງເສີມໃຫ້ເປັນບູລິມະສິດ ໂດຍສ້າງເງື່ອນໄຂສະດວກໃນການດໍາເນີນການຜະລິດ ດຶງດູດຄວາມສົນໃຈຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນການພັດທະນາຂົງເຂດກະສິກໍາ ໂດຍສະເພາະ ແມ່ນຜະລິດຕະພັນກະສິກໍາ ແລະ ປ່າໄມ້ ທີ່ໄດ້ຮັບຜົນຜະລິດສູງ, ມີຄຸນນະພາບ ແລະ ຕິດພັນກັບການຕະຫຼາດ.
ອີງໃສ່ ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດກຸ້ມຕົນເອງ, ອີງໃສ່ ທິດນໍາ ຂອງພັກ ແລະ ລັດຖະບານ ກ່ຽວກັບການອອກມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023. ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບໃນການຮ່ວມມືກັນກັບບໍລິສັດອິນດັດສ໌ເທັກຈຳກັດເພື່ອສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ແນວພັນໄມ້ອຸດສະຫະກຳ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ; ເຊີ່ງບໍລິສັດຈະເປັນຜູ້ລົງທຶນໃນການພັດທະນາທີ່ດິນໃນການສ້າງສິ່ງອຳນວຍຄວາມສະດວກຕ່າງໆ ໃນພື້ນທີ່ດິນຈໍານວນ 4.5 ເຮັກຕາມີທີ່ຕັ້ງຢູ່ສູນຄົ້ນຄວ້າການປະມົງຢູ່ທີ່ບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນຂື້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໂຄງການນີ້ ຈະມີໄລຍະເວລາການຮ່ວມມືຕາມສັນຍາ ທັງໝົດ 27 ປີ ແລະ ສາມາດຕໍ່ໄດ້ໜຶ່ງຄັ້ງ.