ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເຊັນສັນຍາໂຄງການປັບປຸງພື້ນຟູບູລະນະໃຈກາງຕົວເມືອງ ແລະ ອະນຸລັກມໍລະດົກຂອງຕົວເມືອງທ່າແຂກ

Jul 3, 2025

ພິທີເຊັນສັນຍາໂຄງການດັ່ງກ່າວຈັດຂຶ້ນໃນຕອນແລງວັນທີ 2 ກໍລະກົດ 2025 ທີ່ຮ້ານອາຫານເວສຕາ, ໂດຍການລົງນາມ ລະຫວ່າງ ທ່ານ ສຸທັດ ສຸມາລີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໃນນາມເຈົ້າຂອງໂຄງການ ກັບ ທ່ານ ພະນົມ ພົມດວງດີ ປະທານບໍລິສັດ ວິສະວະກອນກໍ່ສ້າງ ແລະ ວິສະວະກຳຈໍາກັດຜູ້ດຽວ ໃນນາມຜູ້ຮັບເໝົາ, ໂດຍຊ່ອງໜ້າ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ ແລະ ຜັງເມືອງ ກະຊວງ ຍທຂ. ໃຫ້ກຽດຮ່ວມເປັນສັກຂີພະຍານຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານຮອງລັດຖະມົນຕີ ກະຊວງ ຍທຂ, ບັນດາທ່ານການນໍາແຂວງ ແລະ ແຂກຖືກເຊີນ.
ການເຊັນສັນຍາຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງທ່ານເຈົ້າແຂວງຄໍາມ່ວນ ສະບັບເລກທີ 1146/ຈຂ ວ່າດ້ວຍການອະນຸມັດໃຫ້ພະແນກ ຍທຂ ແຂວງຄໍາມ່ວນ ເຊັນສັນຍາ ກັບ ບໍລິສັດ ວິສະວະກອນກໍ່ສ້າງ ແລະ ວິສະວະກຳຈໍາກັດຜູ້ດຽວ ເພື່ອປັບປຸງພື້ນຟູບູລະນະໃຈກາງຕົວເມືອງ ແລະ ອະນຸລັກມໍລະດົກພາຍໃນຂອງຕົວເມືອງທ່າແຂກ (TK-CW05) ມູນຄ່າສັນຍາ 799,978.55 ໂດລາສະຫະລັດ, ໂດຍຈະເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 3/7/2025 ໄລຍະເວລາການຈັດຕັ້ງປະຕິບັດ12 ເດືອນ, ໃນນີ້ຈະໄດ້ສ້ອມແປງອາຄານເກົ່າ(ຫ້ອງການຂະແໜງ ໄປສະນີເກົ່າ) ເພື່ອເປັນສູນກາງການທ່ອງທ່ຽວ, ສົ່ງເສີມການທ່ອງທ່ຽວແບບຍືນຍົງ ແລະ ປ້າຍ ບອກທິດທາງການສັນຈອນຕ່າງໆ ພາຍໃນຕົວເມືອງເກົ່າ.
ເຊິ່ງໂຄງການດັ່ງກ່າວນອນໃນ 5 ກິດຈະກໍາ ຂອງໂຄງການພັດທະນາຕົວເມືອງຕາມແລວທາງ ອານຸພາກພື້ນແມ່ນໍ້າຂອງ 4 ຫຼື GMS 4 ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ມູນຄ່າທັງໝົດ 54.06 ລ້ານໂດລາສະຫະລັດ, ໃນນີ້ ລັດຖະບານລາວປະກອບສ່ວນ 6 ລ້ານກວ່າໂດລາສະຫະລັດ ທຶນດັ່ງກ່າວໄດ້ນໍາໃຊ້ເຂົ້າໃນ ການປັບປຸງບູລະນະພື້ນຖານໂຄງລ່າງສິ່ງແວດລ້ອມ 2 ຕົວເມືອງຄື : ເມືອງປາກຊັນ ແຂວງບໍລິຄຳໄຊ ແລະ ເມືອງທ່າແຂກ ແຂວງ ຄໍາມ່ວນ.
May be an image of 12 people, dais and text