ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເປີດງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2026

Feb 3, 2026

ພິທີເປີດງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2026 ໄດ້ຈັດຂຶ້ນໃນຕອນແລງ ຂອງວັນທີ 31 ມັງກອນ 2026 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແລະ ທ່ານ ນາງປານີ ຢາທໍ່ຕູ້, ຮອງປະທານປະເທດ; ມີທ່ານ ເລຂາພັກແຂວງຈຳປາສັກ, ບັນດາທ່ານ ລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ, ຜູ້ຕາງໜ້າການນຳບັນດາແຂວງພາກໃຕ້ ແລະ ແຂວງໄຊຍະບູລີ, ແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດມວນຊົນ ຊາວແຂວງຈຳປາສັກ ເຂົ້າຮ່ວມຢ່່າງຫຼວງຫຼາຍ.
May be an image of one or more people, temple and wedding May be an image of monument, temple and text
ໃນໂອກາດນີ້, ທ່ານ ສຸກສະຫວັນ ວິໄລວົງ, ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ໄດ້ມີຄຳເຫັນລາຍງານ ໃຫ້ຊາບວ່າ: ງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກປີນີ້ ໄດ້ຈັດຂຶ້ນ​ໃນທ່າມກາງ​ບັນຍາ​ກາດ ທີ່ທົ່ວພັກ-ລັດ ແລະ ປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນ ແລະ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ທັງກໍາລັງສ້າງຂະບວນການຕ້ອນຮັບການເລືອກຕັ້ງສະມາຊິກແຫ່ງຊາດ ຊຸດທີ X, ສະພາປະຊາຊົນແຂວງຊຸດທີ V ແລະ ສະເຫຼີມສະຫຼອງສະຖານບູຮານວັດພູຈໍາປາສັກ ຖືກຮັບຮອງເປັນມໍລະດົກໂລກ ຄົບຮອບ 25 ປີ. ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານ ກໍຄື ແຂວງຈຳປາສັກ ຍາມໃດກໍໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ-ຮີດຄອງປະເພນີ ອັນດີງາມຂອງຊາດ ໂດຍສະເພາະ ວັດທະນະທຳປູສະນີສະຖານຜາສາດຫີນວັດພູຈຳປາສັກ ທີ່ເປັນສະຖານວັດຖຸບູຮານເກົ່າແກ່ ແລະ ມີຊື່ສຽງທາງດ້ານປະຫວັດສາດ ຂອງຊາດລາວເຮົາ, ໂດຍໄດ້ຈັດງານບຸນຂຶ້ນທຸກໆປີ ​ໃນ​ມື້​ຂຶ້ນ 15 ຄໍ່າ ເດືອນ 3 ເພື່ອອະນຸລັກຮັກສາຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາແຕ່ດົນນານ ໃຫ້ມີຄວາມຍືນຍົງ, ທັງເປັນການສ້າງບັນຍາກາດ ໃຫ້ມີຄວາມເບີກບານມ່ວນຊື່ນ ເພື່ອຍູ້ຂະບວນການສ້າງສາພັດທະນາທ້ອງຖິ່ນ ໂດຍສະເພາະ ການດຶງດູດນັກທ່ອງທ່ຽວ, ການແລກປ່ຽນບົດຮຽນ, ການແລກປ່ຽນ-ຈໍາໜ່າຍສິນຄ້າ, ການສ້າງລາຍຮັບ ໃຫ້ແກ່ປະຊາຊົນ ແລະ ອື່ນໆ; ສະຖານບູຮານວັດພູຈໍາປາສັກ ໄດ້ຖືກ​ສ້າງຂຶ້ນ ໃນສະຕະວັດທີ VII ​​ແລະ ​ມີ​ການ​ບູລະນະ-ປະຕິສັງຂອນ ເປັນແຕ່ລະໄລຍະ ​ເພື່ອ​ອະນຸລັກຮັກສາໃຫ້​ສົມບູນ​ຄົບ​ຖ້ວນ. ຍ້ອນຄວາມເອົາໃຈໃສ່ ຂອງພັກ-ລັດ ແລະ ຄວາມເປັນເຈົ້າການຂອງປະຊາຊົນລາວບັນດາເຜົ່າ ໃນການອະນຸລັກປົກປັກຮັກສາ ຈຶ່ງເຮັດໃຫ້ຜາສາດຫີນວັດພູຈຳປາສັກ ຖືກຮັບຮອງຈົດເຂົ້າທະບຽນມໍລະດົກໂລກ ໂດຍອົງການຢູເນັດໂກ (UNESCO) ໃນວັນທີ 16 ທັນວາ 2001.
May be an image of crowd
ພາຍໃນງານປີນີ້, ປະກອບມີກິດຈະກຳຕ່າງໆ ຄື: (1) ພິທີເປີດງານທີ່ຍິ່ງໃຫຍ່ ດ້ວຍລະບົບແສງ-ສີ-ສຽງ ເພື່ອສະແດງກ່ຽວກັບປະຫວັດຄວາມເປັນມາ ຂອງຜາສາດຫີນວັດພູ ໂດຍການສະແດງຮູບພາບປະກອບຕ່າງໆ ຈາກໂດຣນ ຈຳນວນ 590 ລໍາ ແລະ ການຍິງພຸໄຟ ຈໍານວນ 250 ລູກ; (2) ການວາງສະແດງ ແລະ ຈໍາໜ່າຍສິນຄ້າ; (3) ການແຂ່ງຂັນກິລາພື້ນເມືອງ; (4) ການສະແດງສິລະປະວັນນະຄະດີ; (5) ການຮັບປະທານອາຫານທ້ອງຖິ່ນ ທີ່ເປັນເອກະລັກຂອງເມືອງຈໍາປາສັກ; (6) ຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບການເຂົ້າເປັນມໍລະດົກໂລກ ຂອງວັດພູຈໍາປາສັກ ຄົບຮອບ 25 ປີ; (7) ການກາບໄຫວ້-ບູຊາ ພະພຸດທະຮູບ ແລະ ເຂົ້າຮ່ວມພິທີທາງສາດສະໜາ (ຟັງທໍາມະ, ສູດປະຣິຕະມຸງຄຸນ) ຕະຫຼອດຄືນວັນທີ 01 ກຸມພາ 2026; ແລະ (8) ພິທີຕັກບາດຖວາຍສັງຄະທານ ແດ່ພະສົງຫຼາຍຮ້ອຍອົງ ໃນຕອນເຊົ້າຂອງວັນ​ທີ 02 ກຸມພາ 2026.
ຫຼັງຈາກນັ້ນ, ບັນດາທ່ານ ການນຳຂັ້ນສູງທີ່ເຂົ້າຮ່ວມ ກໍ່ໄດ້ໃຫ້ກຽດກົດປຸ່ມ ເພື່ອເປີດງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2026 ຢ່າງເປັນທາງການ ແລະ ສືບຕໍ່ຮັບຊົມການສະແດງຮູບພາບຕ່າງໆດ້ວຍໂດຣນ ເຊິ່ງມີຄວາມສວຍງາມ ແລະ ໄດ້ຮັບຄວາມສົນໃຈ ຈາກຜູ້ເຂົ້າຮ່ວມງານ ເປັນຢ່າງດີ.