ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເປີດງານບຸນນະມັດສະການພຣະທາດປວກ ຄັ້ງທີ 12 ປະຈໍາປີ 2025

Mar 21, 2025

ບຸນນະມັດສະການພຣະທາດປວກ ປະຈໍາປີ 2025 ຂອງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 20 ມີນາ 2025 ນີ້.
ພາຍຫຼັງມີການຄົບງັນມາເປັນເວລາຫຼາຍວັນສົມຄວນ ຢູ່ທີ່ເດີນໃຫຍ່ຜາມໄຊພຣະທາດປວກ ເມືອງຄອບ ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດພິໄຊ ສູນວິໄລ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ( ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມ ) ແລະ ປະທານຄະນະສະມາຊິກສະພາປະຊາຊົນແຂວງໄຊຍະບູລີ, ມີທ່ານ ສົມນຶກ ສິງຄໍາ ເລຂາພັກເມືອງ ເຈົ້າເມືອງໆຄອບ, ມີບັນດາການນໍາຂອງແຂວງ, ຂອງເມືອງ, ແຂກທີ່ຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນບັນດາເຜົ່າພາຍໃນເມືອງເຂົ້າຮ່ວມຢ່າງຄຶກຄື້ນ.
ໃນພິທີ ໄດ້ມີການແຫ່ກ້ອນກໍາລັງແຕ່ລະບ້ານພາຍໃນເມືອງຈໍານວນ 12 ຂະບວນ, ກ້ອນກໍາລັງຊາວໜຸ່ມ-ເຍົາວະຊົນ 1 ຂະບວນ ແລະ ຊົມການສະແດງສິລະປະວັນນະຄະດີ 2 ລາຍການ. ຈາກນັ້ນ ທ່ານ ສະໝັກ ລິດສະຖານ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງໆຄອບ ປະທານຈັດງານບຸນນະມັດສະການພຣະທາດປວກ ກໍໄດ້ຂຶ້ນລາຍງານການກະກຽມຈັດງານບຸນນະມັດສະການພຣະທາດປວກ ປະຈໍາປີ 2025 ໂດຍກ່າວວ່າ: ຄະນະຮັບຜິດຊອບແມ່ນໄດ້ແບ່ງຄວາມຮັບຜິດຊອບ ກະກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນໄດ້ສຸມໃສ່ຂະບວນການຮອບດ້ານເຊັ່ນ: ຂະບວນການປ້ອງກັນຄວາມສະຫງົບ, ນໍາພາຂະບວນການອະນາໄມປະດັບປະດາຕົບແຕ່ງ, ແສງ, ສີ, ແສງ, ຂະບວນສິລະປະວັນນະຄະດີ, ຂະບວນກ້ອນກໍາລັງແຕ່ລະບ້ານ ແລະ ອື່ນໆ ພ້ອມທັງກ່າວຕື່ມວ່າ ການຈັດງານບຸນນະມັດສະການພຣະທາດປວກໃນປີນີ້ໄດ້ກໍານົດກິດຈະກໍາຕ່າງໆຄື: ພິທີກໍາທາງສາສະໜາ, ຂະບວນແຫ່ກ້ອນກໍາລັງ ແລະ ປະດັບປະດາແສງສີຕ່າງໆ, ການສະແດງສິລະປະວັນນະຄະດີ ແລະ ປະກວດນາງສາວງາມ, ການປະກວດອາຫານພື້ນບ້ານ ແລະ ການວາງສະແດງສິນຄ້າ ຕະຫລາດນັດ; ໃນໂອກາດນີ້ ທ່ານ ສົມນຶກ ສີງຄໍາ ເຈົ້າເມືອງໆຄອບ ກໍໃຫ້ກຽດຂຶ້ນກ່າວເປີດງານບຸນນະມັດສະການພຣະທາດປວກ ປະຈໍາປີ 2025 ຢ່າງເປັນທາງການ ພ້ອມທັງເຊີນຄະນະປະທານຮ່ວມລັ່ນຄ້ອງ 9 ບາດ, ຕັດແຖບຜ້າເປີດງານບຸນນະມັດສະການພຣະທາດປວກ. ພ້ອມດຽວກັນກໍໄດ້ມີການມອບຂອງທີ່ລະນຶກ, ມອບໃບສົມມະນາບຸນຄຸນ, ຂຶ້ນບູຊາພຣະທາດປວກ, ທ່ຽວຊົມຕະຫລາດນັດ ແລະ ຊິມອາຫານພື້ນບ້ານຢູ່ຂ້າງຜາມໄຊນໍາອີກ.
ຈຸດປະສົງຂອງການຈັດງານບຸນດັ່ງກ່າວກໍເພື່ອ ເປັນການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາ-ຮີດຄອງປະເພນີ ຂອງເມືອງຄອບ ເປັນຕົ້ນແມ່ນຄວາມຫລາກຫລາຍສີສັນທາງດ້ານວັດທະນະທໍາ-ປະເພນີ, ວິທີການດໍາລົງຊີວິດ, ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ, ການນຸ່ງຖື, ຂະນົບທໍານຽມ, ຄວາມອຸດົມສົມບູນທາງດ້ານຊັບພະຍາກອນທໍາມະຊາດ, ຊັບໃນດິນສິນໃນນໍ້າ, ເພື່ອຮັດແໜ້ນຄວາມສາມັກຄີປອງດອງໃນຖັນແຖວສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຂອງຊາວເມືອງຄອບ ແຂວງໄຊຍະບູລີ.
ພາບ-ຂ່າວໂດຍ: ພົມມະນີ ອິນສະຫວັນ