ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ II

Sep 29, 2025

ງານແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ II ທີ່ແຂວງບໍລິຄຳໄຊ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນແລງວັນທີ 26 ກັນຍາ 2025 ທີ່ສະໂມສອນກິລາເປຕັງແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ; ມີທ່ານ ສອນທະນູ ທຳມະວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆບໍລິຄຳໄຊ; ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍການນໍາ ຈາກສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດຄະນະຄູຝຶກ, ນັກກິລາ ທີ່ມາຈາກກະຊວງ-ອົງການທຽບເທົ່າ, ບັນດາແຂວງ, ນະຄອນຫຼວງວຽງຈັນ ແລະ ມວນຊົນຊາວແຂວງບໍລິຄຳໄຊ ເຂົ້າຮ່ວມ.
May be an image of 6 people and text May be an image of 11 people, dais and text
ໃນໂອກາດນີ້, ທ່ານ ຄຳແຫວນ ປັນຍານຸວົງ, ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງບໍລິຄຳໄຊ ປະທານຈັດງານ ໄດ້ລາຍງານຕໍ່ພິທີ ກ່ຽວກັບການກະກຽມຄວາມພ້ອມ ໃນການເປັນເຈົ້າພາບເປີດງານແຂ່ງຂັນກິລາເປຕັງ ໃນຄັ້ງນີ້ ວ່າ: ປີ 2025 ເປັນປີທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມພວມພ້ອມກັນອອກແຮງແຂ່ງຂັນສະເຫຼີມ ສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ເປັນປີມ້ວນທ້າຍ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ກໍຄື ການສະເຫຼີມສະຫຼອງຜົນສໍາເລັດກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄໍາໄຊ ຄັ້ງທີ VIII. ການແຂ່ງຂັນກິລາເປຕັ່ງທົ່ວປະເທດ ຄັ້ງນີ້ ຍັງເປັນການຄັດເລືອກນັກກິລາເປຕັງ ເພື່ອເປັນຕົວແທນຂອງບັນດາແຂວງ, ກະຊວງ ແລະ ອົງການທຽບເທົ່າ ເຂົ້້າຮ່ວມການແຂ່ງຂັນ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ໃນທ້າຍເດືອນພະຈິກ 2025, ທັງເປັນການຮັດແໜ້ນຄວາມສາມັກຄີປອງດອງ, ຮັດແໜ້ນສາຍພົວພັນ ລະຫວ່າງ ສູນກາງ ກັບທ້ອງຖິ່ນ, ແຂວງ ກັບ ແຂວງ, ແຂວງ ກັບ ເມືອງ ໂດຍຜ່ານຮູບແບບການແຂ່ງຂັນກິລາເປຕັງ ຊີງຂັນລະດັບຊາດ ເຊິ່ງເປັນກິລາທີ່ມີຄວາມສໍາຄັນ ແລະ ເປັນທີ່ນິຍົມຫຼາຍໃນສັງຄົມ. ສຳລັບການແຂ່ງຂັນ ແມ່ນມີຮຸ່ນທົ່ວໄປ ຍິງ-ຊາຍ ແລະ ປະເພດຄູ່ VIP ຮຸ້ນອາຍຸ 50 ປີຂຶ້ນໄປ ໂດຍມີ 16 ແຂວງ, 5 ກະຊວງ ແລະ 21 ສະໂມສອນ, ມີ 235 ທີມ ເຂົ້າຮ່ວມ, ຊຶ່ງມີຄະນະນໍາ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 460 ຄົນ; ມີການຊີງຫຼຽນລາງວັນ: ຫຼຽນຄຳ 7 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະ ຫຼຽນທອງ 7 ຫຼຽນ. ການແຂ່ງຂັນຈະໃຊ້ເວລາ 4 ວັນ ນັບແຕ່ວັນທີ 25-28 ກັນຍາ 2025. ພ້ອມກັນນີ້, ປະທານຈັດງານ ຍັງໄດ້ຮຽກຮ້ອງໃຫ້ຄະນະນໍາ, ຄູຝຶກ ແລະ ນັກກິລາແຕ່ລະພາກສ່ວນ, ກໍາມະການຕັດສິນ ຈົ່ງເປັນເຈົ້າການປະຕິບັດຕາມລະບຽບກະຕິກາການແຂ່ງຂັນ ຢ່າງເຂັ້ມງວດ, ມີນໍ້າໃຈນັກກິລາທີ່ດີ, ຮູ້ແພ້-ຮູ້ຊະນະ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການແຂ່ງຂັນ ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ ແລະ ມີຄວາມສາມັກຄີມິດຕະພາບ ຢ່າງແທ້ຈິງ.
May be an image of 9 people and text May be an image of 10 people and text
ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ແລະ ໂຍນ ໝາກບູ້ນ ເພື່ອເປີດພິທີແຂ່ງຂັນ ຢ່າງເປັນທາງການ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.