ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເປີດໂຄງການສຽງປະສານແຫ່ງມໍລະດົກລາວ ແລະ ງານສໍາມະນາວິທະຍາສາດ ຫົວຂໍ້ ດົນຕີລາວກ້າວສູ່ຍຸກສະໄໝ

Mar 13, 2026

ພິທີເປີດໂຄງການສຽງປະສານແຫ່ງມໍລະດົກລາວ ແລະ ງານສໍາມະນາວິທະຍາສາດ ຫົວຂໍ້ ດົນຕີລາວກ້າວສູ່ຍຸກສະໄໝ, ຈັດຂຶ້ນໃນວັນທີ 12 ມີນານີ້ ທີ່ໂຮງເເຮມ ສຸພັດຕາວຽງຈັນ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ຈ່ອງ ກາບຣີແອນ ດູດສ໌ ຜູ້ອໍານວຍການພາກພື້ນປະຈໍາເເມ່ນໍ້າຂອງ, ອົງການເພື່ອການພັດທະນາ ເເລະ ການຮ່ວມມືປະເທດສະວີສ ປະຈຳລາວ, ທ່ານ ບໍ່ແສງຄຳ ວົງດາລາ ປະທານຄະນະກຳມະການດ້ານວັດທະນະທຳສັງຄົມ, ພ້ອມທັງຜູ້ຕາງໜ້າກະຊວງ, ຫ້ອງວ່າການທີ່ກ່ຽວຂ້ອງ, ຄູອາຈານອາວຸໂສ ເເລະ ເເຂກຮັບເຊີນ.
May be an image of dais and text that says 'and artistic sector to a level that fost cmorts to advance international collaboration. I am confident tha through the group's professionalism and stron of respon ity, this project will achieve mear success ar senefits to Lao socie' May be an image of text that says 'ห่าม สาดสะดา ทำ ภามด้าม ภาม ด้าม ท่ม'
ທ່ານ ນາງ ມຸກດາວັນ ຂັດທິຍະ ຜູ້ບໍລິຫານໂຄງການ ສຽງປະສານແຫ່ງມໍລະດົກລາວ, ຜູ້ກໍ່ຕັ້ງວົງ The Pianist Vientiane ກ່າວວ່າ: ວົງ ThePianist Vientiane ໄດ້ກ້າວເຂົ້າສູ່ປີທີ່ 6 ໃນການບຸກເບີກ, ສ້າງສັນຜົນງານ ແລະ ກິດຈະກຳທີ່ຕິດພັນກັບການພັດທະນາດົນຕີປະສານສຽງອໍເຄັສຕ້າ ທີ່ກໍ່ຕັ້ງຂຶ້ນໂດຍກຸ່ມຄົນທີ່ມີຄວາມສາມາດດ້ານດົນຕີສາກົນ ແລະ ມີຈິດໃຈມັກຮັກໃນດົນຕີປະສານສຽງ. ຜ່ານການຝຶກຝົນຫຼໍ່ຫຼອມ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ໂດຍຍຶດຖືແນວຄວາມຄິດ “ພັດທະນາ ແຕ່ບໍ່ລືມຄວາມເປັນລາວ”, ໝາຍເຖິງການນໍາສະເໜີເຄື່ອງດົນຕີພື້ນເມືອງລາວ ໃນຮູບແບບການບັນເລງດົນຕີປະສານສຽງອໍເຄັສຕ້າແບບສາກົນ, ນຳມາປະສົມປະສານຢ່າງລົງຕົວ ເພື່ອເຮັດໃຫ້ຄົນຕ່າງປະເທດໄດ້ສຳພັດເຖິງຄວາມສວຍງາມທີ່ເປັນເອກະລັກຂອງສິລະປະ, ວັດທະນະທຳລາວ ກໍຄືດົນຕີລາວ ເຮັດໃຫ້ຄົນລາວໄດ້ຮຽນຮູ້, ພ້ອມທັງເຂົ້າເຖິງດົນຕີສາກົນອໍເຄັສຕ້າຫຼາຍຂຶ້ນ.
No photo description available. May be an image of dancing, wedding, crowd and text
ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ຜູ້ຊີ້ນຳດ້ານວັດທະນະທຳມີຄໍາເຫັນວ່າ: The Pianist Vientiane ເປັນຜູ້ບຸກເບີກ ແລະ ພັດທະນາດົນຕີຮູບແບບບັນເລງປະສານສຽງ ອໍເຄັສຕ້າ ຢູ່ໃນລາວຜ່ານຜົນງານການສະເເດງຫຼາກຫຼາຍເວທີໃນສັງຄົມ ແລະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການນໍາໃນເວທີສໍາຄັນຂອງພັກ-ຂອງຊາດ ກໍ່ຄືງານສະແດງທີ່ສໍາຄັນຂອງນະຄອນຫຼວງວຽງຈັນ, ລວມທັງການສະແດງຕ້ອນຮັບແຂກຈາກຕ່າງປະເທດ ແລະ ຕາງໜ້າປະເທດລາວໄປເຜີຍເເຜ່ການສະເເດງເເລກປ່ຽນວັດທະນະທໍາຢູ່ຕ່າງປະເທດ.
May be an image of speaker, lighting, dais and text
ປີນີ້ເປັນປີທີ່ The Pianist Vientiane ໄດ້ມີບາດກ້າວໃໝ່ທີ່ໃຫຍ່ກ່ວາເກົ່າ ໂດຍໄດ້ຮັບທຶນການສະໜັບສະໜຸນຈາກອົງການເພື່ອການພັດທະນາ ແລະ ການຮ່ວມມືປະເທດສະວິສ ຫຼື SDC ເພື່ອດໍາເນີນ 3 ກິດຈະກໍາຫຼັກຄື: ກິດຈະກໍາສໍາມະນາວິທະຍາສາດ ເພື່ອຮ່ວມກັນແລກປ່ຽນປະສົບການ ແລະທິດທາງການພັດທະນາໃນຕໍ່ໜ້າໃນຂົງເຂດວຽກງານສິລະປະວັດທະນະທຳ ພ້ອມທັງຄັດເລືອກບົດເພງອັນຊົງຄຸນຄ່າຂອງລາວ ເພື່ອນຳມາປະພັນດົນຕີຄືນໃໝ່ຈຳນວນ 10 ບົດເພງ ຜ່ານການແລກປ່ຽນກັບບັນດາອາຈານຜູ້ຊົງຄຸນນະວຸດດ້ານດົນຕີລາວ, ກິດຈະກໍາເຜີຍແຜ່ຄວາມຮູ້ດ້ານດົນຕີຢູ່ຕ່າງແຂວງ ເພື່ອເຜີຍແຜ່ຄວາມຮູ້, ແລກປ່ຽນປະສົບການ ແລະຈັດການສະແດງ ເພື່ອສ້າງແຮງບັນດານໃຈໃຫ້ແກ່ເດັກນ້ອຍຍຸກໃໝ່ໄດ້ມີຈິນຕະນາການ ແລະ ຄວາມຝັນທີ່ຈະເປັນສິລະປິນມືອາຊີບ, ຈັດສະແດງຄອນເສີດປະຈຳປີຂອງ The Pianist Vientiane ໂດຍຈະນຳເອົາ 10 ບົດເພງທີ່ໄດ້ປະພັນດົນຕີໃໝ່ມາສະແດງສົດໃຫ້ມວນຊົນໄດ້ຮັບຊົມ ເເລະ ຮັບຟັງ.
ຂ່າວ: ບຸນຍັງ ພຸດສະຫວັດ
ພາບ: The Pianist Vientiane