ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີແຫ່ນາງສັງຂານ ແລະ ສົງນໍ້າພະທີ່ນະຄອນປາກເຊ​ ແຂວງຈຳປາສັກ ຈັດຂຶ້ນຢ່າງຄຶກຄື້ນ

Apr 14, 2025

ວັນທີ 14 ເມສາ 2025 ເຊິ່ງເປັນມື້ສັງຂານລ່ວງ ຂອງບຸນປີໃໝ່ລາວ ພສ 2568,​ ຄະນະພັກ​ -​ ອົງ​ການປົກຄອງ​ແຂວງຈໍາປາສັກ​ ຮ່ວມກັບ​ ອົງການພຸດທະສາສະໜາສໍາພັນລາວແຂວງ,​ ຄະນະພັກ​ -​ ອົງການ​ປົກຄອງ​ນະຄອນປາກເຊ, ການຈັດຕັ້ງທຸກພາກສ່ວນ ແລະ​ ຊາວນະຄອນປາກເຊ ໄດ້ຈັດພິທີແຫ່ນາງສັງຂານ ແລະ ສົງນໍ້າພະພຸດທະຮູບ​ ຂຶ້ນ​ຢ່າງຄຶກຄື້ນມ່ວນຊື່ນ ແລະ​ ຖືກຕ້ອງສອດຄ່ອງກັບຮີດຄອງປະເພນີ ໂດຍໄດ້ຮັບຄວາມເມດຕາເຂົ້າຮ່ວມຝ່າຍສົງ ມີພະອາຈານມະຫາ ສຸວັນ ຈັນທະຣາຊ ຜູ້ຊີ້ນຳວຽກງານອົງການພຸດທະສາສະໜາ​ (ອພສ)​ ບັນດາແຂວງພາກໃຕ້ ປະທານ ອພສ ແຂວງຈຳປາສັກ, ປະທານຝ່າຍຄາລະວາດ ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ,​ ທ່ານ ສຸພາບ ທຳມະຮັກສາ ເຈົ້ານະຄອນປາກເຊ.​ ມີການນຳແຂວງ,​ ການນໍານະຄອນ, ພະນັກງານ – ລັດ​ຖະກອນ,​ ຫົວໜ່ວຍ​ທຸລະກິດ,​ ຜູ້​ປະກອບ,​ ຫ້າງຮ້ານ​ຕ່າງໆ, ຄະນະພັກ​ -​ ອົງ​ການປົກຄອງ​ບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຊວງຈໍາປາສັກ ຕະຫຼອດຮອດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ໂອກາດນີ້,​ ທ່ານ​ ສຸພາບ​ ທໍາມະ​ຮັກສາ​ ເຈົ້ານະຄອນ​ປາກເຊ​ ໃຫ້ສໍາພາດວ່າ: ພິທີແຫ່ນາງສັງຂານປີນີ້ ໂດຍປະຕິບັດຕາມຂໍ້ຕົກລົງ ທ່ານເຈົ້າແຂວງໆຈຳປາສັກ ເຊິ່ງຈັດເຕັມຮູບແບບ ເພື່່ອກະຕຸ້ນເສດຖະກິດ ແລະ​ ສົ່ງເສີມການທ່ອງທ່ຽວ ທັງເປັນການປະຕິບັດຕາມຮີດຄອງປະເພນີອັນດີງາມ ຂອງ​ນະຄອນປາກເຊ ກໍຄືຂອງແຂວງຈໍາປາສັກ ແລະ​ ຂອງຊາດ ໃຫ້ຢູ່ຄຽງຄູ່ກັບຄົນລາວຕະຫຼອດໄປ.​ ສຳລັບຂະບວນແຫ່ປະກອບມີ 12 ຂະບວນໃຫຍ່ ນຳໂດຍ ຂະບວນພະພຸດ, ​ພະທຳ ​ແລະ​ ພະສົງ, ຂະບວນແຫ່ “ ພະມໍລະດົກຈໍາປາ​ ” ພະພຸດທະຮູບ ຄູ່ບ້ານຄູ່ເມືອງທີ່ປະດິດສະຖານຢູ່ ຫໍຫຼັກເມືອງປາກເຊ ເພື່ອຊໍາລະສະສາງສິ່ງບໍ່​ດີ​ ໃຫ້ຜ່ານພົ້ນໄປນໍາປີເກົ່າ ພສ​ 2567​ ແລະ ປີໃໝ່ລາວ​ ພສ​ 2568​ ຈະກ້າວມາແທນທີ່​ ຂໍໃຫ້ມີແຕ່ສິ່ງທີ່ດີ, ມີໂຊກມີໄຊໃນປີໃໝ່. ຂະບວນແຫ່ “ ພະໄຕຣປີດົກ​ ” ພະທໍາຄໍາສັ່ງສອນຂອງ ພະພຸດທະເຈົ້າ 8 ໝື່ນ 4 ພັນ ພະທັມມະຂັນ,​ ຂະບວນແຫ່ “ ພະສົງ​ – ສາມະເນນ, ຂະບວນແຫ່ ນາງສັງຂານ ຫຼື ນາງທັງ 7 ເອກະລັກຂອງງານບຸນ​ປີໃໝ່ລາວ.​ ຕໍ່ມາແມ່ນຂະບວນແຫ່ ພາຂັວນໃຫຍ່ ເອກະລັກຂອງນະຄອນປາກເຊ,​ ຂະບວນແຫ່ພະແນກ ຖວທ ແຂວງ,​ ຂະບວນຂອງ ພະນັກງານ​ – ລັດຖະກອນ,​ ພາກສ່ວນທຸລະກິດ, ສະພາການຄ້າ ແລະ ອູດສາຫະກໍາແຂວງ, ສະມາຄົມທຸລະກິດຍິງ, ສະມາຄົມທຸລະກິດໜຸ່ມ,​ ສະມາຄົມທ່ອງທ່ຽວ, ຂະບວນແຫ່ຂອງ ນັກຮຽນ​ – ນັກສຶກສາ​ ຈາກສະຖາບັນການສຶກສາຕ່າງໆ ແລະ ສຸດທ້າຍແມ່ນຂະບວນແຫ່ຂອງມວນຊົນ​ ຕ່າງໜ້າປະຊາຊົນບັນດາເຜົ່າແຕ່ລະບ້ານ.
ຂະບວນແຫ່ນາງສັງຂານ​ ໄດ້ເຄື່ອນທີ່ເລີ່ມຈາກ ທ່າສະລາຄຳ ມາສູ່ຫໍຫຼັກເມືອງ ແລະ​ ເຂົ້າສູ່ວັດຫຼວງ.​ ຈາກນັ້ນ​ ຂະບວນຫົດສົງນໍ້າພະພຸດທະຮູບ,​ ຫົດສົງຄູບາອາຈານ,​ ຫົດສົງອວຍພອນ ເຊິ່ງກັນ​ ແລະ​ ກັນ ເຊິ່ງມີເຖົ້າແກ່ແນວໂຮມນ້ອຍໜຸ່ມຍິງຊາຍ,​ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫົດສົງຢ່າງຫຼວງຫຼາຍ.​ ຄຽງຄູ່ກັບພິທີແຫ່ນາງສັງຂານ ແລະ​ ຫົດສົງພະພຸດທະຮູບແລ້ວ ຍັງໄດ້ມີກິດຈະກຳຖະໜົນຊຸ່ມເຢັນ​ ເຊິ່ງໄດ້ກໍານົດເອົາຖະໜົນສາຍຫຼັກໃນຕົວເມືອງ 3 ເສັ້ນ​ ຄື: ຖະໜົນແຄມເຊໂດນ ແຕ່ວົງວຽນທ່າສາລາຄໍາ ເຖິງ ສາມແຍກວິທະຍາໄລສົງ ເຂົ້າສູ່ຫໍຫຼັກເມືອງປາກເຊ ແລະ ວັດຫຼວງປາກເຊ; ຖະໜົນຮ່ອງຂະຍອມ, ບ້ານຮ່ອງຂະຍອມ ແຕ່ສີ່ແຍກໄຟແດງໂພນໄຊ ຫາ 4 ແຍກໄຟແດງຮ່ອງຂະຍອມ ເສັ້ນທາງສາລາຂຽວດົງຈອງ ແລະ ແຕ່ສີ່ແຍກຫ້ອງການສານ​ – ໄອຍະການປະຊາຊົນເຂດ​ I – ໜ້າຮ້ານສີລິສົມບູນ ຫາ ສີ່ແຍກ ຮ່ອງຂະຍອມ.​ ນອກນີ້​ ຍັງມີກິດຈະກໍາບັນເທິງ, ສວນອາຫານ, ມີວສິກໂຊນ/ບູດເບຍ, ຄອນເສີດ ແລະ ອື່ນໆ ເພື່ອສ້າງໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ​ ພສ​ 2567​ ແລະ​ ຕ້ອນຮັບ​ປີໃໝ່​ລາວ​ ພສ​ 2568​ ໃຫ້ມີບັນຍາກາດຄຶກຄື້ນ​ ແລະ​ ມີເນື້ອໃນຄວາມໝາຍເລິກເຊິ່ງ.
ຂ່າວ​-ພາບ​: ທູນທອງໃຈ