ວັນທີ 14 ເມສາ 2026 ເປັນມື້ສັງຂານລ່ວງ ຂອງບຸນປີໃໝ່ລາວ ພສ 2569, ຄະນະພັກ-ຄະນະກໍາມະການປົກ ຄອງແຂວງຈໍາປາສັກ ຮ່ວມກັບ ອົງການພຸດທະສາສະໜາສໍາພັນລາວແຂວງ,ຄະນະພັກ-ຄະນະກໍາມະການປົກຄອງນະຄອນປາກເຊ, ການຈັດຕັ້ງທຸກພາກສ່ວນ ແລະ ຊາວນະຄອນປາກເຊ ໄດ້ຈັດພິທີແຫ່ນາງສັງຂານ ແລະ ສົງນໍ້າພະພຸດທະຮູບ ຂຶ້ນຢ່າງຄຶກຄື້ນມ່ວນຊື່ນ ແລະ ຖືກຕ້ອງສອດຄ່ອງກັບຮີດຄອງປະເພນີ ໂດຍໄດ້ຮັບຄວາມເມດຕາເຂົ້າຮ່ວມຝ່າຍສົງ ມີພະອາຈານມະຫາ ສຸວັນ ຈັນທະຣາຊ ຜູ້ຊີ້ນຳວຽກງານອົງການພຸດທະສາສະໜາ (ອພສ) ບັນດາແຂວງພາກໃຕ້ ປະທານ ອພສ ແຂວງຈຳປາສັກ ປະທານຝ່າຍຄາລະວາດ, ມີ ທ່ານ ປອ ດຣ ວັນນະໄຊ ຊາດຕະກຸນ ກໍາມະການສໍາຮອງສູນກາງພັກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງຈຳປາສັກ, ທ່ານ ປອ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄອນສະຫວັນ ວັນນິວົງຄໍາ ຮັກສາການເລຂາຄະນະບໍລິການງານພັກນະຄອນປາກເຊ, ທ່ານ ສຸກວິໃສ ສີສົມຫວັງ ປະທານຄະນະກໍາມະການປົກຄອງນະຄອນປາກເຊ. ມີການນຳພະແນກການກົມກອງອ້ອມຂ້າງແຂວງ, ການນໍານະຄອນປາກເຊ, ພະນັກງານ – ລັດຖະກອນ, ຫົວໜ່ວຍທຸລະກິດ, ຜູ້ປະກອບ, ຫ້າງຮ້ານຕ່າງ, ຄະນະພັກ - ຄະນະກໍາມະການປົກຄອງບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຊວງຈໍາປາສັກ ຕະຫຼອດຮອດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ການຈັດງານບຸນປີໃໝ່ລາວ ພສ 2569, ຄສ 2026 ທີ່ນະຄອນປາກເຊ ແຂວງຈໍາປາສັກ ນີ້ ຈັດຂຶ້ນຕາມຮີດຄອງປະເພນີອັນດີງາມຂອງຊາວນະຄອນປາກເຊ ແຂວງຈໍາປາ ສັກ ກໍຄື ຂອງປະເທດຊາດ ທັງເປັນການເປີດການທ່ອງທ່ຽວ ແລະ ກະຕຸ້ນເສດຖະກິດພາຍໃນນະຄອນ ເຊິ່ງມີຂະບວນແຫ່ຕ່າງໆ ລວມທັງໝົດ 8 ຂະບວນໃຫຍ່ ນຳໂດຍຂະບວນພະພຸດທະຮູບ, ຂະບວນແຫ່ນາງສັງຂານ ຫຼື ນາງທັງ 7 ເອກະລັກຂອງງານບຸນປີໃໝ່ລາວ, ຂະບວນແຫ່ພາຂັວນໃຫຍ່ ເອກະລັກຂອງນະຄອນປາກເຊ, ຂະບວນແຫ່ ກຸ່ມບໍລິສັດ ທ່ອງທ່ຽວ, ຂະບວນແຫ່ຂອງ ກຸ່ມທະນາຄານ, ສະພາການຄ້າ ແລະ ອູດສາຫະກໍາແຂວງ,ຂະບວນແຫ່ຂອງມວນຊົນຊາວນະຄອນປາກເຊ ຕາງໜ້າປະຊາຊົນບັນດາເຜົ່າແຕ່ລະບ້ານ, ຂະບວນແຫ່ຂອງນັກຮຽນ – ນັກສຶກສາ ຈາກໂຮງຮຽນ ແລະ ສະຖາບັນການສຶກສາຕ່າງໆ, ມີຈໍານວນພົນເຂົ້າຮ່ວມຂະບວນແຫ່ 2.569 ຄົນ, ຂະບວນແຫ່ນາງສັງຂານ ພ້ອມດ້ວຍຂະບວນແຫ່ຕ່າງໆ ໄດ້ເຄື່ອນທີ່ຈາກໜ້າຫ້ອງວ່າການປົກຄອງນະຄອນ ເຂົ້າສູ່ວັດຫຼວງ. ຈາກນັ້ນ, ກໍມີການຫົດສົງນໍ້າພະພຸດທະຮູບ, ຫົດສົງຄູບາອາຈານ, ຫົດສົງອວຍພອນ ເຊິ່ງກັນ ແລະ ກັນ, ມີເຖົ້າແກ່ແນວໂຮມນ້ອຍໜຸ່ມຍິງຊາຍ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫົດສົງຢ່າງຫຼວງຫຼາຍ.

ຄຽງຄູ່ກັນນີ້, ກໍກິດຈະກຳສະເຫຼີມສະຫຼອງບຸນປີໃໝ່ຕິດພັນກັບການສົ່ງເສີມການທ່ອງທ່ຽວແຕ່ວັນທີ 14 – 16 ເມສາ 2026 ໂດຍໄດ້ກຳນົດຖະໜົນຮົ່ມເຢັນ 3 ເສັ້ນຄື: ເສັ້ນທາງທີ 1 ເສັ້ນທາງແຄມຂອງ ແຕ່ 3 ແຍກປາກເຊ ເຊັນເຕີປາກ ຫາ 3 ແຍກ ປາກຫ້ວຍເດື່ອ; ເສັ້ນທາງ ທີ 2 ເລີ່ມແຕ່ໜ້າຮ້ານສິລິສົມບູນ (ຮ້ານແຄນນອນ) ຫາເສັ້ນທາງສີ່ແຍກ ບ້ານຮ່ອງຂະຍອມ; ເສັ້ນທາງທີ 3 ເລີ່ມແຕ່ ສີ່ແຍກໄຟແດງໂຮງຮຽນ ມສ ໂພນໄຊ ຫາ ສີ່ແຍກໄຟແດງ ບ້ານຮ່ອງຂະຍອມ.
ນອກນີ້, ຍັງມີກິດຈະກໍາບັນເທີງ, ສວນອາຫານ, ມີວສິກໂຊນ/ບູດເບຍ, ຄອນເສີດ ແລະ ອື່ນໆ ເພື່ອເຮັດໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ໃຫ້ມີບັນຍາກາດຄຶກຄື້ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.



ຂ່າວ-ພາບ: ທູນທອງໃຈ


