ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີໂຮມຊຸມນຸມໃຫ່ຍສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນກໍາມະບານລາວ ຄົບຮອບ 70 ປີ

Feb 3, 2026

ພິທີໂຮມຊຸມນຸມໃຫ່ຍສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນກໍາມະບານລາວ ວັນທີ 01 ກຸມພາ ຄົບຮອບ 70 ປີ ຈັດຂຶ້ນໃນຕອນເຊົ້າວັນທີ 02 ກຸມພາ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ , ພ້ອມດ້ວຍຮອງປະທານ “ສະຫະພັນກຳມະບານ ກະຊວງ, ອົງການ, ນະຄອນຫຼວງ, ແຂວງ, ສະມາຊິກກຳມະບານໃນຂອບເຂດທົ່ວປະເທດ ແລະ ແຂກຮັບເຊີນ
May be an image of dais and text May be an image of dais
ໃນພິທີ ສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໄດ້ລາຍງານຜົນສຳເລັດການເຄື່ອນໄຫວວຽກງານຂອງສະຫະພັນກຳມະບານລາວຕະຫຼອດໄລຍະ 70 ປີວ່າ: ຕະຫຼອດໄລຍະ 70 ປີ ຜ່ານມາ, ສະຫະພັນກໍາມະບານລາວ ໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບວຽກງານວິຊາສະເພາະ, ເຮັດໃຫ້ສະຫະພັນກຳມະບານລາວເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບ ສະແດງອອກໃນການສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດມາແລ້ວ 9 ຄັ້ງ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ສະຫະພັນກຳມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ເຂົ້າສູ່ວຽກງານຕົວຈິງ ຖືເອົາການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ເປັນບັນຫາສຳຄັນ, ໂຄສະນາສຶກສາອົບຮົມແນວທາງ ນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ກົດໝາຍ, ລະບຽບການຂອງລັດ, ມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງສາກົນ, ຂອງຊົນຊັ້ນກຳມະກອນລາວ, ສະມາຊິກກຳມະບານໄດ້ຮໍ່າຮຽນຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ, ນິຕິກຳຕ່າງໆ ຂອງກຳມະບານດ້ວຍຫຼາຍຮູບການ, ຫຼາຍວິທີການ ຜ່ານສື່ຕ່າງໆ ເຮັດໃຫ້ບົດບາດຂອງສະຫະພັນກຳມະບານລາວ ນັບມື້ສູງເດັ່ນຂື້ນຢູ່ທັງພາຍໃນ ແລະ ຕ່າງປະເທດ.
May be an image of lighting and dais May be an image of dais and text
ພາຍຫຼັງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ລາຍງານຜົນສຳເລັດການເຄື່ອນໄຫວວຽກງານຂອງສະຫະພັນກຳມະບານລາວ ຕະຫຼອດໄລຍະ 70 ປີ ຜ່ານມາສຳເລັດແລ້ວ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງ ແນວລາວສ້າງຊາດ ໄດ້ກ່າວສູນທອນພົດ ໃນພິທີຄັ້ງນີ້ມີບາງຕອນວ່າ: ຕະຫຼອດໄລຍະ 70 ປີຜ່ານມາ ຊົນຊັ້ນກຳມະກອນແມ່ນກຸ່ມຄົນ ທີ່ມີຄວາມຕື່ນຕົວທາງການເມືອງ, ມີມານະຈິດປະຕິວັດສູງ, ມີລະບຽບວິໄນສູງ, ມີສະຕິຕື່ນຕົວ, ເຮັດທຸກສິ່ງຢ່າງເພື່ອຜົນປະໂຫຍດຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ, ເປັນຊົນຊັ້ນທີ່ມີຄວາມເສຍສະຫຼະເພື່ອປະເທດຊາດ ເພື່ອປະຊາຊົນຢ່າງແທ້ຈີງ. ຍ້ອນແນວນັ້ນ ຊົນຊັ້ນກຳມະກອນ ຈິ່ງເປັນຊົນຊັ້ນຫຼັກໜຶ່ງໃນການສ້າງຕັ້ງພັກຄອມມູນິດຢູ່ໃນໂລກ. ສຳລັບຊົນຊັ້ນກຳມະກອນລາວ ຫາກໍ່ຕົວຂຶ້ນ ສ່ວນໃຫຍ່ແມ່ນມາຈາກຊາວໄຮ່ນາ ເຂົາເຈົ້າໄດ້ຍອມເສຍສະລະຊີວິດເຂົ້າຮ່ວມການຕໍ່ສູ້ປະຕິວັດ ແລະ ໄດ້ຮັບການອົບຮົມສັ່ງສອນຈາກພັກ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເຕີບໃຫ່ຍ ກາຍເປັນຄົນທີ່ມີທັດສະນະຊົນຊັ້ນກຳມະກອນຢ່າງແທ້ຈິງ.
ໃນພິທີໂຮມຊຸມໃຫ່ຍຄັ້ງນີ້, ຍັງໄດ້ມອບຫຼຽນໄຊອິດສະຫຼະຊັ້ນ 3 ໃຫ້ສູນກາງສະຫະພັນກໍາມະບານລາວ ທີ່ມີຜົນງານພົ້ນເດັ່ນໃນການເຄືອນໄຫວວຽກງານກຳມະບານ ຕະຫຼອດໄລຍະ 70 ຜ່ານມາ.