ໃນວັນທີ 06 ພະຈິກ 2026, ທີ່ ຫ້ອງວ່າການສູນກາງພັກ, ໄດ້ຈັດໃຫ້ມີພິທີມອບ-ຮັບ ໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຊຸດເກົ່າ ແລະ ຊຸດໃໝ່ ຢ່າງເປັນທາງການ ໂດຍການເປັນປະທານ ຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

ໃນພິທີດັ່ງກ່າວ ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາຂອງ ສະມາຄົມມິດຕະ ພາບລາວກັບຕ່າງປະເທດ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ເຊິ່ງໃນນັ້ນໄດ້ສັງລວມຜົນງານທີ່ຍາດມາໄດ້, ຕີລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການທູດປະຊາຊົນ ສາມາດປະກອບສ່ວນໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ເພື່ອສ້າງຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມື ລະຫວ່າງ ປະຊາຊົນລາວ ກັບ ປະຊາຊົນບັນດາປະເທດຄູ່ຮ່ວມມືໃຫ້ນັບມີຄວາມແໜ້ນແຟ້ນຂື້ນກວ່າເກົ່າ.

ໃນພິທີ, ສະຫາຍ ປອ. ນາງ ວິໄລ ພິລາວົງ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຈັ້ງສູນກາງພັກ ໄດ້ຜ່ານ ມະຕິຕົກລົງ ຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໂດຍແຕ່ງຕັ້ງ ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະທານສະມາຄົມມິດຕະພາບ ລາວ – ຫວຽດນາມ ຂັ້ນສູນກາງ; ສະຫາຍ ນາງ ເຂັມມະນີ ພົນເສນາ, ອະດີດກໍາມະການສູນກາງພັກ, ອະດີດຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ເປັນປະທານສະມາຄົມມິດຕະພາບ ລາວ – ຈີນ ຂັ້ນສູນກາງ; ສະຫາຍ ປອ. ອາດສະພັງທອງ ສີພັນດອນ, ກຳມະການສູນກາງພັກ, ເລຂາຄະນະພັກນະຄອນຫຼວງວຽງຈັນ, ປະທານສະພາປະຊາຊົນນະຄອນ ຫຼວງວຽງຈັນ ເປັນປະທານສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ; ສະຫາຍ ມອນໄຊ ລາວມົ່ວຊົງ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະທານສະມາຄົມມິດຕະພາບ ລາວ – ກູບາ; ສະຫາຍ ປອ. ວິໄລວົງ ບຸດດາຄໍາ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະທານສະມາຄົມມິດຕະພາບ ລາວ – ກໍາປູເຈຍ ຂັ້ນສູນກາງ; ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນປະທານສະມາຄົມມິດຕະພາບ ລາວ – ຣັດເຊຍ; ສະຫາຍ ມະໄລທອງ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານສະມາຄົມມິດຕະພາບ ລາວ – ສ.ເກົາຫຼີ; ສະຫາຍ ຮສ.ປອ. ພຸດ ສິມມາລາວົງ, ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານສະມາຄົມມິດຕະພາບ ລາວ – ຍີ່ປຸ່ນ; ສະຫາຍ ດຣ. ພູທອນ ເມືອງປາກ, ອະດີດຮອງລັດຖະມົນຕີກະຊວງສາທາລະນະສຸກ, ອະດີດປະທານອົງການກາແດງແຫ່ງຊາດລາວ ເປັນປະທານສະມາຄົມມິດຕະພາບ ລາວ – ເຢຍລະມັນ ແລະ ສະຫາຍ ສົມມາດ ພົລເສນາ, ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ.

ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ, ກໍາມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ກໍໄດ້ໃຫ້ກຽດໂອ້ລົມໃນພິທີ, ເຊິ່ງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນພົ້ນເດັ່ນທີ່ ຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຊຸດເກົ່າ ຍາດມາໄດ້ ແລະ ເຊື້ອໝັ້ນວ່າ ຄະນະບໍລິຫານງານ ຊຸດໃໝ່ ຈະສືບຕໍ່ເຮັດສຳເລັດໜ້າທີ່ການເມືອງ, ການຕ່າງປະເທດ ກໍຄື ວຽກງານການທູດປະຊາຊົນ ທີ່ຂັ້ນເທິງມອບໝາຍໃຫ້ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ປະຊາຊົນລາວ ກັບ ບັນດາປະເທດຄູ່ຮ່ວມມືໃຫ້ແຕກດອກອອກຜົນ ແລະ ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ.


