ອົງການກາແດງແຫ່ງຊາດລາວ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກພີ່ ນ້ອງລາວຜູ້ໃຈບຸນຈາກປະເທດ ການາດາ ໃນວັນທີ 8 ພະຈິກນີ້ ທີ່ອົງການດັ່ງກ່າວ. ມອບໂດຍ ທ່ານ ວິສັນ ດາລານິກອນ ພ້ອມດວ້ຍຄະນະ ແລະ ກ່າວຮັບໂດຍ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ແມ່ນເປັນປະເພດ ເຄື່ອງບໍລິໂພກ ຊຶ່ງປະກອບມີ: ໝີ່, ປາກະປ໋ອງ ແລະ ນໍ້າດື່ມ. ເພື່ອນໍາໄປມອບໃຫ້ປະຊາຊົນຜູ້ປະສົບໄພ ແລະ ຜູ້ທຸກຍາກ, ລວມມູນຄ່າເຄື່ອງທີ່ນໍາມາຊ່ວຍເຫຼືອທັງໝົດ ຈຳນວນ 41.600.000 ກີບ.
ຂ່າວ-ພາບ: ແສງຈັນ




