ໃນໂອກາດຄະນະຜູ້ແທນພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດ ເດີນທາງມາເຂົ້າ ຮ່ວມກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດຄັ້ງປະຖົມມະລຶກ ພາຍ ໃຕ້ຫົວຂໍ້: ຮັກບ້ານເກີດ ຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-15 ພະຈິກ 2024 ຄະນະດັ່ງກ່າວໄດ້ໄປທັດສະນະສຶກສາ ແລະ ຢ້ຽມຢາມສະຖານີດາວທຽມລາວ ໃນວັນທີ 18 ພະຈິກ 2024 ເຊິ່ງນໍາພາໂດຍ ທ່ານ ດາວຽງສັກ ຫວ່າງວິຈິດ ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ.
ໂດຍການເປັນກຽດຕ້ອນຮັບຂອງ ທ່ານ ຫຽມ ພົມມະຈັກ ຮອງປະທານບໍປະຈໍາການ ສູນກາງແນວລາວສ້າງຊາດ ປະທານສະພາບໍລິຫານ ສະຖານີບັນຊາດາວທຽມລາວ ພ້ອມຄະນະ ໃນການໄປຢ້ຽມຢາມຄັ້ງນີ້ ຄະນະຜູ້ແທນໄດ້ຮັບຊົມວິດີໂອ ໄດ້ຮັບຟັງຄວາມເປັນມາ ແລະ ຄວາມສໍາຄັນ ຂອງການກໍ່ສ້າງໂຄງການດາວທຽມລາວ ໂດຍຫຍໍ້ ພ້ອມກັນນັ້ນຄະນະຜູ້ແທນໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ໄດ້ທ່ຽວຊົມສະຖານທີ່ຕ່າງໆໃນຂົງເຂດສະຖານີດາວທຽມລາວຕື່ມອີກ.
ຂໍ້ມູນຈາກ: ຂ່າວສານແນວໂຮມ






