ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກຄອມມູນິດຈີນເປັນ ຕົ້ນມາ, ສູນກາງພັກຄອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳໄດ້ຈັດເອົາການສ້າງຄວາມສິວິໄລ ດ້ານນິເວດ ເຂົ້າໃນການວາງແຜນພາບລວມແຫ່ງພາ ລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໂດຍຖືເອົາ “ປະເທດຈີິນທີ່ີສວຍງາມ” ເປັນເປົ້າ ໝາຍອັນຍິ່ງໃຫຍ່ແຫ່ງການສ້າງອາລິຍະທຳດ້ານນິເວດ ເພື່ອນຳພາປະຊາຊົນຈີນກ້າວຂຶ້ນສູ່ ເສັ້ນທາງອາລິຍະທຳດ້ານນິເວດ
ໃນເວລາເຂົ້າຮ່ວມກອງປະຊຸມອະນຸລັກສະພາບແວດລ້ອມດ້ານນິເວດແຫ່ງ ຊາດຈີນເມື່ອເດືອນພຶດສະພາປີ2018, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ການສ້າງຄວາມສິວິໄລດ້ານນິເວດ ແມ່ນແຜນການພື້ນຖານທີ່ພົວພັນ ກັບການພັດທະນາແບບຍືນຍົງຂອງປະຊາຊົນຈີນ. ນັບແຕ່ໃດມາ ປະຊາຊາດຈີນກໍ່ເຄົາລົບ ທຳມະຊາດ, ຮັກທຳມະຊາດ, ອາລິຍະທຳປະຊາຊາດຈີນທີ່ສືບທອດກັນມາເປັນເວລາຫຼາຍ ກວ່າ 5.000 ປີ ໄດ້ບົ່ມເພາະວັດທະນະທຳດ້ານນິເວດທີ່ອຸດົມສົມບູນ. ເມື່ອລະບົບນິເວດ ຈະເລີນ ອາລິຍະທຳກໍ່ຈະເລີນ, ເມື່ອລະບົບນິເວດຊຸດໂຊມ ອາລິຍະທຳກໍ່ຊຸດໂຊມ.
ປະຫວັດສາດວິວັດທະນາການຂອງອາລິຍະທຳມະມຸດ ກໍ່ແມ່ນປະຫວັດສາດແຫ່ງການພົວພັນລະຫວ່າງມະນຸດກັບທຳມະຊາດ. ການປ່ຽນແປງດ້ານ ນິເວດທຳມະຊາດໄດ້ຕັດສິນການຜັດປ່ຽນກັນລະຫວ່າງຄວາມຈະເລີນກັບຄວາມຊຸດໂຊມຂອງອາລິຍະທຳມະນຸດ. ສະພາບແວດລ້ອມດ້ານນິເວດທີ່ດີແມ່ນພື້ນຖານ ແລະເງື່ືອນໄຂແຫ່ງ ການຈໍ່ຕົວແລະການພັດທະນາຂອງອາລິຍະທຳມະນຸດ.
ຖະແຫຼງການສະພາບແວດລ້ອມມະນຸດໄດ້ລະບຸໄວ້ວ່າ: “ສະພາບແວດລ້ອມໄດ້ສ້າງສິ່ງຮັກສາ ການຢູ່ລອດໃຫ້ແກ່ມະນຸດ, ພ້ອມທັງໄດ້ສ້າງໂອກາດການພັດທະນາໃຫ້ແກ່ມະນຸດໃນດ້ານສະ ຕິປັນຍາ, ຄຸນສົມບັດ, ສັງຄົມ ແລະຈິດໃຈເປັນຕົ້ນ.” ເມື່ອສັງເກດເບິ່ງປະເທດອາລິຍະທຳບູ ຮານທັງ 4 ປະເທດ ຄື: ຈີນບູຮານ, ບາບີລອນບູຮານ, ເອຢິບບູຮານ ແລະ ອິນເດຍບູຮານ ແລ້ວເຫັນວ່າ: ບໍ່ມີປະເທດໃດທີ່ບໍ່ໄດ້ກຳເນີິດມາຈາກເຂດແຄວ້ນທີ່ມີປະລິມານນ້ຳທີ່ອຸດົມສົມ ບູນ, ມີປ່າໄມ້ທີ່ດົກໜາ, ມີດິນດຳນ້ຳຊຸ່ມ, ມີລະບົບນິເວດທີ່ດີ. ແຕ່ວ່າການລ້ຽງສັດ, ການຕັດໄມ້ທຳລາຍປ່າ ແລະການຖາກຖາງທີ່ເກີນຄວນ, ບວກກັບການລະບາຍນ້ຳຢ່າງຊະຊາຍ ແລະ ອື່ນໆ, ເຮັດໃຫ້ພົມພືດໄດ້ຫຼຸດລົງຢ່າງວ່ອງໄວ ເກີດນ້ຳຖ້ວມຊະຊາຍ ຄອງເໝືອງຮົກເຮື້ອແລະຕື້ນເຂີນ, ດິນຟ້າອາກາດປ່ຽນແປງ ດິນປູກຝັງກາຍເປັນດິນຊາຍແລະອື່ນໆ, ລະບົບນິເວດຖືກ ທຳລາຍຢ່າງໜັກໜ່ວງ, ຊີວິດການເປັນຢູ່ແລະການຜະລິດກໍ່ສືບຕໍ່ດຳເນີນໄປໄດ້ຍາກ, ໃນທີ່ ສຸດ ໄດ້ພາໃຫ້ອາລິຍະທຳຊຸດໂຊມລົງ ຫຼື ໃຈກາງອາລິຍະທຳໄດ້ເກີດມີການຍົກຍ້າຍ.
ທ່ານສີຈິ້ນຜິງເຄີຍກ່າວເນັ້ນໜັກມາຫຼາຍເທື່ອແລ້ວວ່າ: ຕ້ອງອະນຸລັກສະພາບແວດລ້ອມດ້ານນິເວດດ້ວຍລະບຽບການທີ່ເຄັ່ງ ຄັດທີ່ສຸດ ລວມທັງກົດໝາຍ ແລະບົດບັນຍັດທີ່ເຂັ້ມງວດທີ່ສຸດ, ເລັ່ງລັດການປະດິດສ້າງໃໝ່ ດ້ານລະບຽບການ,ເພີ່ມທະວີການປະຕິບັດຕາມລະບຽບການ,ເຮັດໃຫ້ລະບຽບການກາຍເປັນຂໍ້ຈຳກັດທີ່ເຂັ້ມແຂງ ແລະມີແຮງດັນສູງທີ່ແຕະຕ້ອງບໍ່ໄດ້.
ນັບແຕ່ກ້າວເຂົ້າສູ່ໄລຍະປະຕິບັດແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ 5 ປີຄັ້ງທີ 13 ເປັນຕົ້ນມາ, ປະເທດຈີນໄດ້ຊຸກຍູ້ການສ້າງລະບົບກົດໝາຍ, ບົດບັນຍັດ ແລະລະບົບມາດຕະຖານກ່ຽວກັບສະພາບແວດລ້ອມດ້ານນິເວດ ແລະການປະຕິ ຮູບລະບຽບການໄຊ້ແທນຄ່າເສຍຫາຍຕໍ່ສະພາບແວດລ້ອມດ້ານນິເວດ ເຊິ່ງລ້ວນແຕ່ໄດ້ຮັບ ໝາກຜົນທີ່ອຸດົມສົມບູນ. ນັບມາຮອດທ້າຍປີ20121, ປະເທດຈີນໄດ້ມີກົດໝາຍວ່າດ້ວຍສະ ພາບແວດລ້ອມດ້ານນິເວດທີ່ມີພາກສ່ວນຄຸ້ມຄອງສະພາບແວດລ້ອມດ້ານນິເວດຂອງຈີນເປັນພາກສ່ວນປະຕິບັດກົດໝາຍຕົ້ນຕໍລວມທັງໝົດ 15 ສະບັບ ແລະ ມີບົດບັນຍັດບໍລິຫານສະ ພາບແວດລ້ອມດ້ານນິເວດ 32 ສະບັບ.
ນອກນີ້,ໃນໄລຍະປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 13, ອະດີດກະຊວງອະນຸລັກສິ່ງແວດລ້ອມ ແລະກະຊວງສະພາບແວດລ້ອມດ້ານນິເວດ ໄດ້ວາງຫຼື ປັບປຸງແລະປະກາດໃຊ້ມາດຕະຖານກ່ຽວກັບສະພາບແວດລ້ອມດ້ານນິເວດລະດັບຊາດ 673 ສະບັບ,ຈັງຫວະການເພີ່ມຂຶ້ນແມ່ນໄວກວ່າໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີທຸກຄັ້ງທີ່ຜ່ານມາ. ນັບມາຮອດປັດຈຸບັນ,ຍອດຈຳນວນມາດຕະຖານສະ ພາບແວດລ້ອມດ້ານນິເວດລະດັບຊາດທີ່ປະຕິບັດຢູ່ໃນປັດຈຸບັນແມ່ນມີເຖິງ 2.202 ສະບັບ, ໃນນັ້ນ ມາດຕະຖານແບບບັງຄັບມີ 201 ສະບັບ. “ລະບົບກົດໝາຍແລະບົດບັນຍັດໃນຂົງ ເຂດສະພາບແວດລ້ອມດ້ານນິເວດໄດ້ເປັນຮູບເປັນຮ່າງຂຶ້ນໂດຍພື້ນຖານແລ້ວ,ບັນດາຂົງເຂດຕົ້ນຕໍຂອງສະພາບແວດລ້ອມດ້ານນິເວດໄດ້ບັນລຸເປົ້າໝາຍມີກົດໝາຍອ້າງອີງໂດຍພື້ນຖານ ແລ້ວ.” ດັ່ງທີ່ທ່ານປະທານສີຈິ້ນຜິງເຄີຍເວົ້າວ່າ:ມີແຕ່ປະຕິບັດລະບຽບການທີ່ເຄັ່ງຄັດທີ່ສຸດ ແລະປົກຄອງດ້ວຍກົດໝາຍທີ່ເຂັ້ມງວດທີ່ສຸດເທົ່ານັ້ນ ຈຶ່ງສາມາດໃຫ້ການຮັບປະກັນທີ່ເຊື່ອຖື ໄດ້ແກ່ການສ້າງຄວາມສິວິໄລດ້ານນິເວດ.