“ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ສົ່ງເສີມການພັດທະນາສີຂຽວຂອງໂລກທີ່ເປັນຮູບປະທໍາຢ່າງແທ້ຈິງ

“ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ແມ່ນແນວຄິດທີ່ສະເໜີໂດຍ ທ່ານ ສີຈິ້ນຜີງ ໃນວັນທີ 15 ສິງຫາປີ 2005 ເຊິ່ງໃນເວລານັ້ນ ທ່ານເປັນເລຂາຄະນະພັກແຂວງເຈີ້ຈ່ຽງຂອງຈີນ. ແນວຄິດດັ່ງກ່າວໄດ້ເນັ້ນໜັກການໃຫ້ຄວາມສໍາຄັນກັບການອະນຸລັກສິ່ງແວດລ້ອມ ແລະ ຄວາມຍືນຍົງຂອງລະບົບນິເວດ ຄຽງຄູ່ກັບການພັດທະນາເສດຖະກິດ ເພາະການມີສິ່ງແວດລ້ອມທໍາມະຊາດທີ່ດີ ເຊັ່ນ: ພູຂຽວ ແລະ ນໍ້າໃສ ຖືເປັນສິ່ງທີ່ມີຄຸນຄ່າເທົ່າກັບເງິນ ແລະ ຄໍາ. ແນວຄິດນີ້ເປັນຫຼັກການສໍາຄັນໃນການພັດທະນາຂອງຈີນ ເພື່ອສ້າງຄວາມສົມດຸນລະຫວ່າງການເຕີບໂຕທາງດ້ານເສດຖະກິດ ແລະ ການຮັກສາສິ່ງແວດລ້ອມທໍາມະຊາດຢ່າງກົມກຽວກັນ, ທັງເຮັດໃຫ້ເກີດການພັດທະນາທີ່ກວມລວມ ແລະ ຍືນຍົງ.
ປີນີ້ ແມ່ນປີຄົບຮອບ 20 ປີ ຂອງແນວຄິດດັ່ງກ່າວ, ເຊິ່ງນອກຈາກໄດ້ກາຍເປັນແນວຄິດຊີ້ນໍາທີ່ຫັນເປັນການເຄື່ອນໄຫວຈັດຕັ້ງປະຕິບັດແຫ່ງຊາດຈົນເຮັດໃຫ້ດິນແດນປະ ເທດຈີນເກີດມີເລື່ອງລາວທີ່ໜ້າປະທັບໃຈກ່ຽວກັບການພັດທະນາແບບຍືນຍົງຢູ່ທົ່ວທຸກຫົນແຫ່ງ, ຍັງເປັນທີ່ຮູ້ຈັກຢ່າງກວ້າງຂວາງໃນທົ່ວໂລກ ເພາະປັດຈຸບັນ ຈີນແມ່ນໜຶ່ງໃນບັນດາປະເທດທີ່ເປັນຜູ້ນໍາພາໃນການຮັບມືກັບມົນລະພິດ ແລະ ໄພພິບັດທາງທໍາມະຊາດຂອງໂລກ ດ້ວຍການຖືເອົາການພັດທະນາສີຂຽວເປັນກຸນແຈສໍາຄັນທີ່ສຸດ.
ທ່ານ ສີຈິ້ນຜິງ ໄດ້ໃຫ້ຄວາມສໍາຄັນເປັນພິເສດຕໍ່ການອະນຸລັກສິ່ງແວດລ້ອມທໍາມະຊາດ ແລະ ການສ້າງຄວາມສີວິໄລທາງລະບົບນິເວດມາໂດຍຕະຫຼອດ ໂດຍໄດ້ເນັ້ນໜັກຫຼາຍຄັ້ງວ່າ: “ການສ້າງຄວາມສີວິໄລທາງລະບົບນິເວດເປັນແຜນການພັນປີທີ່ກ່ຽວຂ້ອງກັບການພັດທະນາຢ່າງຍືນຍົງຂອງປະຊາຊົນຈີນ, ຕ້ອງເນັ້ນໜັກການອະນຸລັກສິ່ງແວດລ້ອມທໍາມະຊາດ ແລະ ລະບົບນິເວດຄືດັ່ງປົກປັກຮັກສາໜ່ວຍຕາ, ຕ້ອງປະຕິບັດຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ລະບົບນິເວດຄືດັ່ງການປະຕິບັດຕໍ່ຊີວິດ”.

ຈີນ ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່ໃນການຄຸ້ມຄອງສິ່ງແວດລ້ອມທໍາມະຊາດ ແລະ ການພັດທະນາສີຂຽວ ເຊິ່ງນອກຈາກສົ່ງຜົນດີຕໍ່ປະເທດຈີນໂດຍກົງ, ຍັງຊ່ວຍສົ່ງເສີມການຄຸ້ມຄອງລະບົບນິເວດ ແລະ ການພັດທະນາທີ່ຍືນຍົງຂອງໂລກ ດ້ວຍການປະຕິບັດຢ່າງເປັນຮູບປະທໍາ ໂດຍສະເພາະແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ໄດ້ຮັບການດີ ແລະ ການລົງມືປະຕິບັດຂອງທົ່ວສັງຄົມຈີນ, ລວມເຖິງໄດ້ຮັບການຈັດຕັ້ງປະຕິບັດຢູ່ຫຼາຍປະເທດ ແລະ ເຂດແຄວ້ນທົ່ວໂລກ.
ສະຖາບັນຊິນຮວາ ເຊິ່ງເປັນຄັງປັນຍາຂອງສໍານັກຂ່າວຊິນຮວາ ໄດ້ເປີດເຜີຍໃນວັນທີ 10 ສິງຫາ 2025 ວ່າ: ຈີນ ມີສ່ວນຮ່ວມສົ່ງເສີມພູມປັນຍາ, ແນວທາງແກ້ໄຂບັນຫາ ແລະ ຄວາມເຂັ້ມແຂງໃນການກໍ່ສ້າງປະຊາຄົມຂອງມວນນມະນຸດທີ່ມີອະນາຄົດຮ່ວມກັນ, ລວມເຖິງຄວາມກ້າວໜ້າໃນການພັດທະນາທີ່ຍືນຍົງຂອງມວນມະນຸດ ໂດຍໄດ້ສະແດງຄຸນຄ່າແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ຜ່ານການເສີມສ້າງຄວາມເຫັນດີທີ່ເປັນເອກະພາບກັນສີຂຽວລະດັບໂລກ ແລະ ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ (BRI)” ສີຂຽວ. ໃນນີ້ ສະເພາະ BRI, ທີ່ພົ້ນເດັ່ນແມ່ນໂຄງການທ່າກໍາປັ່ນຈັນໄກ ເຊິ່ງເປັນໂຄງ ການຮ່ວມມືລະຫວ່າງຈີນ-ເປຣູ ໄດ້ກາຍເປັນຕົວແບບທີ່ມີຊີວິດຊີວາແຫ່ງການສ້າງພື້ນຖານໂຄງລ່າງສີຂຽວໃຫ້ເຂົ້າສູ່ສາກົນ. ພາຍຫຼັງທ່າກໍາປັ່ນຈັນໄກເປີດນໍາໃຊ້ໄດ້ເຄິ່ງປີ ສາມາດສ້າງລາຍຮັບເຖິງ 777 ລ້ານໂດລາ ເຮັດໃຫ້ລັດຖະບານເປຣູ ຈັດໂຄງການນີ້ເຂົ້າໃນ “ໂຄງ ການສັນຍາລັກການພັດທະນາແບບຍືນຍົງແຫ່ງຊາດ”.

ຈີນ ໄດ້ເລັ່ງລັດພັດທະນາທຸລະກິດພະລັງງານໃໝ່ ເຊິ່ງຊ່ວຍປະລິມານການສະໜອງ ແລະ ຫຼຸດຜ່ອນແຮງກົດດັນດ້ານເງິນເຟີ້ທົ່ວໂລກ ເຮັດໃຫ້ໄລຍະ 10 ປີຜ່ານມາ ຈີນ ກາຍ ເປັນຜູ້ນໍາໜ້າໃນການຕິດຕັ້ງພະລັງງານແສງຕາເວັນ ແລະ ພະລັງງານລົມ ໂດຍກວມເອົາ 45% ຂອງການເຕີບໂຕໃນການໃຊ້ພະລັງງານດັ່ງກ່າວທົ່ວໂລກ. ຂະນະທີ່ ບົດລາຍງານການພັດທະນາພະລັງງານໝູນວຽນຂອງຈີນໃນປີ 2024 ທີ່ປະກາດໃນວັນທີ 28 ພຶດສະພາປີນີ້ໃຫ້ຮູ້ວ່າ: ປີ 2024 ກຳລັງຕິດຕັ້ງເຄື່ອງຜະລິດໄຟຟ້າພະລັງງານໝູນວຽນໃນທົ່ວປະເທດຈີນໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ ເຊິ່ງກວມຫຼາຍກວ່າ 60% ໃນການຕິດຕັ້ງພະ ລັງງານໝູນວຽນຂອງທົ່ວໂລກ. ປັດຈຸບັນ, ຈີນໄດ້ສະໜອງຜະລິດຕະພັນແລະບໍລິການພະ ລັງງານສະອາດຄຸນນະພາບດີໃຫ້ 200 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກ, ສ່ວນແບ່ງຕະຫຼາດໂລກຂອງຈີນໃນດ້ານພະລັງງານແສງຕາເວັນກວມເອົາຫຼາຍກວ່າ 85%, ເຊິ່ງເປັນການປະກອບສ່ວນທີ່ພົ້ນເດັ່ນຕໍ່ການເຕີບໂຕຂອງການລົງທຶນໃນການປ່ຽນໃຊ້ພະລັງງານສະອາດຂອງທົ່ວໂລກ.
ຈີນ ບໍ່ພຽງແຕ່ກ້າວຂຶ້ນມາຢູ່ແຖວໜ້າດ້ານການພັດທະນາສີຂຽວເທົ່ານັ້ນ, ຍັງໄດ້ ຊ່ວຍເຫຼືອປະເທດ ແລະ ເຂດແຄ້ວນທີ່ກໍາລັງພັດທະນາຢ່າງຫຼວງຫຼາຍ ໂດຍການມີສ່ວນຮ່ວມຢ່າງແຂງແຮງໃນການຮ່ວມມືໃຕ້-ໃຕ້. ນັບແຕ່ປີ 2016 ເປັນຕົ້ນມາ, ຈີນ ໄດ້ຈັດສັນ ແລະ ລະດົມທຶນພັດທະນາໂຄງການຕ່າງໆ ຫຼາຍກວ່າ 177 ຕື້ຢວນ ເພື່ອຊ່ວຍເຫຼືອປະ ເທດດ້ອຍພັດທະນາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ອີງຕາມຂໍ້ມູນຂໍ້ຈາກກະ ຊວງນິເວດວິທະຍາ ແລະ ສິ່ງແວດລ້ອມຂອງຈີນ ໃຫ້ຮູ້ວ່າ: ມາຮອດທ້າຍປີ 2024, ຈີນ
ໄດ້ເຊັນບົດບັນທຶກການຮ່ວມມືຫລາຍກວ່າ 50 ສະບັບກັບຫຼາຍກວ່າ 40 ປະເທດກໍາລັງພັດ ທະນາ. ນັບຕັ້ງແຕ່ປະກາດການດໍາເນີນໂຄງການ “ເຂດແສງສະຫວ່າງອາຟຣິກາ” ໃນເດືອນກັນຍາປີ 2024. ຈີນໄດ້ເຊັນຂໍ້ຕົກລົງຮ່ວມມືກັບປະເທດໃນອາຟຣິກາ ເຊັ່ນ: ບຼຣຸນດີ, ຊາດ ແລະ ອື່ນໆ ເພື່ອໃຊ້ຜົນປະໂຫຍດຈາກອຸດສະຫະກໍາແສງຕາເວັນຂອງຈີນ ເພື່ອຊ່ວຍປະຊາຊົນໃນອາຟຣິກາຫຼາຍໝື່ນຄົວເຮືອນໃຫ້ໄດ້ໃຊ້ໄຟຟ້າ, ລວມເຖິງການບັນລຸການພັດ ທະນາສີຂຽວ ແລະ ກາກບອນຕ່ໍາ.
ໃນຖານະເປັນປະເທດກໍາລັງພັດທະນາທີ່ໃຫຍ່ທີ່ສຸດໃນໂລກ ແລະ ເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຈີນ ໄດ້ປະຕິບັດຕາມຄໍາຫມັ້ນສັນຍາຂອງຕົນທີ່ມີຄວາຮັບຜິດຊອບກັບການປ່ຽນແປງຂອງດິນຟ້າອາກາດຢ່າງຈິງຈັງ, ສົ່ງເສີມການຈັດຕັ້ງປະຕິບັດຂໍ້ຕົກລົງປາ ຣີ ແລະ ວາລະການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ 2030 ຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ຂະຫຍາຍບົດບາດເປັນຜູ້ນໍາປະຊາຄົມສາກົນ, ພ້ອມນີ້ ຈີນ ຍັງປະກາດດ້ວຍຄວາມໝັ້ນໃຈຈະບັນລຸການປ່ອຍກາກບອນສູງສຸດກ່ອນປີ 2030 ແລະ ບັນລຸຄວາມເປັນກາງທາງກາກບອນພາຍໃນປີ 2060.

ຕະຫຼອດ 2 ທົດສະວັດຜ່ານມາ, ແນວທາງຂອງຈີນພາຍໃຕ້ແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ໄດ້ກາຍເປັນແບບຢ່າງ ແລະ ວິທີຈັດຕັ້ງປະຕິບັດທີ່ດີໃຫ້ແກ່ບັນດາປະ ເທດທີ່ສະແຫວງຫາຄວາມສົມດຸນລະຫວ່າງການອະນຸລັດສິ່ງແວດລ້ອມທໍາມະຊາດກັບການພັດທະນາເສດຖະກິດເພື່ອຄວາມຍືນຍົງ. ໃນນີ້ ລວມເຖິງປະເທດລາວທີ່ໄດ້ໝູນແນວຄິດດັ່ງກ່າວ, ໃນນີ້ ທີ່ເຫັນເປັນຮູບປະທໍາທີ່ສຸດແມ່ນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເຊິ່ງບໍ່ພຽງແຕ່ເປັນເສັ້ນທາງທີ່ສຳຄັນສາຍໜຶ່ງເທົ່ານັ້ນ, ຍິ່ງແມ່ນເສັ້ນທາງແຫ່ງການພັດທະນາສີຂຽວອີກດ້ວຍ ເຮັດໃຫ້ເສັ້ນທາງລົດໄຟ ແລະ ສິ່ງແວດລ້ອມທຳມະຊາດຢູ່ເຂດອ້ອມຂ້າງເຊື່ອມໂຍງເຂົ້າກັນຢ່າງກົມກຽວ. ນອກຈາກນີ້ ຍັງມີໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງອຸດົມໄຊ ແລະ ໂຄງການອື່ນໆ ທີ່ກໍາລັງຈັດຕັ້ງປະຕິບັດ ເຊິ່ງຈະປະກອບສ່ວນສໍາຄັນໃນການຊຸກຍູ້ໃຫ້ປະເທດລາວຫັນມານຳໃຊ້ພະລັງງານສີຂຽວ ແລະ ກາກບອນຕ່ຳໃຫ້ຫຼາຍກວ່າເກົ່າ ກໍຄື ການພັດທະນາທີ່ຍືນຍົງກວ່າເກົ່າ.
“ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ຖືເປັນແນວຄິດແຫ່ງການຫັນປ່ຽນອັນເລິກເຊິ່ງທີ່ໄດ້ມາຈາກພຶດຕິກຳຕົວຈິງໃນການພັດທະນາຂອງຈີນ ກໍຄືແນວຄວາມຄິດໃນການພັດທະນາທີ່ທັນສະໄໝຂອງທ່ານ ສີຈິ້ນຜິງ, ເຊື່ອແນ່ວ່າ: ແນວຄິດດັ່ງກ່າວ ຈະນັບມື້ນຳພາການພັດທະ ນາຂອງຈີນກ້າວໄປສູ່ລະດັບສູງ ແລະຈະປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການພັດທະນາສີຂຽວ ກໍຄື ການພັດທະນາແບບຍືນຍົງຂອງໂລກທີ່ເປັນຮູບປະທໍາຢ່າງແທ້ຈິງ

