ຈາກພູມປັນຍາ ແລະ ຫົວຄິດປະດິດສ້າງຂອງປະຊາຊົນແຂວງຫຼວງນໍ້າທາ ໃນການປັກແຊ່ວລົງໃນແຜ່ນແພທີ່ມີຄວາມປານີດ, ລວດລາຍທີ່ຫຼາກຫຼາຍ ແລະ ມີຄວາມສວຍງາມ ໂດຍສະເພາະໄດ້ເນັ້ນໃສ່ເປັນເອກະລັກຂອງຊົນເຜົ່າແລນແຕນ, ໄດ້ນຳມາວາງສະແດງ ແລະ ຂາຍ ໃນງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 23 ປະຈຳປີ 2024, ເປັນຄັ້ງທີ 2 ຊຶ່ງໃນແຕ່ລະຄັ້ງໄດ້ສ້າງຄວາມສົນໃຈໃຫ້ກັບຜູ້ເຂົ້າມາທ່ຽວໃນງານໄດ້ເປັນຢ່າງດີ.
ທ່ານ ນາງ ພອນທິດາ ເຕີນມະນີ ເຈົ້າຂອງຮ້ານ ຫັດຖະກຳພອນທິດາ ເຕີນມະນີ ບ້ານນໍ້າດີ ແຂວງຫຼວງນໍ້າທາ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ໃນເບື້ອງຕົ້ນກ່ອນຈະມາ ເປັນຮ້ານຫັດຖະກຳພອນທິດາ ເຕີນມະນີ ຂ້າພະເຈົ້າແມ່ນມີອາຊິບໃນການເຮັດໄຮ່, ເຮັດນາ, ພາຍຫຼັງສຳເລັດການເຮັດນາ ແລະ ໄດ້ມາເຮັດວຽກເສີມໃນວຽກງານການປັກແຊ່ວເຄື່ອງຊົນເຜົ່າເພື່ອໄວ້ຂາຍໃຫ້ແກ່ກັບບັນດານັກທ່ອງທ່ຽວທີ່ມາທ່ອງທ່ຽວຢູ່ພາຍໃນບ້ານ, ໃນ 3-4 ປີຜ່ານມາ ຕົນເອງໄດ້ເຮັດດ້ວຍສີໄມ້ລາຍມືຂອງຕົນເອງທີ່ເນັ້ນໃສ່ເປັນເອກະລັກຂອງຊົນເຜົ່າແລນແຕນ, ປັດຈຸບັນໄດ້ຜະລິດແຜ່ນຮອງຈອກ, ຮອງຈານ, ຜ້າພັນຄໍ, ສາຍແຂນ, ຖົງຜ້າ, ເສື້ອ ແລະ ອື່ນໆ ຊຶ່ງທຸກຜະລິດຕະພັນ ນອກຈາກເຮັດດ້ວຍຕົນເອງແລ້ວ, ໃນນັ້ນຍັງໄດ້ສົ່ງເສີມໃຫ້ປະຊາຊົນບັນດາບ້ານຕ່າງໆເຮັດຕື່ມອີກ, ປັດຈຸປັນແມ່ນໄດ້ວາງຂາຍຢູ່ຮ້ານຫັດຖະກຳ ພອນທິດາ ເຕີນ ມະນີ ບ້ານນໍ້າດີ ແຂວງຫຼວງນໍ້າທາ. ໃນນັ້ນ, ຍັງໄດ້ຂາຍທາງອອນລາຍຕື່ມອີກ, ລູກ ຄ້າສ່ວນຫຼາຍແມ່ນເປັນຄົນລາວ, ສຳລັບສິນຄ້າແຜ່ນຮອງຈອກມີ ລາຄາ 25,000 ກີບ, ກະເປົາ 150,000 ກີບ, ເສື້ອ 750,000 ກີບ.
ໃນຂະນະດຽວກັນແຜນໃນຕໍ່ໜ້າ ແມ່ນຢາກສົ່ງອອກໄປຂາຍຕ່າງປະເທດແຕ່ປັດຈຸບັນແມ່ນຍັງຕ້ອງການຜູ້ໃຫ້ການຮ່ວມມືໃນການຕິດຕໍ່ພົວພັນ ໃນການຂະຫຍາຍອອກຂາຍຕ່າງປະເທດ. ສະນັ້ນ, ຖ້າຫາກມີພາກສ່ວນໃດຢາກເຂົ້າໄປຮ່ວມມື ແລະ ໃຫ້ການຊຸກຍູ້ສົ່ງເສີມກໍສາມາດເຂົ້າໄປຕິດຕໍ່ພົວພັນໄດ້ທີ່ຮ້ານຫັດຖະກຳພອນທິດາ ເຕີນມະນີ.
ທ່ານ ນາງ ພອນທິດາ ເຕີນມະນີ ໃຫ້ຮູ້ຕື່ມວ່າ: ການມາເຂົ້າຮ່ວມວາງຂາຍສິນຄ້າໃນງານມະຫະກຳ ສີມືຫັດຖະກຳລາວປີນີ້ ແມ່ນເປັນຄັ້ງທີ 2 ຊຶ່ງການມາເຂົ້າຮ່ວມໃນຄັ້ງທີ່ຜ່ານມາກໍເຫັນວ່າໄດ້ຮັບການຕອບຮັບຈາກບັນດານັກທ່ອງທ່ຽວທີ່ເຂົ້າມາທ່ຽວໃນງານໄດ້ເປັນຢ່າງດີ. ສະນັ້ນ, ເຊື່ອແນວ່າຖ້າຫາກຄົນລາວຫາກຫັນມາຊົມໃຊ້ຜະລິດ ຕະພັນພາຍໃນໃຫ້ຫຼາຍຂຶ້ນ ຊຶ່ງຈະເປັນການກະຕຸກຊຸກຍູ້, ສົ່ງເສີມໃຫ້ຄົນລາວມີຫົວ ຄິດປະດິດສ້າງນັບມື້ນັບມີຫຼາຍຜະລິດຕະພັນທີ່ຫຼາກຫຼາຍອອກມາໃຫ້ສັງຄົມໄດ້ຊົມໃຊ້ ແລະ ທັງເປັນການຊ່ວຍເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ເຮັດໃຫ້ຜະລິດ ຕະພັນພາຍໃນມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ.
ຂ່າວ-ພາບ: ສຳນານ, ໜັງສືພິມປະຊາຊົນ





