ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ກວດກາຄວາມຄືບໜ້າການກໍ່ສ້າງສູນບຳບັດປີ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ

May 21, 2025

ໃນວັນທີ 21 ພຶດສະພາ 2025, ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາຄວາມຄືບໜ້າໃນການຈັດຕັ້ງປະຕິບັດການກໍ່ສ້າງສູນບຳບັດປີ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ບ້ານ ຫ້ວຍທົນ ເມືອງ ໂພນໂຮງ ແຂວງວຽງຈັນ, ໂດຍການຕ້ອນຮັບຂອງ ພົຈວ ສູນທອນ ລາດຊະສົມບັດ ຮອງຫົວໜ້າກົມໃຫຍ່ພາລາທິການ ປກສ, ມີບັນດາຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ພັທ ຫງວຽນ ເຖ ເຟື່ອງ ຮອງພະແນກຄຸ້ມຄອງການກໍ່ສ້າງ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາໜ້າວຽກໃນການກໍ່ສ້າງໃຫ້ ທ່ານຮອງລັດຖະມົນຕີໄດ້ຮັບຊາບວ່າ: ໂຄງການກໍ່ສ້າງສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດ ຢາເສບຕິດ ມີເນື້ອທີ 23,3 ເຮັກຕາ ຕັ້ງຢູ່ ຫຼັກ62 ບ້ານຫ້ວຍທົນ ເມືອງໂພນໂຮງ ແຂວງ ວຽງຈັນ ມູນຄ່າກໍ່ສ້າງ 247 ຕື້ດົງຫວຽດນາມ ( ສອງຮ້ອຍສີສິບເຈັດຕື້ດົງຫວຽດນາມ) ເຊິ່ງແມ່ນທຶນຊ່ວຍເຫຼືອ ຂອງ ລັດຖະບານ ສສ ຫວຽດນາມ, ບໍລິສັດຊົງດາ 7 ເປັນຜູ້ຮັບເໝົາກໍ່ສ້າງໂຄງການດັ່ງກ່າວ. ໄລຍະຈັດຕັ້ງປະຕິບັດ 12 ເດືອນ ເລີ່ມລົງມືຈັດຕັ້ງປະຕິບັດ ມາຕັ້ງແຕ່ ວັນທີ 12 ກໍລະກົດ ປີ 2024, ແບ່ງອອກເປັນ 7ເຂດຄື: ເຂດຫ້ອງການຄຸ້ມຄອງ-ບໍລິຫານ, ເຂດປິ່ນປົວ ແລະ ພື້ນ ຟູສຸຂະພາບ, ເຂດຢ້ຽມຍາດ ແລະ ຮັບຕ້ອນ, ເຂດອາຄານສະໂມສອນປະຊຸມ-ສຶກສາອົບຮົມ, ເຂດຄຸ້ມຄອງ ຜູ້ຕິດຢາເສບຕິດ, ເຂດຝຶກສອນວິຊາຊີບ ແລະ ເຂດເກັບມ້ຽນຂີ້ເຫຍື້ອ, ມາຮອດວັນທີ 5 ພຶດສະພາ 2025 ທາງບໍລິສັດຮັບເໝົາກໍ່ສ້າງ ໄດ້ລົງມືຈັດຕັ້ງປະຕິບັດກິດຈະກຳກໍ່ສ້າງ 17 ອາຄານ ແລະ ກິດຈະກຳອື່ນໆ ເປັນຕົ້ນ ອາຄານຢ້ຽມຍາດ ແລະ ຮັບຕ້ອນ, ອາຄານປິ່ນປົວ ແລະ ຟື້ນຟູສຸຂະພາບ 2 ຊັ້ນ, ອາຄານບ່ອນປະຈຳການພະນັກງານ 2ຊັ້ນ, ເຮືອນຄົວກິນ ແລະ ບ່ອນ ກິນເຂົ້າພະນັກງານ ແລະ ອາຄານເຮືອນນອນຜູ້ຕິດຢາເສບຕິດ 3 ຊັ້ນ 6 ຫຼັງ, ອາຄານສະໂມສອນປະຊຸມ, ອາຄານດໍາລົງຊີວິດລວມໝູ່, ອາຄານເຮືອນຄົວ ແລະ ບ່ອນກິນເຂົ້າຜູ້ຕິດຢາເສບຕິດ, ອາຄານສອນວິຊາຊີບ 2 ຫຼັງ, ອາຄານຫ້ອງການເຮັດວຽກ 2 ຊັ້ນ, ອາຄານສຶກສາອົບຮົມ, ກໍ່ສ້າງລະບົບອ່າງກັນຕອງນໍ້າສະອາດ, ກໍ່ສ້າງກັນເຈື່ອນ, ກໍ່ສ້າງກໍາແພງອ້ອມຮອບເຂດໃນ ແລະ ບັນດາກິດຈະກຳ ກໍ່ສ້າງພາຍນອກອື່ນໆ. ມາຮອດປັດຈຸບັນໂຄງການດັ່ງກ່າວ ມີຄວາມຄືບໜ້າສໍາເລັດປະມານ 72,65%.
ໂອກາດນີ້, ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ບໍລິສັດ ຊົງດາ 7 ທີ່ໄດ້ເອົາໃຈໃສ່ໃນການກໍ່ສ້າງ ເຖີງແມ່ນວ່າບາງໄລຍະຈະພົບກັບຄວາມຫຍຸ້ງຍາກສະພາບດິນຟ້າອາກາດບໍ່ເອື້ອອຳນວຍກໍຕາມ ແຕ່ຄະນະຮັບຜິດຊອບໂຄງການທັງສອງຝ່າຍກໍໄດ້ມີການປະສານສົມທົບ ສຸມທຸກກຳລັງ ເປັນຕົ້ນກໍ່ແມ່ນເພີ່ມກຳລັງແຮງງານ, ວັດສະດຸໃນການກໍ່ສ້າງລົງໃສ່ໜ້າວຽກ ເຮັດໃຫ້ການກໍ່ສ້າງດັ່ງກ່າວ ສຳເລັດຕາມຄາດໜາຍ.
ທີ່ມາ: ໜັງສືພິມຄວາມສະຫງົບ