ຕອນເຊົ້າວັນທີ 7 ຕຸລາ 2025 ທີ່ສະໂມສອນ ກອງບັນຊາການທະຫານ ແຂວງໄຊຍະບູລີ, ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ, ຮອງນາຍົກລັດຖະມົນຕີ ໄດ້ພົບປະ ແລະ ໂອ້ລົມນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແຂວງໄຊຍະບູລີ; ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ກອງບັນຊາການ ປກຊ-ປກສ ແຂວງ ແລະ ກອງພົນທະຫານຮາບທີ 2 ລາຍງານໃຫ້ຮູ້ວ່າ: ໄຊຍະບູລີ ເປັນແຂວງໜຶ່ງ ທີ່ມີຊາຍແດນດິນຕໍ່ແຜ່ນ ຕິດກັບ 6 ແຂວງຂອງໄທ ຍາວ 647 ກມ, ໃນນັ້ນ ທາງບົກ 518 ກມ, ທາງນໍ້າ 129 ກມ, ທົ່ວແຂວງປະກອບມີ 11 ເມືອງ, ມີ 430 ບ້ານ, ມີດ່ານສາກົນ 4 ແຫ່ງ, ດ່ານປະເພນີ 13 ແຫ່ງ, ສະພາບໂດຍລວມ ທົ່ວແຂວງສືບຕໍ່ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ພື້ນຖານໂຄງລ່າງ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ; ໃນໄລຍະຜ່ານມາ ໄດ້ສຸມໃສ່ສົ່ງລັງລົງກໍ່ສ້າງຮາກຖານຢູ່ບັນດາເມືອງ 146 ສະຫາຍ, ແຕ່ງຕັ້ງພະນັກງານການລົງຊີ້ນໍາວຽກງານກໍ່ສ້າງຮາກຖານ; ໄດ້ເອົາໃຈໃສ່ເຄື່ອນໄຫວລຽບຕາມຊາຍແດນເປັນປົກກະຕິ, ຈັດຕັ້ງກຳລັງອອກເຄື່ອນໄຫວຍາວ ແລະ ເຄື່ອນໄຫວສັ້ນ, ຈັດຕັ້ງພະນັກງານ ລົງຊີ້ນໍາຢູ່ບັນດາເມືອງ ແລະ ຢູ່ຈຸດຫຼໍ່ແຫຼມ; ໄດ້ເອົາໃຈໃສ່ເຄື່ອນໄຫວສ້າງຂະບວນການດ້ານຕ່າງໆ ເພື່ອຄຳນັບຮັບຕ້ອນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ; ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນທະຫານ ຢ່າງຕໍ່ເນື່ອງ; ກະກຽມແຜນການ ກໍ່ສ້າງກອງຮ້ອຍປ້ອງກັນທີ່ຕັ້ງ ຂຶ້ນກັບກອງບັນຊາການເມືອງ ຕາມທິດຊີ້ນໍາຂອງຂັ້ນເທິງ. ພ້ອມນີ້ ຍັງໄດ້ຊີ້ນໍາບັນດາກົມກອງໃນທົ່ວແຂວງ ອົບຮົມ-ຫັດແອບປະຈຳປີ 2025 ແລະ ກະກຽມແຜນການເປີດອົບຮົມ-ສິດສອນນາຍສິບ ຊຸດທີ 14 ຕາມແຜນການ. ວຽກກະສິກໍາ ໄດ້ປູກພືດປະຈຳລະດູການ ບົວລະບັດຮັກສາ ພືດຜັກທີ່ໄດ້ປູກ ແລະ ສັດລ້ຽງ ໃຫ້ປົກກະຕິ.

ໃນໂອກາດດຽວກັນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ທີ່ບັນດາກົມກອງ ສາມາດປະຕິບັດໄດ້ ໃນໄລຍະຜ່ານມາ, ພ້ອມທັງ ໃຫ້ທິດຊີ້ນຳບາງຈຸດ ເປັນຕົ້ນ ໃຫ້ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມທິດ 3 ສ້າງ, ພົວພັນຊ່ວຍເຫຼືອອົງການປົກຄອງທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ສືບຕໍ່ຍົກສູງວຽກງານປະຈຳການກຽມພ້ອມສູ້ຮົບ, ກຽມພ້ອມກອບກູ້ຜົນກະທົບຈາກໄພພິບັດທຳມະຊາດ ໃຫ້ທັນເວລາ; ປະຕິບັດໜ້າທີ່ສືບຂ່າວຢູ່ພື້ນທີ່ເປົ້າໝາຍໃຫ້ລະອຽດຊັດເຈນ ເພື່ອລາຍງານໃຫ້ຂັ້ນເທິງມີທິດຊີ້ນຳ ທັນເວລາ; ສືບຕໍ່ເປັນໃຈກາງສົມທົບແໜ້ນກັບກອງພົນທະຫານຮາບທີ 2 ແລະ ປກສ ແຂວງ ພ້ອມກັນປ້ອງກັນວັນສໍາຄັນຂອງຊາດ-ຂອງພັກ, ວັນບຸນປະເພນີ, ປ້ອງກັນການນໍາພັກ-ລັດ, ປົກປັກຮັກສາຊັບສົມບັດຂອງພັກ-ລັດ ໃຫ້ມີຄວາມປອດໄພ 100%; ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ຢ່າງຕໍ່ເນື່ອງ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ຢ່າງສະເໝີຕົ້ນສະເໝີປາຍ; ສືບຕໍ່ຊຸກຍູ້ບັນດາກົມກອງ ເພີ່ມພູນຜະລິດຜົນ, ປູກຝັງ-ລ້ຽງສັດ ເພື່ອຮັບປະກັນດ້ານ ສະບຽງອາຫານ ປະເພດຊີ້ນ-ປາ; ສືບຕໍ່ປົກປັກຮັກສາຄຸ້ມຄອງບົວລະບັດພາຫະນະເຕັກນິກ, ອຸປະກອນຮັບໃຊ້ຕ່າງໆ ໃຫ້ດີ ແລະ ມີປະສິດທິຜົນ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່; ສືບຕໍ່ປະສານສົມທົບກັບຄະນະກຳມະການຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ ລາວ-ໄທ ຮັບປະກັນໃຫ້ຊາຍແດນມີຄວາມສະຫງົບ; ເອົາໃຈໃສ່ ມີສະຕິລະວັງຕົວ ຕໍ່ອິດທິກຳລັງປໍລະປັກ ທີ່ບໍ່ຫວັງດີຕໍ່ປະເທດຊາດ ແລະ ລະບອບໃໝ່ຂອງພວກເຮົາ; ສືບຕໍ່ຮັກສາສະຖຽນລະພາບດ້ານການເມືອງ ແລະ ຄວາມສາມັກຄີພາຍໃນ; ໃຫ້ມີການພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດ ຢ່າງແໜ້ນແຟ້ນ ແລະ ເປັນປົກກະຕິ.

ຈາກນັ້ນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມກອງຮ້ອຍຜະລິດ ຢູ່ເຂດບ້ານວັງຂາມ ເຫັນວ່າ ກອງຮ້ອຍດັ່ງກ່າວ ໄດ້ດຳເນີນການຜະລິດກະສິກຳ ເປັນຕົ້ນ: ລ້ຽງງົວ, ໝູ, ເປັດ ແລະ ປາ ໃນເນື້ອທີ່ 4,8 ເຮັກຕາ, ຊຶ່ງສະຫາຍ ໄດ້ເນັ້ນໜັກໃຫ້ກອງຮ້ອຍດັ່ງກ່າວ ພ້ອມກັນສືບຕໍ່ການຜະລິດ ໃຫ້ຫຼາຍຂຶ້ນ ໂດຍນຳໃຊ້ເຕັກນິກວິທະຍາສາດເຂົ້າຊ່ວຍ, ພ້ອມທັງສຶກສາຄວາມຕ້ອງການຂອງຕະຫຼາດ ແຕ່ລະໄລຍະ ເພື່ອເຮັດໃຫ້ການຜະລິດ ມີປະສິດທິພາບ, ປະສິດທິຜົນສູງ ແລະ ສາມາດຕອບສະໜອງໄດ້ໂດຍພື້ນຖານ; ສືບຕໍ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ, ການຝຶກແອບເຕັກນິກວິຊາສະເພາະ ເຮັດໃຫ້ກຳລັງ ປກຊ ມີຄວາມພ້ອມປະຕິບັດໜ້າທີ່ການເມືອງຂອງຕົນຕະຫຼອດເວລາ, ຮັບປະກັນໃຫ້ເຂດຊາຍແດນມີຄວາມສະຫງົບ ແລະ ປອດໄພ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.


