ໃນໂອກາດທີ່ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູງກາງພັກ ເຂົ້າຮ່ວມກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳ ຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ນີ້, ສະຫາຍ ໄດ້ຮຽກຮ້ອງ ແລະ ເນັ້ນໜັກ 6 ບັນຫາທີ່ສໍາຄັນ ເພື່ອໃຫ້ຄະນະພັກ-ຄະນະນໍາທັງ 4 ພາກສ່ວນ ນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ມີປະສິດທິພາບດີຂຶ້ນກວ່າເກົ່າ ຄື:

ໃຫ້ຄະນະພັກ-ຄະນະນຳ ທັງ 4 ພາກສ່ວນ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ກໍຄືເຈົ້າໜ້າທີ່ຕໍາຫຼວດ, ພະນັກງານໄອຍະການປະຊາຊົນ, ຜູ້ພິພາກສາ ແລະ ພະນັກງານປະຕິບັດຄໍາຕັດສິນ ຂອງສານໃຫ້ມີຈັນຍາບັນ-ຈັນຍາທໍາໃນການປະຕິບັດໜ້າທີ່ຂອງຕົນ, ເນື່ອງຈາກວ່າໃນເງື່ອນໄຂແຫ່ງການປະຕິບັດກົນໄກເສດຖະກິດຕະຫຼາດ, ການເຊື່ອມໂຍງກັບສາກົນບວກໃສ່ກຸ່ມຄົນບໍ່ດີ ແລະ ອິດທິກຳລັງປໍລະປັກໄດ້ດຳເນີນສົງຄາມຫັນປ່ຽນໂດຍສັນຕິ ເຊິ່ງໄດ້ຊັກຈູງໃຫ້ສະມາຊິກພັກ-ພະນັກງານ ຈໍານວນໜຶ່ງທີ່ບໍ່ມີຫຼັກໝັ້ນ, ອຸດົມການ, ຂາດຈັນຍາບັນ-ຈັນຍາທໍາ, ສ້າງເງື່ອນໄຂ, ສວຍໃຊ້ຊ່ອງຫວ່າງ ຂອງກົດໝາຍ, ກົດໜ່ວງການດໍາເນີນຄະດີຊັກຊ້າ, ຫຼົບໄປ-ຫຼົບມາ ແລະ ບໍ່ໄປຕາມກົດໝາຍກໍານົດ ເພື່ອຫາຜົນປະໂຫຍດສ່ວນຕົວ; ໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ ມະຕິຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາ ໃຫ້ເປັນແຜນງານປະຕິບັດລະອຽດແຕ່ລະດ້ານ, ການສືບສວນ-ສອບສວນຈະປັບປຸງແກ້ໄຂດ້ານໃດໃຫ້ຖືກເປົ້າໝາຍ, ມີຫຼັກຖານຄົບຖ້ວນຮັດກຸມ ແລະ ຈະເຮັດແນວໃດໃຫ້ສັ່ງຟ້ອງ, ຜູ້ທີ່ໄດ້ກະທຳຜິດແທ້ ໃຫ້ສານຕັດສິນຢ່າງເປັນທຳ; ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ສ້າງພະນັກງານດໍາເນີນຄະດີໃຫ້ມີຄວາມຮູ້ ຄວາມສາມາດ, ມີຄວາມຊ່ຽວຊານ ແລະ ເປັນມືອາຊີບໃນສະເພາະດ້ານ ເພື່ອເຮັດໃຫ້ບັນຫາຂໍ້ຂັດແຍ່ງ ແລະ ການລະເມີດກົດໝາຍ ທີ່ເກີດຂຶ້ນໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ຖືກຕ້ອງ ເນື່ອງຈາກວ່າການພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວສູງ, ການຄ້າ-ການລົງທຶນໄດ້ເປີດກວ້າງຢູ່ໃນສັງຄົມ, ບັນດາຂໍ້ຂັດແຍ່ງ ແລະ ອາຊະຍາກຳທີ່ເກີດຂຶ້ນ ຄຽງຄູ່ກັບການພັດທະນາ, ມີຄວາມຫຍຸ້ງຍາກ, ສັບສົນ, ສະຫຼັບສັບຊ້ອນ ແລະ ພົວພັນກັບຫຼາຍບຸກຄົນ, ຫຼາຍພາກສ່ວນ ທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ພົວພັນກັບກົດໝາຍ ທັງພາຍໃນປະເທດ ແລະ ກົດໝາຍສາກົນ; ປັບປຸງແບບແຜນ, ກົນໄກການດໍາເນີນຄະດີຢູ່ແຕ່ລະຂັ້ນຕອນໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ ໃຫ້ສາມາດກວດສອບໄດ້ທຸກຂັ້ນຕອນການດໍາເນີນຄະດີ, ເຮັດຕາມກົດໝາຍກຳນົດຢ່າງເຄັ່ງຄັດ ແລະ ເຂັ້ມງວດ; ເອົາໃຈໃສ່ໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງໃນສັງຄົມ ເພື່ອໃຫ້ປະຊາຊົນຮັບຮູ້, ເຂົ້າໃຈຕໍ່ກົດໝາຍ, ຍົກສູງສະຕິກົດໝາຍຢູ່ໃນສັງຄົມໃຫ້ສູງຂຶ້ນ ໂດຍການເຜີຍແຜ່ໃຫ້ປະຊາຊົນ ແລະ ພາກສ່ວນອື່ນ ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ ແນໃສ່ເຮັດໃຫ້ການສ້າງຂໍ້ຜູກພັນ, ສັນຍາຕ່າງໆ ໄປຕາມກົດໝາຍກຳນົດ, ບໍ່ລະເມີດກົດໝາຍ ແລະ ຮັບປະກັນບໍ່ໃຫ້ມີການກໍ່ອາດຊະຍາກຳທີ່ຂັດກັບກົດໝາຍຫຼາຍຂຶ້ນ ແລະ ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວິຊາສະເພາະ ຂອງແຕ່ລະພາກສ່ວນໃຫ້ເຂັ້ມງວດຕາມກົດໝາຍ ເພື່ອເຮັດໃຫ້ການດໍາເນີນຄະດີມີຄວາມໂປ່ງໃສ, ວ່ອງໄວ ແລະ ມີຄຸນນະພາບ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງລັດ, ຂອງພົນລະເມືອງ, ຮັບປະກັນສິດເສລີພາບ, ກຽດສັກສີ, ສຸຂະພາບ ແລະ ຊີວິດຂອງພົນລະເມືອງໃນທຸກຂັ້ນຕອນ ຂອງການດໍາເນີນຄະດີຕາມຂະບວນຍຸຕິທຳ.
ໂດຍ: ແສງເດືອນ


