ວັນທີ 7 ຕຸລາ 2024 ນີ້, ໂຄງການເກັບກູ້ລະເບີດແຂວງຫົວພັນ ນໍາໂດຍທ່ານ ພອນຈັນ ຄໍາປັນຍາ ຫົວໜ້າຫ້ອງການໂຄງການເກັບກູ້ລະເບີດແຂວງຫົວພັນ ພ້ອມດ້ວຍທີມງານສົມທົບກັບອຳນາດການປົກຄອງບ້ານ ໂພນທອງ ໄດ້ລົງກວດກາພື້ນທີ່ໆປະຊາຊົນພົບເຫັນບົມໃຫຍ່ 750 ປອນ ທີ່ຂົວນໍ້າຮາວ ບ້ານໂພນທອງ ເມືອງວຽງໄຊແຂວງຫົວພັນ.
ທ່ານ ສົມທອນ ພັນນະລາດ ແນວໂຮມບ້ານໂຮມທອງ ເມືອງວຽງໄຊ ແຂວງຫົວພັນ ໃຫ້ຮູ້ວ່າ: ບົ່ມໃຫຍ່ 750 ແມ່ນຕົກ ຄ້າງມາຈາກສົງຄາມທີ່ພວກຈັກກະພັດຂີ່ເຮືອບິນມາຖີ້ມລະເບີດໃສ່ບ້ານ ໂພນທອງ ໃນປີ 1966 ມາເຖິງປະຈຸບັນເປັນເວລາຫຼາຍປີແຕ່ກໍ່ບໍໍ່ເຄີຍພົບເຫັນບົມໃຫຍ່ປານນີ້. ມາໃນປີ 2021 ໄດ້ມີປະຊາ ຊົນພົບເຫັນລະເບີດເປັນຄັ້ງທຳອິດ ແລະ ຄັ້ງນີ້ພົບເຫັນເປັນຄັ້ ງທີ 2. ວັນທີ 22 ກັນຍາ 2024 ໄດ້ເກີດໄພພິບັດນໍ້າຖ້ວມ, ຫຼັງຈາກນໍ້າລົງປະຊາຊົນໄດ້ລົງທ້ອນໄມ້ຕາມແຄມນໍ້າ ໃນວັນທີ 25 ກັນຍາ ເລີຍພົບເຫັນບົມໃຫຍ່ 750 ຢູ່ຕາມແຄມແມ່ນໍ້າກ້ອງຂົວນໍ້າຮາວ ບ້ານ ໂພນທອງ ເມືອງວຽງໄຊ ແຂວງຫົວພັນ ແລ້ວໄປລາຍງານຕໍ່ອຳນາດການປົກ ຄອງບ້ານຈາກນັ້ນອຳນາດການປົກບ້ານກໍ່ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນທຸກຄົນບໍ່ໃຫ້ມາໃກ້, ບໍ່ໃຫ້ເຄື່ອນ ຍ້າຍ ແລະ ຈັດຕັ້ງກຳລັງ ປກສ, ກອງຫຼອນ ປ້ອງກັນເວນຍາມ ຕໍ່ມາໄດ້ລາຍງານຕໍ່ການນໍາເມືອງ ແລະ ພາກສ່ວນທີ່ກ້ອງຂ້ອງໂດຍສະເພາະໂຄງການເກັບກູ້ລະເບີດແຂວງຫົວພັນ.
ທ່ານ ສົມພິກ ພີມມະນີ ຊ່ຽວຊານທຳລາຍລະເບີດຂັ້ນສູງ ( SEOD ) ແຂວງຫົວພັນໄດ້ເວົ້າວ່າ: ພາຍຫຼັງໄດ້ຮັບແຈ້ງ ຈາກການນໍາເມືອງວຽງໄຊ ຄະນະພວກເຮົາໄດ້ແຕ່ງຕັ້ງທີມງານລົງສໍາຫຼວດພື້ນທີ່ດັ່ງກ່າວ ພົບເຫັນ ບົມໃຫຍ່ 750 ປອນ ທີ່ມີຟີວຫົວ 103 ແລະ ຟີວກົ້ນ 100. ປະຈຸບັນໂຄງການເກັບກູ້ລະເບີດແຂວງຫົວພັນພວມຂໍທິດຊີ້ນໍາຈາກ ໂຄງການເກັບກູ້ລະເບີດແຫ່ງຊາດ ເພື່ອສ້າງແຜນການທໍາລາຍລະ ເບີດດັ່ງກ່າວດ້ວຍວິທີການ ນໍາໃຊ້ກະແຈປາກແຂ້ເພື່ອຫັນຟີວ ( ກໍລະນີຫັນບໍ່ອອກແມ່ນຈະນໍາໃຊ້ແຜນເຫຼັກຕັດຟີວບົມ ) ຖ້າຖອນໄດ້ສໍາເລັດແມ່ນຈະໄດ້ເຄື່ອນຍ້າຍບົມໄປທຳລາຍຢູ່ສະຖານທີ່ທໍາລາຍບົມໃຫຍ່ ໂຄງການເກັບກູ້ລະເບີດແຂວງຫົວພັນ ເພື່ອໃຫ້ມີຄວາມປອດໄພ.
ຂ່າວ-ພາບ: ນິດຖະໜອມ







