ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພົບປະລະຫວ່າງພາກລັດ ກັບອົງການຈັດຕັ້ງສັງຄົມ ປະຈໍາປີ 2022-2023

May 10, 2024

ກົມພັດທະນາການບໍລິຫານລັດ ກະຊວງພາຍໃນ ຈັດກອງປະຊຸມພົບປະລະຫວ່າງພາກລັດ ກັບ ອົງການຈັດຕັ້ງສັງຄົມ ປະຈໍາປີ 2022-2023 ໃນວັນທີ 9 ພຶດສະພາ 2024 ຢູ່ນະຄອນ ຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຮັບຟັງການສະຫລຸບຜົນງານ ແລະ ຕີລາຄາຜົນສໍາເລັດ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນໄລຍະ ປີ 2022-2023 ແລະ ກໍານົດທິດທາງແຜນການ ແລະ ການປັບປຸງແກ້ໄຂຕໍ່ໜ້າຂອງວຽກງານອົງການຈັດຕັ້ງສັງຄົມ ທັງພາກລັດ ແລະ ອົງການຈັດຕັ້ງສັງຄົມ ເຮັດໃຫ້ການເຄື່ອນໄຫວວຽກງານອົງການຈັດຕັ້ງສັງຄົມ ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ.
ພ້ອມນີ້, ຍັງໄດ້ສົນທະນາແລກປ່ຽນຄໍາຄິດເຫັນ ແລະ ຂໍ້ມູນຂ່າວສານ ການຈັດຕັ້ງປະຕິບັດວຽກງານຕົວຈິງໃນແຕ່ລະຂະແໜງການ ລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມ ເພື່ອເປີດໂອກາດໃຫ້ບັນດາອົງການຈັດຕັ້ງສັງຄົມລາວ ໄດ້ວາງສະແດງ ແລະ ນໍາສະເໜີຜົນງານຂອງຕົນ ທີ່ປະຕິບັດສໍາເລັດໃນໄລຍະຜ່ານມາ.
ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບການສົ່ງເສີມບົດບາດຂອງອົງການຈັດຕັ້ງສັງຄົມລາວ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເປົ້່າໝາຍການພັດທະນາແບບຍືນຍົງຂອງ ສປປ ລາວ ແລະ ປະກອບສ່ວນເຂົົ້່າໃນຍຸດທະສາດການຂ້າມຜ່ານ ເພື່ອຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ; ຜົນງານພົ້ນເດັ່ນໃນການປະກອບສ່ວນຂອງອົງການຈັດຕັັ້ງສັງຄົມ ໃນການປະຕິບັດເປົ້໋າໝາຍການພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ເພີ່ມທະວີການກວດສອບແຫລ່ງທີ່ມາຂອງທຶນຊ່ວຍເຫລືອທຸກຮູບແບບ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ພ້ອມນີ້, ຍັງໄດ້ມີການສົນທະນາໃນຫົວຂໍ້ ບົດບາດຂອງພະແນກພາຍ ໃນແຂວງ ໃນການໂຄສະນາເຜີຍແຜ່ ນິຕິກໍາຄຸ້ມຄອງສະມາຄົມ ແລະ ມູນນິທິ; ບົດຮຽນທີ່ດີຂອງອົງການຈັດຕັ້ງສັງຄົມ: ການເຂົ້າເຖິງແຫລ່ງທຶນ, ການບໍລິຫານ-ພັດທະນາອົງກອນ ແລະ ການປະສານງານ; ການເພີ່ມທະວີບົດບາດຂອງຂະແໜງການ ໃນການສົ່ງເສີມບົດບາດຂອງອົງການຈັດຕັ້ງສັງຄົມ ແລະ ການພົວພັນປະສານງານ.